ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ານອາຫານຄົນລາວ ທີ່ເມືອງສເມີນາ ລັດເທັນເນັສຊີ ກໍໄດ້ຮັບຜົນກະທົບ ຈາກໂຄວິດ-19


ຮ້ານຂາຍເຄື່ອງກິນ ແລະຮ້ານອາຫານສີຕານ ໃນເມືອງສເມີນາ ລັດເທັນເນັສຊີ.
ຮ້ານຂາຍເຄື່ອງກິນ ແລະຮ້ານອາຫານສີຕານ ໃນເມືອງສເມີນາ ລັດເທັນເນັສຊີ.


ເຈົ້າຂອງຮ້ານຄົນລາວແຫ່ງນຶ່ງໃນເຂດເມືອງສເມີນາ (Smyrna) ລັດເທັນເນັສຊີກ່າວວ່າ ນັບແຕ່ເກີດການລະບາດຂອງໄວຣັສໂຄໂຣນາ ຫຼືໂຄວິດ-19 ແລ້ວທຸລະກິດຮ້ານອາຫານຂອງຍານາງ ກໍບໍ່ຄ່ອຍດີປານໃດ. ຍານາງສີຕານ ສຸນດາຣາ ເຈົ້າຂອງຮ້ານ Sitane Market & Deli ກ່າວຕໍ່ວີໂອເອວ່າ ຮ້ານອາຫານຕ້ອງໄດ້ປິດ ບໍ່ໃຫ້ຄົນເຂົ້າໄປນັ່ງກິນ ແຕ່ກໍຂາຍໃຫ້ຊື້ໄປກິນເຮືອນໄດ້.

ຍານາງສີຕານ ສຸນດາຣາ
ຍານາງສີຕານ ສຸນດາຣາ


ແຕ່ໃນຂະນະດຽວກັນ ຍານາງສີຕານກ່າວວ່າ ຮ້ານຂາຍເຄື່ອງກິນຂອງຍານາງຍັງດຳເນີນໄປເກືອບວ່າເປັນປົກກະຕິ​ ພວກລູກຄ້າເຂົ້າອອກກໍຍັງມີຫຼາຍສົມຄວນ. ຕໍ່ຄຳຖາມທີ່ວ່າ ຍານາງໄດ້ຮັບຄວາມຊ່ວຍເຫຼືອຫຍັງບໍຈາກລັດຖະບານ ຍານາງຕອບວ່າ ບໍ່ໄດ້ຮ້ອງຂໍຫຍັງ ເພາະກິດຈະການ ກໍຍັງດຳເນີນໄປໄດ້ດີຢູ່ພໍສົມຄວນ. ກ່ຽວກັບຂ່າວການເຈັບເປັນຂອງຄົນລາວນັ້ນ ຍານາງສີຕານກ່າວວ່າ:


ອີງຕາມໂຕເລກຫລ້າສຸດ ລັດເທັນເນັສຊີ ມີຜູ້ຕິດພະຍາດໂຄວິດ-19 ຢູ່ 14,000 ກວ່າຄົນແລະເສຍຊີວິດຍ້ອນພະຍາດດັ່ງກ່າວ 237 ຄົນ.

XS
SM
MD
LG