ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ດາຣາ ນັກຮ້ອງ ບອນ ໂຈວີ ກວດພົບ ໂຄວິດ-19 ກ່ອນການສະແດງຄອນເສີດ


ດາຣານັກຮ້ອງ ຈອນ ບອນ ໂຈວີ ສະແດງຢູ່ໂຮງລະຄອນ ບີກັນ ໃນນະຄອນນິວຢອກ ວັນທີ 3 ມິຖຸນາ 2021.
ດາຣານັກຮ້ອງ ຈອນ ບອນ ໂຈວີ ສະແດງຢູ່ໂຮງລະຄອນ ບີກັນ ໃນນະຄອນນິວຢອກ ວັນທີ 3 ມິຖຸນາ 2021.

ສື່ມ່ວນຊົນທ້ອງຖິ່ນຢູ່ໃນນະຄອນໄມອາມີ ໄດ້ລາຍງານວ່າ ດາຣານັກຮ້ອງ ບອນ ໂຈວີ
(Bon Jovi) ໄດ້ຖືກບັງຄັບໃຫ້ຍົກເລີກການຫລິ້ນຄອນເສີດໃນ ວັນເສົາຜ່ານມາ, ບໍ່ເທົ່າ
ໃດນາທີກ່ອນຂຶ້ນທ່ານຈະຂຶ້ນເວທີຫຼັງຈາກກວດພົບວ່າມີພະຍາດໂຄວິດ-19.

ສະຖານີໂທລະພາບໄມອາມີແຫ່ງນຶ່ງກ່າວວ່າ ໂຄສົກຄົນນຶ່ງຂອງ​ນັກ​ຮ້ອງ ທີ່​ໄດ້ສັກຢາ
ວັກຊີນຄົບຊຸດແລ້ວນັ້ນໄດ້ກ່າວຕໍ່ຜູ້ເຂົ້າຊົມໃນວັນເສົາຕອນແລງວ່າ ທ່ານ ບອນ ໂຈວີ
ໄດ້ກວດພົບຕິດເຊື້ອຫຼັງຈາກທ່ານ ແລະບັນດາສະມາຊິກ ຄະນະດົນຕີຂອງທ່ານໄດ້
ເຮັດການກວດພະຍາດຢ່າງກະທັນຫັນ. ໂຄສົກກ່າວວ່າດາລານັກຮ້ອງຣັອກ “ມີຄວາມ
ຮູ້ສຶກດີ” ແຕ່ບໍ່ໄດ້ອອກ​ໄປສະແດງ ແລະໄດ້ເຂົ້າໄປນອນພັກຜ່ອນ.

ຄະນະດົນຕີໄດ້ລາຍງານວ່າໄດ້​ພາ​ກັນຢູ່ຕໍ່ ແລະເສບດົນຕີໃຫ້ແກ່ຝູງຊົນທີ່ໜາແໜ້ນໂດຍ
ປາດສະຈາກນັກຮ້ອງທີ່ນຳໜ້າໝູ່ນັ້ນ. ບໍ່ມີຄຳເວົ້າໃດໆວ່າ ຄອນເສີດຈະມີການເລື່ອນໄປ
ຈັດໃນ​ວັນ​ນຶ່ງ​ໃນຂ້າງໜ້າ ຫຼືບໍ່.

ທ່ານ ບອນ ໂຈວີ ໄດ້ເຂົ້າຮ່ວມການໂຄສະນາປີກາຍນີ້ເພື່ອຊັກສ່ວນໃຫ້ຄົນພາກັນໃສ່ໜ້າ
ກາກ ແລະປະຕິບັດການຢືນຢູ່ຫ່າງກັນ.

ໃນຕອນເຊົ້າວັນຈັນວານນີ້ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິ
ໂອ ກູເຕເຣສ ກ່າວວ່າ ຫຼາຍກວ່າ 5 ລ້ານຄົນ ໄດ້ເສຍຊີວິດຍ້ອນໂຄວິດ-19 ຊຶ່ງ “ເປັນ
ເລື້ອງທີ່ໜ້າລະອາຍຂອງໂລກ” ແລະເຕືອນໃຫ້ຮູ້ວ່າສ່ວນໃຫຍ່ຂອງໂລກກຳລັງ “ປະສົບ
ກັບຄວາມລົ້ມແຫຼວ” ຍ້ອນບໍ່ມີຄວາມສະເໝີພາບກັນໃນການໄດ້ຮັບຢາວັກຊີນ.

ສູນກາງຊັບພະຍາກອນໄວຣັສໂຄໂຣນາຂອງ​ມະ​ຫາ​ວິ​ທະ​ຍາ​ໄລຈອນສ໌ ຮັອບກິນສ໌ ໄດ້
ລາຍງານໃນຕອນເຊົ້າວັນຈັນວານນີ້ວ່າ ຈຳນວນຜູ້ເສຍຊີວິດຍ້ອນການແຜ່ລະບາດໂຄວິດ-
19 ຢູ່ທົ່ວໂລກໄດ້ເພີ້ມຂຶ້ນເຖິງຈຳນວນທັງໝົດທີ່ວ່ານັ້ນໃນພຽງແຕ່ສີ່ເດືອນຫຼັງຈາກມັນ
ຮອດຂີດໝາຍສີ່ລ້ານຄົນໄດ້ເສຍຊີວິດນັ້ນແລ້ວ.

ຢູ່ໃນຖະແຫຼງການສະ​ບັບ​ນຶ່ງ, ທ່ານ ກູເຕເຣສ ກ່າວວ່າ ການຕາຍເຫຼົ່ານີ້ “ບໍ່ພຽງແຕ່ເປັນໂຕ
ເລກຢູ່ໜ້າເຈ້ຍເທົ່ານັ້ນ. ເຂົາເຈົ້າແມ່ນບັນດາແມ່ ແລະພໍ່. ອ້າຍ ແລະນ້ອງສາວ. ລູກສາວ
ແລະລູກຊາຍ. ເປັນຄົນໃນຄອບຄົວ, ເພື່ອນຝູງ ແລະ ເພື່ອນຮ່ວມງານ. ຊີວິດໄດ້ຖືກຕັດໃຫ້
ສັ້ນລົງໂດຍໄວຣັສທີ່ບໍ່ມີຄວາມປານີທີ່ບໍ່ສົນໃຈຕໍ່ຊາຍແດນໃດໆ.” ໂຄວິດ-19 ເປັນພະ
ຍາດທີ່ເກີດມາຈາກໄວຣັສໂຄໂຣນາ.

ຫົວໜ້າອົງການສະຫະປະຊາຊາດ ໄດ້ຊັກຊວນບັນດາຜູ້ນຳໂລກໃຫ້ສະໜັບສະໜູນຢ່າງ
ເຕັມສ່ວນຕໍ່ຍຸດທະສາດການສັກຢາວັກຊີນຢູ່ທົ່ວໂລກທີ່ທ່ານໄດ້ເລີ້ມຕົ້ນຂຶ້ນໃນເດືອນແລ້ວ
ນີ້ຮ່ວມກັບອົງການອານາໄມໂລກ (WHO) ແລະຜ່ານການໃຫ້ທຶນ ແລະການບໍລິຈາກຢາ
ວັກຊີນ ເພື່ອຊ່ວຍໃຫ້ບັນລຸເປົ້າໝາຍການສັກຢາ 40 ເປີເຊັນຂອງຄົນຢູ່ທຸກປະເທດໃນ
ທ້າຍປີ 2021 ແລະ 70 ເປີເຊັນ ໃນກາງປີ 2022.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG