ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ Sierra Leon ເຂົ້າຮັບຕຳແໜ່ງ ສະໄໝ ທີສອງ (ສະໄລດ໌)


ປະທານາທິບໍດີ Sierra Leon ທ່ານ Ernest Bai Koroma ໂບກມືໃຫ້ປະຊາຊົນ ຢູ່ນະຄອນຫລວງ Freetown ໃນວັນທີ 17 ພະຈິກ 2012 ລຸນຫລັງທີ່ໄດ້ ປ່ອນບັດແລ້ວ.
ປະທານາທິບໍດີ Sierra Leon ທ່ານ Ernest Bai Koroma ໂບກມືໃຫ້ປະຊາຊົນ ຢູ່ນະຄອນຫລວງ Freetown ໃນວັນທີ 17 ພະຈິກ 2012 ລຸນຫລັງທີ່ໄດ້ ປ່ອນບັດແລ້ວ.
ປະທານາທິບໍດີ Sierra Leon ທ່ານ Ernest Bai Koroma ໄດ້ສາບານຕົວເຂົ້າຮັບຕໍາແໜ່ງເປັນສະໄໝທີສອງລຸນຫລັງທີ່
ໄດ້ຮັບໄຊຊະນະໃນການເລືອກຕັ້ງ ໃນອາທິດແລ້ວນີ້.

ຢູ່ໃນຄໍາປາໄສຂອງທ່ານຕໍ່ພວກສະໜັບສະໜຸນທີ່ກຳລັງໂຮຮ້ອງ
ໃນວັນສຸກວານນີ້ ຢູ່ທີ່ ເມືອງ Freetown ນັ້ນ ປະທານາທິບໍດີ
Koroma ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປາບປາມການສໍ້ລາດ
ບັງຫລວງ ແລະດຶດດູງເອົາການລົງທຶນຕ່າງປະເທດ.

ສ່ວນທາງສະຫະລັດນັ້ນ ຢູ່ໃນຖະແຫລງການສະບັບນຶ່ງຂອງຕົນ
ແມ່ນໄດ້ສະແດງຄວາມຊົມເຊີຍຕໍ່ປະທານາທິບໍດີ Koroma ໂດຍ
ກ່າວວ່າ ການເລືອກຕັ້ງດັ່ງກ່າວແມ່ນໄດ້ສະແດງໃຫ້ເຫັນເຖິງ
ຄວາມກ້າວໜ້າຂອງ Sierra Leon ໃນການກ້າວໄປຕາມເສັ້ນ
ທາງປັບປຸງສະຖາບັນປະຊາທິປະໄຕ ລຸນຫລັງທີ່ສົງຄາມກາງເມືອງຂອງປະເທດໄດ້ສິ້ນ ສຸດລົງ ເມື່ອນຶ່ງທົດສະວັດຜ່ານມາ.

ປະທານາທິບໍດີ Koroma ໄດ້ສາບານຕົວເພື່ອເຂົ້າຮັບຕໍາແໜ່ງ ບໍ່ພໍເທົ່າໃດຊົ່ວໂມງລຸນ ຫລັງທີ່ຫົວໜ້າຄະນະກໍາມະການເລືອກຕັ້ງແຫ່ງຊາດຂອງ Sierra Leon ໄດ້ປະ ກາດວ່າ ທ່ານ Koroma ເປັນຜູ້ຊະນະການເລືອກຕັ້ງໂດຍໄດ້ຮັບຄະແນນສຽງຫລາຍກວ່າ 58% ຂອງຄະແນນສຽງທັງໝົດ.

ສະໄລດ໌ປະມວນພາບການເລືອກຕັ້ງປະທານາທິບໍດີໃນປະເທດ Sierra Leon

XS
SM
MD
LG