ພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດຂອງ Sierra Leone ເວົ້າວ່າ ການ
ປ່ອນບັດລົງຄະແນນສຽງ ໃນວັນທີ 17 ພະຈິກ ທີ່ໄດ້ຮັບໄຊຊະ
ນະໂດຍປະທານາທິບໍດີ Ernest Bai Koroma ນັ້ນ ແມ່ນມີຂໍ້ ຂາດຕົກບົກຜ່ອງທີ່ເຕັມໄປດ້ວຍການສໍ້ໂກງຄະແນນຢ່າງແຜ່
ຫລາຍ ແລະ ເວົ້າອີກວ່າ ບັນດາຜູ້ນໍາຂອງພັກ ຈະປະຊຸມກັນ
ໃນວັນອັງຄານທີ່ຈະມາເຖິງນີ້ ເພື່ອພິຈາ ລະນາເບິ່ງວ່າ ອາດຈະ
ຂໍອຸທອນກ່ຽວກັບເລື່ອງນີ້ ກໍເປັນໄດ້.
ພັກປະຊາຊົນ Sierra Leone ຫລື SLPP ທີ່ເປັນພັກຝ່າຍຄ້ານ
ນັ້ນ ບໍ່ເຖິງຂັ້ນກັບປະຕິ ເສດຢ່າງສິ້ນເຊີງ ຕໍ່ຜົນການເລືອກຕັ້ງ ທີ່
ສະແດງໃຫ້ເຫັນວ່າ ທ່ານ Koroma ໄດ້ຮັບໄຊ ຊະນະດ້ວຍຄະ
ແນນເກືອບຮອດ 59% ຂອງຄະແນນ ສຽງທັງໝົດນັ້ນ. ຜູ້ສະໝັກ
ເລືອກຕັ້ງຈາກພັກ SLPP ທ່ານ Julius Maada Bio ອະດີດຜູ້
ນໍາອຳນາດປົກຄອງທະ ຫານ ແມ່ນໄດ້ເປັນທີສອງ ຄືໄດ້ຮັບຄະ
ແນນສຽງກາຍ 37% ໜ້ອຍນຶ່ງ.
ທ່ານ Koroma ໄດ້ສາບານຕົວເຂົ້າຮັບຕໍາແໜ່ງເປັນສະໄໝທີສອງໃນວັນສຸກຜ່ານມາ ລຸນ
ຫລັງທີ່ມີການເປີດເຜີຍ ຜົນການເລືອກຕັ້ງຊົ່ວຄາວ ໂດຍຄະນະກໍາມະການເລືອກຕັ້ງແຫ່ງ ຊາດຂອງ Sierra Leon ຊຶ່ງເຫັນວ່າເປັນໄຊຊະນະຢ່າງຂາດຂັ້ນນັ້ນ.
ຄະນະຜູ້ສັງເກດການການປ່ອນບັດເລືອກຕັ້ງຈາກຢູໂຣບ ສັນລະເສີນການເລືອກຕັ້ງວ່າ ເປັນການເລືອກຕັ້ງທີ່ມີຄວາມສະຫງົບ ແລະມີການຈັດຕັ້ງດີ. ແຕ່ຢ່າງໃດກໍຕາມ ພວກ ທ່ານໄດ້ຕິຕຽນການຫາສຽງຂອງທ່ານ Koroma ທີ່ໄດ້ຄອບງໍາການອອກຂ່າວຂອງສື່ ມວນຊົນກ່ອນການເລືອກຕັ້ງແລະໄດ້ໃຊ້ແຫລ່ງທຶນຂອງລັດຖະບານເຂົ້າໃນການຫາສຽງ.
ຍັງບໍ່ມີການປະກາດຜົນການເລືອກຕັ້ງສະພາແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 17 ພະຈິກນັ້ນ ເທື່ອ.
ສະໄລດ໌ປະມວນພາບການເລືອກຕັ້ງຢູ່ໃນ Sierra Leone
ຮອດວັນທີ 23 ພະຈິກ: