ບັນດາຜູ້ມີສິດປ່ອນບັດ ຢູ່ ຊີແອຣາ ເລອອນ ກຳລັງພາກັນໄປລົງຄະແນນສຽງໃນວັນ
ເສົາມື້ນີ້ ເພື່ອເລືອກເອົາປະທານາທິບໍດີຮອບສຸດທ້າຍ ຫຼັງຈາກຜູ້ສະໝັກ ທັງ 16 ຄົນ ບໍ່ສາມາດໄດ້ຮັບຄະແນນ 55 ເປີເຊັນ ທີ່ຈຳເປັນຕ້ອງໄດ້ຮັບເພື່ອຈະຊະນະ ໃນການ
ເລືອກຕັ້ງຮອບທຳອິດ ເມື່ອຕົ້ນເດືອນນີ້.
ການລົງຄະແນນສຽງເລືອກຕັ້ງປະທານາທິບໍດີ ມີກຳນົດທີ່ຈະຈັດຂຶ້ນໃນວັນອັງຄານທີ່
ຜ່ານມາ ແຕ່ໄດ້ມີການຊັກຊ້າ ເພື່ອໃຫ້ສານສູງສຸດສາມາດຮັບຟັງການຮ້ອງທຸກຈາກ
ສະມາຊິກຂອງພັກສະພາປະຊາຊົນທັງໝົດ ຫຼື APC.
ບັນດາຜູ້ມີສິດປ່ອນບັດຈະພາກັນລົງຄະແນນສຽງເອົາ ດຣ. ຊາມູຣາ ແມັຕທິວ ວິລສັນ
ກາມາຣາ ຜູ້ສະໝັກປະທານາທິບໍດີຂອງ ພັກ APC ຊຶ່ງເປັນພັກລັດຖະບານ ຫຼືທ່ານ
ຈູລິອັສ ມາດາ ບາຍໂອ ຜູ້ສະໝັກປະທານາທິບໍດີ ຂອງພັກປະຊາຊົນ ຊິແອຣາ
ເລອອນ.
ທ່ານກາມາຣາ ແມ່ນໂຄສະນາຫາສຽງ ເພື່ອໃຫ້ສືບຕໍ່ ປະຫວັດຂອງພັກ APC ໃນ
ການພັດທະນາພື້ນຖານໂຄງລ່າງ. ແຕ່ວ່າບັນດາກຸ່ມຝ່າຍຄ້ານໄດ້ຊີ້ໃຫ້ເຫັນເຖິງການ
ກ່າວຫາ ກ່ຽວກັບການສໍ້ລາດບັງຫຼວງ ຂອງພັກລັດຖະບານ ພ້ອມທັງການຮັບມືກັບວິ
ກິດການຕ່າງໆທີ່ບໍ່ມີປະສິດທິຜົນເຊັ່ນວ່າ ການລະບາດອີໂບລາໃນປີ 2014.
ນີ້ເປັນເທື່ອທີສອງທີ່ຜູ້ສະໝັກຂອງຝ່າຍຄ້ານ ທ່ານບາຍໂອ ໄດ້ລົງສະໝັກແຂ່ງຂັນ
ເອົາຕຳແໜ່ງສູງໆສຸດໃນລັດຖະບານຂອງປະເທດ. ທ່ານໄດ້ເສຍໄຊໃນການເລືອກຕັ້ງ
ໃນປີ 2012 ໃຫ້ແກ່ປະທານາທິບໍດີຄົນປັດຈຸບັນ ທ່ານເອີແນັສຕ໌ ບາຍ ໂກໂຣມາ ທີ່
ຕ້ອງໄດ້ລົງຈາກຕຳແໜ່ງໃນປີນີ້ ຫຼັງຈາກໄດ້ຮັບໃຊ້ປະເທດ ມາໄດ້ສອງສະໄໝແລ້ວ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