ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບໍລິຫານບໍລິສັດ ເທັກໂນໂລຈີ ໃນຊີລິຄອນ ວາເລ ເຂົ້າຮ່ວມໃນ ‘ກອງທັບດິຈິໂຕລ’ ຂອງຢູເຄຣນ


Silicon Valley Executive Joins Ukraine’s ‘Digital Army’
please wait

No media source currently available

0:00 0:03:01 0:00

ຜູ້ບໍລິຫານບໍລິສັດ ເທັກໂນໂລຈີ ໃນຊີລິຄອນ ວາເລ ເຂົ້າຮ່ວມໃນ ‘ກອງທັບດິຈິໂຕລ’ ຂອງຢູເຄຣນ

ເມື່ອລັດຖະບານຂອງຢູເຄຣນໄດ້​ອອກ​ປະ​ກາດການຮຽກຮ້ອງຕໍ່ນາໆຊາດ ​ຂໍ​ຮັບ​ສະ​ໝັກພວກນັກລົບທາງໄຊເບີ ຜູ້ບໍລິຫານດ້ານເທັກໂນໂລຈີ ຢູ່ທີ່ຊີລີຄອນ ວາເລ (Silicon Valley) ໃນລັດຄາລີຟໍເນ​ຍ ທ່ານນີ້ ກໍໄດ້ອາສາສະໝັກ. ມິ-ແຊລ ຄວິນ (Michelle Quinn) ແລະ ແມັຕ ດິບໂບ ມີລາຍງານເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພາບເຫດການທີ່ໂຫດຮ້າຍຢູ່ໃນຢູເຄຣນ ໄດ້ກະຕຸ້ນໃຫ້ຊາວຕ່າງຊາດຫຼາຍໆຄົນ ເຂົ້າຮ່ວມໃນການຕໍ່ສູ້ຄຽງບ່າຄຽງໄຫລ່ ກັບກອງທັບຂອງຢູເຄຣນ.

ອາສາສະໝັກຄົນອື່ນໆ ກຳລັງເຂົ້າຮ່ວມໃນສົງຄາມທາງດິຈິໂຕລ ທີ່ເອີ້ນວ່າ ກອງທັບ ໄອທີ ຫຼື IT Army ທີ່ໄດ້ຖືກກຳກັບໂດຍ ລັດຖະມົນຕີການປ່ຽນດ້ານດິຈິໂຕລຂອງຢູເຄຣນ.

ທ່ານເກນນາດີ ກາລານເຕີ ແມ່ນອີກຜູ້ນຶ່ງ. ທ່ານເກີດຢູ່ໃນຢູເຄຣນ ດຽວນີ້ທ່ານ ອາໄສຢູ່ໃນລັດຄາລີຟໍເນຍ ບ່ອນທີ່ທ່ານບໍລິຫານບໍລິສັດເທັກໂນໂລຈີ ຊີລີຄອນ ວາເລ. ໃນແຕ່ລະວັນ ທ່ານຈະກວດເບິ່ງວ່າ ມີພາລະກິດໃດ ສຳລັບບຸກຄົນໃດ ທີ່ຊຳນານໃນດ້ານເທັກໂນໂລຈີ ຄືກັບທ່ານ ຜູ້ທີ່ສາມາດດຳເນີນການໄດ້.

ທ່ານເກນນາດີ ກາລານເຕີ ອາສາສະໝັກ ໃນ ‘ກອງທັບໄອທີ’ ເວົ້າວ່າ “ພວກເຂົາເກັບກຳແລະລວບລວມບັນຊີລາຍຊື່ ແລະສະເໜີຄວາມສາມາດຕ່າງໆ ໃຫ້ເປັນບົດຄວາມ ທີ່ເຮົາແຕ່ລະຄົນສາມາດເຮັດໄດ້ ພວກເຮົາແຕ່ຄົນ ສາມາດເຮັດຢູ່ໃນເຮືອນ ໃນຫ້ອງການຜ່ານທາງໄກ.”

