ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການນັບບັດ ເລືອກຕັ້ງ ຢູ່ Sierra Leone ເລີ້ມຂຶ້ນແລ້ວ (ສະໄລດ໌)


ຜູ້ຍິງຄົນນຶ່ງປ່ອນບັດ ເພື່ອເລືອກຕັ້ງເອົາປະທານາທິບໍດີ ທີ່ສະຖານທີ່ປ່ອນບັດໃນຄຸ້ມ Kroo Bay ຂອງເມືອງ Freetown ໃນປະເທດ Sierra Leone ໃນວັນເສົາ ທີ 17 ພະຈິກ, 2012.
ຜູ້ຍິງຄົນນຶ່ງປ່ອນບັດ ເພື່ອເລືອກຕັ້ງເອົາປະທານາທິບໍດີ ທີ່ສະຖານທີ່ປ່ອນບັດໃນຄຸ້ມ Kroo Bay ຂອງເມືອງ Freetown ໃນປະເທດ Sierra Leone ໃນວັນເສົາ ທີ 17 ພະຈິກ, 2012.
ການນັບບັດຄະແນນສຽງໄດ້ເລີ້ມຂຶ້ນແລ້ວຢູ່ Sierra Leone
ບ່ອນທີ່ຜູ້ປ່ອນບັດເລືອກເອົາປະທານາທິບໍດີ ແລະສະພາແຫ່ງ
ຊາດຊຸດໃໝ່ ໃນວັນເສົາວານນີ້.

ການເລືອກຄັ້ງນີ້ ແມ່ນເປັນການເລືອກຕັງຄັ້ງທີສາມນັບແຕ່ໄດ້
ເກີດສົງຄາມກາງເມືອງ ໃນປີ 2002 ເປັນຕົ້ນມາ ແລະຜູ້ໄປລົງ
ຄະແນນສຽງໄດ້ຟ້າວຟັ່ງໄປຫາສະຖານທີ່ປ່ອນບັດແຕ່ເຊົ້າ ໃນ
ມື້ວານນີ້ ເພື່ອໃຊ້ສິດໃຊ້ສຽງຂອງຕົນ. ຫົວໜ້າຄະນະຜູ້ສັງເກດ
ການຂອງສະຫະພາບຢູໂຣບ ທ່ານ Richarch Howitt ໄດ້ກ່າວ
ຕໍ່ນັກຂ່າວວ່າ ໃນໄລຍະຫລາຍຊົ່ວໂມງໃນຕອນເຊົ້ານັ້ນ ຂັ້ນ ຕອນການປ່ອນບັດໄດ້ດຳເນີນໄປດ້ວຍດີ ໂດຍມີປະຊາຊົນໄປ ປ່ອນບັດເປັນຈຳນວນຫຼວງຫຼາຍ.

ຄະນະກໍາມະການເລືອກຕັ້ງແຫ່ງຊາດມີເວລາ 10 ວັນທີ່ຈະປະກາດຜົນການເລືອກຕັ້ງຂັ້ນ ສຸດທ້າຍໃຫ້ປວງຊົນຮູ້. ຖ້າຫາກວ່າບໍ່ມີໃຜ ໃນຜູ້ສະໝັກເລືອກຕັ້ງ 9 ຄົນໄດ້ຄະແນນຮອດ 55% ຂອງຄະແນນສຽງທັງໝົດ, ການເລືອກຕັ້ງຮອບຕັດສິນຊີ້ຂາດ ກໍຈະຈັດໃຫ້ມີຂຶ້ນໃນ ວັນທີ 8 ທັນວາ ເດືອນໜ້ານີ້.

ປະທານາທິບໍດີຢູ່ໃນຕໍາແໜ່ງ ທ່ານ Ernest Bai Koroma ທີ່ໄດ້ຖືກຍົກຍ້ອງສັນລະ ເສີນໃນການສ້າງສາເຮັດໃຫ້ໂຄງລ່າງພື້ນຖານຂອງ Sierra Leone ມີຄວາມກ້າວໜ້າ ປັດຈຸບັນນີ້ ຕ້ອງປະເຊີນຜູ້ທ້າແຂ່ງ 8 ທ່ານ. ໃນນັ້ນລວມມີ ຜູ້ທ້າແຂ່ງຕົ້ນຕໍຂອງທ່ານ ຊຶ່ງ ເປັນຜູ້ສະມັກຈາກຝ່າຍຄ້ານ ທ່ານ Julius Maada Bio ທີ່ໄດ້ຮັບໃຊ້ເປັນຜູ້ນໍາ ກອງທັບ ແຫ່ງຊາດ ໃນປີ 1996 ກ່ອນໜ້າທີ່ຈະໂອນອໍານາດໃຫ້ແກ່ຄະນະລັດຖະບານພົນລະ ເຮືອນ ທີ່ປົກຄອງປະເທດເປັນເວລາສັ້ນໆນັ້ນ.

ເບິ່ງສະໄລດ໌ປະໃວນພາບການເລືອກຕັ້ງ ຢູ່ໃນ Sierra Leone

XS
SM
MD
LG