ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ​ແລະສິງກະໂປ ຊ້ອມລົບ ຮ່ວມກັນ


ການ​ຊ້ອມ​ລົບ​ຂອງ​ກອງທັບ​ເຮືອສະຫະລັດ​ ກັບ​ສິງກະ​​ໂປ
ການ​ຊ້ອມ​ລົບ​ຂອງ​ກອງທັບ​ເຮືອສະຫະລັດ​ ກັບ​ສິງກະ​​ໂປ

ກອງທັບເຮືອຂອງສະຫະລັດ ​ແລະສິງກະໂປເລີ່ມທໍາການຊ້ອມລົບປະຈໍາປີທາງທະເລ ໃນນ່ານນໍ້າຢູ່ນອກແຄມຝັ່ງທະເລຂອງສິງກະໂປ.

ການຝຶກຊ້ອມລົບ ທີ່ມີຊື່ວ່າ Coorperation Afloat Readiness and Training
ທີ່ເອີ້ນຫຍໍ້ວ່າ CARAT ຄັ້ງທີ່ 17 ແມ່ນໄດ້ເລີ່ມຂຶ້ນດ້ວຍພິທີເປີດ ທີ່ຖານທັບເຮືອ
Changi ຂອງສິງກະໂປ ໃນວັນຈັນວານນີ້. ການຊ້ອມລົບທີ່ວ່າ ນີ້ແມ່ນໄດ້ເພັງເລັງໃສ່
ການຝຶກຊ້ອມທີ່ຮວມທັງທາງນໍ້າ ທາງອາກາດ ແລະທາງບົກ.

ສິງກະໂປຈະໄດ້ສົ່ງເຮືອບິນເຮລິຄົບເຕີຂອງກອງທັບເຮືອເຂົ້າຮ່ວມເປັນຄັ້ງທໍາອິດໃນ
ການຊ້ອມລົບປີນີ້ ນັບຕັ້ງແຕ່ໄດ້ເລີມການຊ້ອມລົບ CARAT ມາ.

ກອງທັບເຮືອທີ 7 ຂອງສະຫະລັດກ່າວວ່າ ການຝຶກຊ້ອມທີ່ວ່ານີ້ຍັງຈະຮວມໄປເຖິງການ
ແລກປ່ຽນກ່ຽວກັບການຄົວກິນແລະໂຄງການໃຫ້ຄວາມຊ່ວຍເຫຼືອຮ່ວມກັນແກ່ປະຊາຄົມ
ອີກດ້ວຍ

ນອກຈາກສິງກະໂປແລ້ວ ກອງທັບເຮືອຂອງສະຫະລັດຍັງໄດ້ພົວພັນໃນການຊ້ອມລົບ
CARAT ກັບກອງທັບເຮືອຂອງ Bangladesh, Brunei, Cambodia, Indonesia,
Malaysia, ຟີລິບປິນ ແລະໄທ.​ ສ່ວນ​ຫວຽດ ນາມນັ້ນ ກໍໄດ້ເຂົ້າຮ່ວມໃນການປະຕິບັດ
ງານ ການຊ້ອມລົບແບບ CARAT ພຽງແຕ່ໃນການແລກປ່ຽນທາງດ້ານຄວາມຮູ້ຄວາມ
ສາມາດເທົ່ານັ້ນ.

XS
SM
MD
LG