ເປົ້າໝາຍຂອງມື້ນີ້ ແມ່ນເຄືອຂ່າຍສື່ມວນຊົນຂອງລັດຖະບານຣັດເຊຍ ແລະອາ ວຸດນີ້ ເປັນສິ່ງທີ່ພວກລັກເຈາະຂໍ້ມູນ ຫຼືແຮັກເກີ້ ເອີ້ນວ່າ ການໂຈມຕີ ງົດໃຫ້ບໍ ລິການ.

ທ່ານກາລານເຕີ ກ່າວວ່າ “ອັນນັ້ນ ແມ່ນໜັງສືພິມ ເຊັ່ນ kp.ru ໂອເຄ kp.ru.

ອັນນີ້ ເປັນກົງຈັກໂຄສະນາຊວນເຊື່ອຂອງພວກເຂົາ. ມັນກ່າວວ່າ ‘ມີຫຼັກຖານຫຼາຍ ແລະຫຼາຍຂຶ້ນຕື່ມ ຊຶ່ງ ປະຕິການພິເສດ ທີ່ຣັດເຊຍວ່າ ຈະຊ່ວຍຮັກສາໂລກ.’

ໄປເອົາມັນລົງ.

ບູ້ມ!

ອເຄ ເອົາໄປເລີຍ.

ສະນັ້ນ ມັນກຳລັງແລ່ນຢູ່ ມັນກຳລັງໂຈມຕີ ມັນກຳລັງຖືກລະເບີດຖະຫລົ່ມຢູ່ດຽວນີ້.

ມັນບໍ່ເປີດອອກເທື່ອ. ຂ້ອຍຄຶດວ່າ ມັນຕາຍແລ້ວ.”

ການໂຈມຕີທັງຫຼາຍເຫຼົ່ານີ້ ເປັນການຊົ່ວຄາວ ແຕ່ທ່ານກາລານເຕີ ຫວັງວ່າ ພວກເຂົາຈະໄດ້ຮັບຄວາມສົນໃຈ ຂອງພວກພົນລະເມືອງຣັດເຊຍ.

ທ່ານກາລານເຕີ ເວົ້າວ່າ “ມັນຈະເຮັດໃຫ້ຊີວິດການເປັນຢູ່ຂອງພວກຄົນອື່ນໆຫຍຸ້ງຍາກໃນຣັດເຊຍ ທີ່ບໍ່ສາມາດດຳເນີນທຸລະກິດບາງຢ່າງໄດ້. ພວກເຮົາພະຍາຍາມປຸກອາລົມພວກເຂົາ, ພວກເຮົາພະຍາຍາມຫຍຸແຍ່ພວກເຂົາ. ພວກເຮົາພະຍາຍາມຫຍຸແຍ່ພວກເຂົາ. ໄປ ໄປເຮັດສິ່ງໃດສິ່ງນຶ່ງ. ມັນແມ່ນປະທານາ ທິບໍດີຂອງເຈົ້າ. ໄປ ເຮັດແນວໃດແນວນຶ່ງ.”

ທ່ານກາລານເຕີ ເຕີບໃຫຍ່ຢູ່ໃນເມືອງໂອແດັສສາ ເປັນເມືອງຢູ່ທະເລດຳ. ທ່ານກັບຄືນໄປຢູ່ເລື້ອຍໆ ສຳລັບວຽກງານ ແລະໄດ້ໄປຢູ່ທີ່ນັ້ນ ໃນເດືອນກຸມພາເມື່ອ ກອງທັບຂອງຣັດເຊຍ ໄດ້ບຸກລຸກເມືອງດັ່ງກ່າວ.

ທ່ານກາລານເຕີ ເວົ້າວ່າ “ຂ້ອຍໄດ້ໄປຂຸມຝັງສົບແມ່ຂອງຂ້ອຍ. ແລະໃນຂະນະທີ່ຂ້ອຍຢືນຢູ່ທີ່ນັ້ນ ຂ້ອຍບໍ່ຮູ້ເລີຍວ່າ ຂ້ອຍຈະກັບຄືນມາໄດ້ຫຼືບໍ່.”

ທ່ານກາລານເຕີ ອາຍຸ 59 ປີ ໄດ້ພິຈາລະນາທີ່ຈະຢູ່ຕໍ່ໄປ ແລ້ວເຂົ້າຮ່ວມໃນກອງທັບ.

