ທະຫານອິສຣາແອລກ່າວວ່າ ພວກຫົວຮຸນແຮງຢູ່ໃນແຫຼມກາຊາ ໄດ້ຍິງຖະຫຼົ່ມໃນວັນ
ອັງຄານມື້ນີ້ ໃສ່ເປົ້າໝາຍຫຼາຍແຫ່ງໃນພາກໃຕ້ຂອງອິສຣາແອລ.
ຖະແຫຼງການທາງທະຫານກ່າວວ່າ ຈຳນວນລູຸກສອນໄຟທີ່ຍິງ ໄດ້ຖືກສະກັດກັ້ນໄວ້
ໂດຍ ລະບົບປ້ອງກັນລູກສອນໄຟອາຍຣອນໂດມ (Iron Dome) ໃນຂະນະທີ່ຈຳນວນ
ນຶ່ງ ໄດ້ຕົກລົງ ໃສ່ເຂດທີ່ບໍ່ມີຄົນຢູ່. ບໍ່ມີລາຍງານການໄດ້ຮັບບາດເຈັບແຕ່ຢ່າງໃດ.
ຄວາມເຄັ່ງຕຶງສູງ ຢູ່ຕາມຊາຍແດນ ໄດ້ມີມາເປັນເວລາສອງເດືອນ ກັບຊາວປາແລັສ
ໄຕນ໌ ທີ່ຈັດການປະທ້ວງຮຽກຮ້ອງເອົາສິດທິ ກັບຄືນສູ່ດິນແດນ ທີ່ເຂົາເຈົ້າໄດ້ຫລົບໜີ
ຫຼືໄດ້ຖືກບັງຄັບໃຫ້ໜີ ເວລາອິສຣາແອລໄດ້ກໍ່ຕັ້ງຂຶ້ນມາ ໃນປີ 1948. ພວກປະທ້ວງ
ຍັງໄດ້ເຕົ້າໂຮມກັນ ຕ້ານການກີດກັ້ນ ຢູ່ແຫຼມກາຊາມາໄດ້ຫຼາຍກວ່ານຶ່ງທົດສະວັດ
ພ້ອມດ້ວຍສະຖານທີ່ຕັ້ງ ສະຖານທູດສະຫະລັດ ຍ້າຍຈາກແຕນລາວີບ ໄປຫາເຈຣູ
ຊາແລັມ.
ກຳລັງອິສຣາແອລ ໄດ້ສັງຫານຊາວປາແລັສໄຕນ໌ຢ່າງໜ້ອຍ 115 ຄົນ ລະຫວ່າງການ
ປະທ້ວງ ເຮັດໃຫ້ມີການຕິຕຽນ ໃນການໃຊ້ກຳລັງ. ອິສຣາແອລ ໄດ້ຕິຕຽນກຸ່ມຫົວຮຸນ
ແຮງຮາມາສ ຕໍ່ການສ້າງຄວາມຮຸນແຮງ ແລະກ່າວວ່າຕົນປະຕິບັດການ ກໍແມ່ນເພື່ອ
ປ້ອງກັນຊາຍແດນ.