ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິງກະໂປ ແກ້ໄຂໃໝ່ ຄ່າໃຊ້ຈ່າຍ ກອງປະຊຸມ ສຸດຍອດ ລະຫວ່າງ ປ. ທຣຳ ກັບ ທ. ກິມ


ປະທານາທິບໍດີ ດໍໂນລ ທຣຳ ຍ່າງໄປກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ ເກາະ ເຊັນໂຕຊາ, ວັນທີ 12 ມິຖຸນາ 2018, ໃນສິງກະໂປ.
ປະທານາທິບໍດີ ດໍໂນລ ທຣຳ ຍ່າງໄປກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ ເກາະ ເຊັນໂຕຊາ, ວັນທີ 12 ມິຖຸນາ 2018, ໃນສິງກະໂປ.

ສິງກະໂປ ໄດ້ແກ້ໄຂໃໝ່ ກ່ຽວກັບສິ່ງທີ່ຕົນໄດ້ໃຊ້ຈ່າຍໄປ ໃນກອງປະຊຸມສຸດຍອດ ທີ່ເປັນ
ປະຫວັດການ ລະຫວ່າງ ສະຫະລັດ ກັບ ເກົາຫຼີເໜືອ ໂດຍມີລາຍງານວ່າ ໃຊ້ເງິນຈຳນວນ
12 ລ້ານໂດລາ ກົງກັນຂ້າມກັບລາຍງານທີ່ອອກມາກ່ອນໜ້ານີ ທີ່ວ່າ ໃຊ້ເງິນເກືອບ 15
ລ້ານໂດລາ.

ນາຍົກລັດຖະມົນຕີ ສິງກະໂປ ທ່ານ ລີ ຊຽນ ລຸງ ໄດ້ກ່າວວ່າ ຄ່າໃຊ້ຈ່າຍສ່ວນຫຼາຍໄດ້ຖືກ
ນຳໃຊ້ໃນດ້ານການຮັກສາຄວາມປອດໄພໃຫ້ແກ່ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ
ທຣຳ ແລະ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ.

ທ່ານລີ ໄດ້ກ່າວວ່າ “ມັນເປັນຄ່າໃຊ້ຈ່າຍ ທີ່ພວກເຮົາຍິນດີ ທີ່ຈະຈ່າຍ” ເພື່ອປະກອບ
ສ່ວນເຂົ້າໃນກອງປະຊຸມ ທີ່ເປັນ “ຜົນປະໂຫຍດອັນເລິກເຊິ່ງ” ຂອງສິງ ກະໂປ.

ປະເທດເກາະນ້ອຍໆແຫ່ງນີ້ ໄດ້ນຳໃຊ້ການປະຕິບັດການດ້ານຄວາມປອດໄພຂະໜາດ
ໃຫຍ່ ສຳລັບກອງປະຊຸມສຸດຍອດ ດ້ວຍການສົ່ງເຈົ້າໜ້າທີ່ຕຳຫຼວດ ຫຼາຍພັນຄົນອອກໄປ
ປະຈຳການ. ປະເທດນີ້ ຍັງໄດ້ຮັບເອົາຄ່າຈ່າຍຕ່າງໆ ສຳລັບຄະຜູ້ແທນ ກຸ່ມໃຫຍ່ຂອງ
ເກົາຫຼີເໜືອ ລວມທັງ ການພັກເຊົາຢູ່ທີ່ໂຮງ ແຮມຫລູຫລາ St. Regis ຂອງທ່ານກິມ
ນຳດ້ວຍ ອີງຕາມ ອົງການຂ່າວ BBC.

ຜູ້ນຳທັງສອງ ໄດ້ໃຊ້ເວລາ 3 ວັນ ຢູ່ທີ່ສິງກະໂປ ສຳລັບ ກອງປະຊຸມ ໃນວັນທີ 12 ມິຖຸນາ
ຜ່ານມານີ້.

ກອງປະຊຸມ ຄັ້ງທຳອິດ ທີ່ບໍ່ເຄີຍມີມາກ່ອນ ລະຫວ່າງ ຜູ້ນຳຂອງເກົາຫຼີເໜືອ ແລະ
ສະຫະລັດ ບໍ່ໄດ້ພາໃຫ້ມີການບັນລຸຂໍ້ຕົກລົງຢ່າງແທ້ຈິງເລີຍ ແຕ່ທ່ານ ທຣຳ ແລະ ທ່ານ
ກິມ ກໍໄດ້ລົງນາມ ໃນເອກກະສານສະບັບນຶ່ງ ເຊິ່ງໃນນັ້ນ ທ່ານກິມ “ໄດ້ເນັ້ນຢ້ຳຄືນ
ຄວາມໝັ້ນໝາຍອັນໜັກແໜ້ນ ແລະບໍ່ມີການປ່ຽນແປງ ໃນການປົດອາວຸດນິວເຄລຍ
ຢ່າງຄົບຖ້ວນ ຢູ່ແຫຼມເກົາຫຼີ”
ໃນຂະນະດຽວກັນ ທ່ານທຣຳ “ກໍໄດ້ໝັ້ນໝາຍທີ່ຈະສະ
ໜອງ ການຮັບປະກັນຄວາມໝັ້ນຄົງ”
ໃຫ້ແກ່ເກົາຫຼີເໜືອ.

ເອກກະສານດັ່ງກ່າວ ຍັງຮຽກຮ້ອງໃຫ້ທັງສອງປະເທດ ປະສານງານຮ່ວມກັນ ໃນຄວາມ
ພະຍາຍາມເພື່ອສ້າງສັນຕິພາບທີ່ຍືນຍົງ ຢູ່ແຫຼມເກົາຫຼີ ເພື່ອຈັດຕັ້ງສາຍສຳພັນໃໝ່
ລະຫວ່າງ ສະຫະລັດ ກັບ ເກົາຫຼີເໜືອ ແລະ ເພື່ອເກັບກູ້ຊາກກະດູກຂອງ ພວກຊະເລີຍ
ເສີກ ແລະ ພວກທະຫານ ທີ່ຫາຍສາບສູນໄປ ໃນລະຫວ່າງປະຕິບັດໜ້າທີ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG