ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີສັນຍານ ການຟື້ນຕົວ ຈາກວິກິດການ ແຮງງານ COVID ຂະໜາດໃຫຍ່


ປ້າຍ 'Now Hiring' ຫຼື ຈ້າງພະນັກງານ ຕິດຢູ່ຝາຂອງຮ້ານຂາຍເຄື່ອງແຫ່ງນຶ່ງ, ໃນເມືອງ ແມນເຊັສເຕີ, ລັດ ນິວແຮມເຊີ. 10 ທັນວາ, 2020.
ປ້າຍ 'Now Hiring' ຫຼື ຈ້າງພະນັກງານ ຕິດຢູ່ຝາຂອງຮ້ານຂາຍເຄື່ອງແຫ່ງນຶ່ງ, ໃນເມືອງ ແມນເຊັສເຕີ, ລັດ ນິວແຮມເຊີ. 10 ທັນວາ, 2020.

ອົງການແຮງງານສາກົນໄດ້ລາຍງານໃຫ້ເຫັນເຖິງສັນຍານທີ່ອາດເປັນໄປໄດ້ວ່າ ໂລກຂອງເຮົາພວມຢູ່ໃນເສັ້ນທາງໄປສູ່ການຟື້ນຕົວກັບມາອີກໃນປີນີ້ ຈາກການສູນເສຍວຽກງານຈຳນວນຫຼວງ ຫຼາຍ ຍ້ອນໂຣກລະບາດໄວຣັສໂຄໂຣນາ. ແຕ່ແນວໃດກໍຕາມ, ອົງການແຮງງານສາກົນໄດ້ເຕືອນວ່າ ການຟື້ນຕົວທີ່ວ່ານັ້ນຈະເປັນໄປຢ່າງຊ້າໆ, ແຕກຫັກໄດ້ງ່າຍ ແລະ ບໍ່ສະໝໍ່າສະເໝີ. ລີຊາ
ສໄລນ໌ ມີລາຍງານສຳລັບວີໂອເອ ຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການຄາດຄະເນຄັ້ງຫຼ້າສຸດຂອງອົງການແຮງງານສາກົນໄດ້ສະແດງໃຫ້ເຫັນວ່າ ປະເທດສ່ວນຫຼາຍຈະປະສົບກັບການຟື້ນຕົວທີ່ແຂງແກ່ນໃນຫົກເດືອນສຸດທ້າຍຂອງປີ ໃນຂະນະທີ່ໂຄງການສັກຢາທົ່ວໂລກໄດ້ເລີ່ມຂຶ້ນ.

ແນວໃດກໍຕາມ, ຜູ້ອຳນວຍການໃຫຍ່ຂອງອົງການແຮງງານສາກົນ ທ່ານ ກາຍ ຣາຍເດີ ກ່າວວ່າ ເຫດການທີ່ເປັນແງ່ບວກນີ້ ແມ່ນການຄາດເດົາວ່າ ໂຣກລະບາດແມ່ນໄດ້ຢູ່ພາຍໃຕ້ການຄວບຄຸມແລ້ວ ແລະ ວ່າຄວາມໝັ້ນໃຈຂອງຜູ້ບໍລິໂພກ ແລະ ທຸລະກິດແມ່ນດີ.

ທ່ານ ຣາຍເດີ ກ່າວວ່າ “ແມ່ນກະທັ້ງໃນກໍລະນີນີ້, ພວກເຮົາຄາດວ່າການສູນເສຍຊົ່ວໂມງເຮັດວຽກ ໃນທົ່ວໂລກຈະມີຢູ່ຕໍ່ໄປຕະຫຼອດປີ 2021 ດ້ວຍຊ່ອງຫວ່າງ 1.3 ເປີເຊັນ ທຽບກັບທ້າຍປີ 2019 ແລະ ນັ້ນເທົ່າກັບ 36 ລ້ານຕຳແໜ່ງວຽກເຕັມເວລາ. ໃນທະວີບອາເມຣິກາ, ຢູໂຣບ ແລະ ເອເຊຍກາງ, ການສູນເສຍທີ່ວ່ານັ້ນອາດຈະສູງກວ່າ, ປະມານ 2 ເປີເຊັນ.”

