ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ປະເຊີນກັບ ການສູ້ລົບຕ້ານ ພວກຫົວຮຸນແຮງ ທີ່ຍາກລຳບາກ ແລະຍາວນານ


ທະຫານກອງທັບອີຈິບ ໃນລົດຫຸ້ມເກາະ ໂດຍມີ ເຮລິຄອບເຕີ້ຕິດປືນໃຫຍ່ ໃຫ້ການໜຸນຫຼັງຢູ່ນັ້ນ ທຳການລາດຕະເວນ ໃນໝູ່ບ້ານ Sheikh Zuweyid ຢູ່ກ້ຳເໜືອຂອງແຫຼມ Sinai ປະເທດອີຈິບ ເມື່ອວັນອັງຄານ ທີ 12 ພຶດສະພາ 2013.
ທະຫານກອງທັບອີຈິບ ໃນລົດຫຸ້ມເກາະ ໂດຍມີ ເຮລິຄອບເຕີ້ຕິດປືນໃຫຍ່ ໃຫ້ການໜຸນຫຼັງຢູ່ນັ້ນ ທຳການລາດຕະເວນ ໃນໝູ່ບ້ານ Sheikh Zuweyid ຢູ່ກ້ຳເໜືອຂອງແຫຼມ Sinai ປະເທດອີຈິບ ເມື່ອວັນອັງຄານ ທີ 12 ພຶດສະພາ 2013.

ປະທານາທິບໍດີ ອີ​ຈິບ ທ່ານ Abdel Fattah el-Sissi ກ່າວ​
ໃນ​ວັນ​ເສົາ​ວານ​ນີ້ ວ່າ ປະ​ເທດ​ຊາດກຳລັງ​ປະ​ເ​ຊີ​ນກັບການ​ຕໍ່ສູ້​
ອັນຍາວນານ ​ເພື່ອ​ເອົາ​ຊະນະ ພວກ​ຫົວ​ຮຸນ​ແຮງ​ຈັດອິສລາມ
ຫຼັງຈາກ​ທີ່​ມີ​ການ​ໂຈມ​ຕີ ຫຼາຍໆບັ້ນ ຕໍ່​ກອງ​ກຳລັງ​ຮັກສາ​ຄວາມ​
ປອດ​ໄພ ​ໃນ​ແຫຼມ Sinai.

ທ່ານ Sissi ​ໄດ້​ກ່າວ​ຄຳ​ປາ​ໄສ ເຕືອນປະຊາຊົນ​ອີ​ຈິບ​ດັ່ງກ່າວ
​ທາງ​ໂທລະ​ພາບ ​ໃນ​ວັນ​ເສົາ​ວານ​ນີ້ ຫຼັງຈາກ​ທີ່​ໄດ້​ຕັດເວລາ​ ໃນ
​ກາ​ນ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ອາ​ຟຣິກາ ​ໃນ
​ປະ​ເທດ Ethiopia ​ໃຫ້​ສັ້ນລົງ ​ເພື່ອ​ກັບ​ຄືນ​ເມືອຮັບ​ມື​ກັບ​ຄວາມ​
ຮຸນ​ແຮງ​ນັ້ນ.

ທ່ານ Sissi ​ເວົ້າຕໍ່​ປະ​ເທດວ່າ “ການ​ສູ້​ລົບ​ນີ້ ຈະ​ເປັນການຍາກລຳບາກ ​ແບ​ບ​
ແຮງ​ກ້າ ​ແບບຜີມານ ​ແລະ ຈະ​ໃຊ້​ເວລາ​ອັນ​ຍາວ​ນານ” ​ແຕ່​ທ່ານໄດ້ປະຕິຍານ​
ວ່າ “ພວກ​ເຮົາ​ຈະ​ບໍ່ອອກໄປຈາກແຫຼມ Sinai.”

ພະນັກ​ງານຮັກສາ​ຄວາມ​ປອດ​ໄພ ຢ່າງ​ນ້ອຍ 3​0 ຄົນ ຖືກ​ສັງຫານ ​ຢູ່ເຂດແຫຼມ Sinai
​ເມື່ອ​ວັນ​ພະຫັດ​ຜ່ານ​ມາ ​ໃນການ​ບຸກ​ໂຈມ​ຕີ ຫຼາຍບັ້ນພ້ອມໆ​ກັນ. ບັນດາ​ເຈົ້າໜ້າ​ທີ່​ກ່າວ​
ວ່າ ​ພວກ​ກະບົດໄດ້​ແນ ການໂຈມ​ຕີໃສ່​ຖານ​ທັບ​ແຫ່ງນຶ່ງ ​ແລະ​ໂຮງ​ແຮມ​ແຫ່ງ​ນຶ່ງ ​ໃນ​ເມືອງ
​Al-Arish ຊຶ່ງ​ເປັນບ່ອນ​ທີ່ພັກ​ອາ​ໄສ ​ຂອງ​ເຈົ້າໜ້າ​ທີ່​ຕຳຫລວດ ​ແລະ ທະຫານ.

ເຄືອ​ຂ່າຍກຸ່ມລັດ​ອິສລາມ ​ໃນ​ອີ​ຈິບ ​ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການ​ບຸກ​ໂຈມ​ຕີ
ຄັ້ງນີ້.

ພວກອິສລາມຫົວ​ຮຸນ​ແຮງ​ຈັດ ທີ່​ມີ​ຖານ​ຢູ່​ໃນແຫຼມ Sinai ​ໄດ້​ໂຈມ​ຕີ ​ແລະ ສັງຫານ ​ເຈົ້າ
ໜ້າ​ທີ່​ຕຳຫລວດ ​ແລະ ທະຫານ ຫຼາຍຮ້ອຍຄົນ​ແລ້ວ ນັບ​ຕັ້ງ​ແຕ່ ປະທານາທິບໍດີ ນິຍົມ​ອິສລາມ​ຂອງ​ອີ​ຈິບ ທ່ານ Mohamed Morsi ​ໄດ້​ຖືກ​ໂຄ່​ນລົ້ມ ​ໃນ​ປີ 2013 ​ແລະ ​ໄດ້​ຖືກ​ກັງ​ຂັງ​ໂດຍ​ທະຫານ ​ຕັ້ງ​ແຕ່​ນັ້ນມາ.

EGYPT VIOLENCE VIDEO
please wait
Embed

No media source currently available

0:00 0:01:31 0:00

Egyptian President Abdel Fattah al-Sissi said Saturday the nation faces a long fight to defeat Islamic extremists after a series of attacks on security forces in the Sinai Peninsula.

Mr. Sissi delivered the warning in a televised address Saturday, after cutting short his trip to the African Union summit in Ethiopia to respond to the violence.

"This battle will be difficult, strong, evil and will take a long time," he told the nation, but vowed "we will not leave Sinai."

At least 30 security personnel were killed in Sinai Thursday in multiple assaults. Officials say the insurgents' weapons were aimed at a military base and a hotel in the town of al-Arish where police and military officers live.

The Islamic State group's affiliate in Egypt claimed responsibility for the attacks.

Islamic extremists based in Sinai have attacked and killed hundreds of police and soldiers since Egypt's pro-Islamic president, Mohamed Morsi, was overthrown in 2013 and arrested by the military.

XS
SM
MD
LG