ທ່ານເວົ້າວ່າ “ຂ້ອຍມີລູກສາວຄົນນຶ່ງ ຂ້ອຍມີພັນລະຍາ ແລະຂ້ອຍມີບໍລິສັດຂອງຂ້ອຍ. ສະນັ້ນແຫລະ ຂ້ອຍບໍ່ສາມາດຈະຢູ່ໄດ້ ແລະຕໍ່ສູ້.”

ທ່ານກາລານເຕີ ກ່າວວ່າ ພວກຢູ່ທີ່ນັ້ນ ໃນຣັດເຊຍ ທ່ານຮູ້ດີວ່າ ເຂົ້າເຖິງເລື້ອງການບຸກລຸກ ແບບພຽງແຕ່ຂອງວັງເຄຣມລິນ. ເປົ້າໝາຍຕໍ່ໄປຂອງທ່ານກັບ ກອງທັບໄອທີ ຈະເປັນການເສີມກຳລັງດ້ານຄວາມປອດໄພທາງໄຊເບີ ແລະວິທີທາງນຳເອົາຂໍ້ມູນທີ່ຖືກຕ້ອງໄປໃຫ້ຊາວຣັດເຊຍ.

ທ່ານເວົ້າວ່າ “ບັນດາຜູ້ນຳດ້ານເທັກໂນໂລຈີ ສາມາດເຮັດຫຼາຍຢ່າງຈາກຟາກນີ້. ຂ້ອຍພຽງເປັນຄົນນຶ່ງ. ແຕ່ຂ້ອຍເປັນຄົນຜູ້ທີ່ຮັກຊາດ. ແລະຂ້ອຍພະຍາຍາມເຮັດສິ່ງໃດສິ່ງນຶ່ງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

When the Ukrainian government issued an international call for cyber warriors, this Silicon Valley tech executive signed up. Michelle Quinn and Matt Dibble have the story.

Horrific scenes in Ukraine have spurred many foreign nationals to join the fight alongside the Ukrainian Army.

Other volunteers are joining a digital war effort, a so-called IT Army overseen by Ukraine’s minister of digital transformation.

Gennady Galanter is one of them. Born in Ukraine, he now lives in California where he runs a Silicon Valley tech company. Each day he checks to see if there are missions that someone with his tech skills can carry out.

Gennady Galanter, ‘IT Army’ volunteer said:

“They compile a list and they offer capability – scripts that we as individuals can run, each of us can run at home in our office remotely.”

Today’s target is a Russian government media outlet, and the weapon is what hackers call a Denial-of-Service attack.

Gennady Galanter said:

“That’s a newspaper, kp.ru, OK kp.ru.

This is their propaganda machine. It says, ‘There is more and more evidence that the Special Operation, that Russia saved the world.’

Let’s take it down.

Boom!

Okay here you go.

So, it’s running, it’s attacking, it’s bombarding right now.

It’s not opening up. I think it’s dead already.”

These attacks are temporary, but Galanter hopes they will get the attention of Russian citizens.

Gennady Galanter said:

“It's going to make other people’s lives more difficult in Russia, not being able to conduct some of the business. We're trying to stir them; we’re trying to poke them. We're trying to poke them. Go, go do something. It's your president. Go do something.”

Galanter grew up in Odesa, a city on the Black Sea. He returns frequently for work and was there in February when the Russian army invaded.

Gennady Galanter, ‘IT Army’ volunteer said:

“I went to my mother's graveyard. And as I was standing there, I didn't know whether I was going to be back at all.”

The 59-year-old considered staying and joining the army.

Gennady Galanter, ‘IT Army’ volunteer said:

“I have a daughter; I have my wife and I have my company. And so, I couldn't just stay and fight.”

Galanter says that people he knows in Russia only have access to the Kremlin’s version of the invasion. His next goals with the IT Army will be to fortify Ukrainian cybersecurity and find ways to get accurate information to Russians.

Gennady Galanter, ‘IT Army’ volunteer said:

“Technology leaders can do a lot from this side. I'm just a guy. But I'm a guy who is a patriot. And I'm trying to do something.

XS
SM
MD
LG