ທ່ານ Koroma ໄດ້ຖືກປະກາດ ໃນວັນທີ 23 ພະຈິກ 2012 ວ່າ ເປັນຜູ້ຊະນະການເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຫລາຍກວ່າ 58% ຂອງຄະແນນສຽງທັງໝົດ.
ເຊຍຣາລີອອນເລືອກ ເອົາປະທານາທິບໍດີ Koroma ໃຫ້ດໍາລົງຕໍາແໜ່ງ ອີກສະໄໝນຶ່ງ

໑
ຜູ້ສະໜັບສະໜຸນຜູ້ນຶ່ງຕໍ່ພັກປະຊາຊົນ Sierra Leone ຫລື SLPP ທີ່ເປັນພັກຝ່າຍຄ້ານນັ້ນ ຮ້ອງໄຫ້ ຢູ່ນອກຫ້ອງການຂອງທ່ານ Julius Maada Bio ຜູ້ສະໝັກເລືອກ ຕັ້ງຈາກພັກ SLPP ລຸນຫລັງມີການປະກາດວ່າ ທ່ານເສຍໄຊໃນການເລືອກຕັ້ງແລ້ວ, ຢູ່ໃນນະຄອນ Freetown ໃນວັນສຸກ ທີ 23 ພະຈິກ 2012. (AP Photo/Tommy Trenchard)

໒
ພວກສະໜັບສະໜຸນພັກ All People's Congress ທີ່ປົກຄອງປະເທດຢູ່ໃນເວລານີ້ ສະເຫລີມສະຫລອງກັນ ລຸນຫລັງມີການປະກາດວ່າ ປະທານາທິບໍດີ Sierra Leon ທ່ານ Ernest Bai Koroma ໄດ້ຊະນະການເລືອກຕັ້ງປະທານາທິບໍດີ ໃນອາທິດແລ້ວນີ້ ຊຶ່ງເຮັດທ່ານໃຫ້ດໍາລົງຕໍາແໜ່ງເປັນສະໄໝທີສອງ ໃນວັນທີ 23 ພະຈິກ 2012.

໓
ປະທານາທິບໍດີ Sierra Leon ທ່ານ Ernest Bai Koroma ທີ່ດໍາລົງຕໍາແໜ່ງຢູ່ນັ້ນ ໂບກມືໃສ່ປວງຊົນລຸຫລັງໄດ້ປ່ອນບັດລົງຄະແນນສຽງ ຢູ່ນະຄອນຫລວງ Freetown ໃນວັນທີ 17 ພະຈິກ 2012 ລຸນຫລັງໄດ້ຊະນະການເລືອກຕັ້ງຄັ້ງໃໝ່.

໔
ທ່ານ Richard Howitt, ຫົວໜ້າຄະນະນັກສັງເກດ ຂອງສະຫະພາບຢູໂຣບ ຫລື EU ປະຈໍາ Sierra Leone ໃຫ້ຄໍາປາໄສ ຢູ່ໃນກອງປະຊຸມຖະແຫລງຂ່າວ ຢູ່ນະຄອນຫລວງ Freetown ໃນວັນທີ 19 ພະຈິກ 2012, ສອງວັນ ລຸນຫລັງມີການປ່ອນບັດເລືອກຕັ້ງເອົາປະທານາທິບໍດີ, ການເລືອກຕັ້ງສະພາແຫ່ງຊາດ ແລະການເລືອກຕັ້ງທ້ອງຖິ່ນຂອງປະເທດດັ່ງກ່າວ ເລີ້ມຂຶ້ນ.