ໃນຂະນະທີ່ ສັນຍານຂອງການຟື້ນຕົວແມ່ນເຮັດໃຫ້ມີກຳລັງໃຈນັ້ນ, ທ່ານ ຣາຍເດີ ໄດ້ເຕືອນວ່າ ການສູນເສຍຊົ່ວໂມງເຮັດວຽກຈະມີຢູ່ຕໍ່ໄປຕະຫຼອດປີ ແລະ ດົນກວ່ານັ້ນ. ທ່ານເວົ້າວ່າຄວາມລຳ ບາກທາງການເງິນ ແລະ ສັງຄົມສຳລັບປະຊາຊົນຫຼາຍລ້ານຄົນຈະບໍ່ສິ້ນສຸດລົງ.

ຫົວໜ້າອົງການແຮງງານສາກົນ ໄດ້ກ່າວຢໍ້າວ່າການວິເຄາະຫຼ້າສຸດ ກ່ຽວກັບ ຜົນກະທົບຂອງ COVID-19 ຕໍ່ວຽກງານໃນໂລກໄດ້ຢືນຢັນເຖິງຄວາມໃຫຍ່ໂຕຂອງຜົນກະທົບຈາກໂຣກລະບາດຕໍ່ຕະຫຼາດແຮງງານໃນປີ 2020.

ທ່ານ ຣາຍເດີ ກ່າວວ່າ “ນີ້ໄດ້ເປັນວິກິດການທີ່ຮ້າຍແຮງທີ່ສຸດສຳລັບວຽກງານໃນໂລກນັບຕັ້ງແຕ່ພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ໃນຊຸມປີ 1930, ເມື່ອປຽບທຽບກັບສາມເດືອນສຸດທ້າຍຂອງປີ 2019, ຕອນນີ້ພວກເຮົາເຫັນ 8.8 ເປີເຊັນຂອງຊົ່ວໂມງເຮັດວຽກໃນທົ່ວໂລກໄດ້ສູນເສຍໄປໃນຮອບປີດ່ັງກ່າວ. ແລະ ນັ້ນແມ່ນເທົ່າກັບວຽກງານເຕັມເວລາ 255 ລ້ານຕຳແໜ່ງ.”

ທ່ານ ຣາຍເດີ ໄດ້ກ່າວຢໍ້າວ່າ ນີ້ແມ່ນປະມານ 4 ເທົ່າໃຫຍ່ກວ່າຕົວເລກຂອງ ການສູນເສຍວຽກງານໃນລະຫວ່າງວິກິດການດ້ານການເງິນໂລກໃນປີ 2009.

ອົງການແຮງງານສາກົນ ໄດ້ລາຍງານວ່າການສູນເສຍວຽກງານນີ້ສ່ວນຫຼາຍ ແມ່ນຜົນຂອງການທີ່ປະຊາຊົນໄດ້ອອກຈາກຕະຫຼາດແຮງງານ ຍ້ອນວ່າເຂົາເຈົ້າບໍ່ສາມາດທີ່ຈະເຮັດວຽກ ຫຼື ຍ້ອນມາດຕະການຫ້າມໂຣກລະບາດ. ໃນຫຼາຍກໍລະນີ, ເຂົາເຈົ້າເວົ້າວ່າ, ປະຊາຊົນໄດ້ຍອມແພ້ ແລະ ຢຸດຊອກຫາວຽກ.

ລາຍງານເວົ້າວ່າ ການສູນເສຍວຽກງານຂະໜາດໃຫຍ່ໄດ້ສົ່ງຜົນເຮັດໃຫ້ສູນເສຍເງິນ ສາມພັນເຈັດຮ້ອຍຕື້ໂດລາ ໃນລາຍໄດ້ຂອງຕະຫຼາດແຮງງານທົ່ວໂລກ ຫຼື 4.4 ເປີເຊັນຂອງຍອດຜະລິດຕະພັນພາຍໃນຂອງໂລກ. ເຂົາເຈົ້າໄດ້ພົບເຫັນວ່າ ແມ່ຍິງ ແລະ ປະຊາຊົນໄວໜຸ່ມແມ່ນຜູ້ທີ່ຖືກກະທົບໜັກສຸດຈາກຄວາມວຸ້ນວາຍຂອງຕະຫຼາດແຮງງານໃນລະຫວ່າງໂລກລະບາດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG