ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນ​ຫຍັງ ບັນ​ຫາຂາດ​ວຽກ​ເຮັດ​ງານ​ທຳ ຂອງຊາວ​ໜຸ່​ມ​ລາວ ຈຶ່ງຍາກ​ທີ່ຈະ​ແກ​້​ໄດ້​?


ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ
ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ

ໃນ​ທ້າຍ​ເດືອນ​ແລ້ວນີ້ວີ​ໂອ​ເອ​ໄດ້​ລາຍ​ງານໄປ​ວ່າ ​ລັດ​ຖະ​ບານ​ລາວ​ປະ​ສົບ​ຄວາມ​ຫລົ້ມ​ແຫລວ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ລາວ ແລະກ​ານ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດກໍບໍ່​ຕອບ​ສະ​ໜອງ​ໄດ້ຕາມຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ​ແຮງ​ງານ​ພາຍ​ໃນປະ​ເທດ​. ໃນ​ມື້ນີ້
ທາງວີໂອ​ເອ​ ໄດ້ຈະ​ນຳ​ເອົາ​ຄຳ​ຄິດ​ເຫັນຂອງ​ພະ​ນັກ​ງານ​ໃນ​ຂະ​ແໜງ​ການ​ສຶກ​ສາ​ ແລະ​ຂະ​ແໜງ​ອື່ນບາງ​ທ່ານກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວມາ​ສະ​ເໜີ​ທ່ານ. ເພື່ອບໍ່​ເປັນ​ການ​ເສຍ​ເວ​ລາ ຂໍ​ເຊີນ​ທ່ານ​ໄປ​ຟັງ​ລາຍ​ລະ​ອຽດ​ເລື້ອງນີ້​ຈາ​ກ​ກິ່ງ​ສະ​ຫວັນ, ນັກ​ຂ່າວ​ຂອງ​ພວກ​ເຮົາໄດ້​ໃນ​ອັນ​ດັບ​ຕໍ່​ໄປ.

ຫລາຍໆ​ທ່ານ​ອາດ​ຈະ​ໄດ້​ຟັງ ຫລື​ໄດ້​ອ່ານ​ລາຍ​ງານ​ຂອງ​ທ່ານ​ຊົ​ງ​ລິດ ໂພນ​ເງິນ, ນັກ​ຂ່າວ​ຂອງວີ​ໂອ​ເອ ທີ່​ເຜີຍ​ແຜ່​ອອກ​ໄປ​ໃນ​ທ້າຍ​ເດືອນ​ແລ້ວນີ້​ລະ​ເນາະ​ວ່າ ລັດ​ຖະ​ບານ​ລາວ​ປະ​ສົບ​ຄວາມ​ຫລົ້ມ​ແຫລວ​ໃນ​ການ​ພັດ​ທະນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ລາວ. ອີງ​ຕາມ​ລາຍ​ງານນັ້ນ, ທ່ານ​ບຸນ​ທອງ ຈິດ​ມະ​ນີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ປະ​ທານ​ຄະ​ນະ​ກວດ​ກາ​ພັກ-ລັດຖະ​ແຫລງ​ຢືນ​ຢັນ​ວ່າ:


ອົງ​ການ​ແລະ​ນັກ​ທຸ​ລະ​ກິດຍັງ​ບໍ່​ທັນ​ສະ​ໜອງ​ຕຳ​ແໜ່ງ​ງານ​ໃໝ່​ໃຫ້​ພຽງ​ພໍ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ຂອງ​ຕະຫຼາດ​ແຮງ​ງານ ຕຳ​ແໜ່ງ​ງານ​ທີ່​ເກີດ​ຂຶ້ນ​ ໃໝ່​ຈຳ​ນວນ​ນຶ່ງ ທີ່​ຕ້ອງ​ການ​ແຮງ​ງານ​ທີ່​ມີ​ຝີ​ມື​ແຮງ​ງານ ຊຶ່ງ​ເຮັດ​ໃຫ້​ແຮງງ​ງານ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຂົ້າ​ເຖິງ​ການ​ມີ​ວຽກ​ເຮັດ​ງານ​ທຳ ແລະ​ວຽກ​ທີ່​ມີ​ລາຍ​ໄດ້​ສູງ ການ​ສົ່ງ​ເສີມ ການ​ຈັດ​ຫາ​ແຮງ​ງານ ແລະ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ຈັດ​ຫາ​ແຮງ​ງານ ຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ກັບຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຕະຫຼາດ​ແຮງ​ງານ.”

ຕໍ່​ບັນ​ຫາ​ດັ່ງ​ກ່າວ, ອີງ​ຕາມ​ຄຳ​ຄິດ​ເຫັນ​ຂອງທ່ານ ສົມບູນ ມາ​ສຸ​ວັນ, ​ພະ​ນັກ​ງານອາ​ວຸ​ໂສ​ທ່ານ​ນຶ່ງ ຊຶ່ງ​ເມື່ອ​ກ່ອນ​ເຄີຍ​ເຮັດ​ວຽກ​ຢູ່ໃນກົມສາມັນສຶກສາ​ຂອງ ກະຊວງສຶກສາ ແລະກິລາຂອງລາວເວົ້າ​ວ່າ ມີ​ເຫດ​ຜົນ​ສອງ​ຢ່າງ. ອັນ​ທີ​ນຶ່ງ​ກໍຄື ຄຸນ​ນະ​ພາບ​ການ​ສຶກ​ສາ​ໃນ​ລາວ​ຕໍ່າເມື່ອ​ທຽບ​ກັບ​ປະ​ເທດ​ອື່ນ ຊຶ່ງ​ທ່ານ​ກ່າວດັ່ງ​ນີ້:

​ເຊີນ​ຊົມ​ວີ​ດີ​ໂອ
please wait

No media source currently available

0:00 0:01:28 0:00

ກະຊວງສຶກສາກໍຮູ້ວ່າຄຸຸນະພາບ ຂອງການສຶກສາທີ່ຕໍ່າ ຕໍ່າຕັ້ງແຕ່ປະຖົມພຸ້ນ ແຫຼະ
|ຂຶ້ນມາ
. ເບິ່ງຈາກການປະເມີນ ຫັ້ນໜາ, ປະເມີນວິຊາພາສາລາວໜິ ການຂຽນ ການ
ອ່ານຂອງນັກຮຽນ
ປໍ 4 ປໍ 5 ໜິ ກາຍັງບໍ່ຢາກໄດ້ດີແລ້ວ. ເລື້ອງເລກ ເລື້ອງຄະນິດ
ສາດໜິ
ຄວາມຮູ້ກາຕໍ່າຫັ້ນນະ.”

ສ່ວນສາ​ເຫດ​ທີ​ສອງ ທ່ານສົມ​ບູນ​ບອກນັ້ນ​ກໍ​ຄື ມັນມີກະແສນິຍົມສອງຢ່າງ ຢູ່ໃນລາວ, ອັນທີນຶ່ງແມ່ນຄົນສ່ວນຫລາຍ ນິຍົມເຮັດວຽກນໍາລັດຖະບານ ຫລາຍກວ່າ ເຮັດວຽກ ນໍາ
ເອກະຊົນ ຫລືເປັນນາຍຊ່າງຕ່າງໆ ເຖິງແມ່ນວ່າ ຄວາມສາມາດຮັບເອົາພະນັກງານໃໝ່ ໄປເປັນລັດຖະກອນຈະມີຂີດຈໍາກັດ ກໍຕາມ. ດັ່ງ​ຄຳ​ຄິດ​ເຫັນ​ຂອງ​ອາ​ຈານສອນ​ໃນຂະ
​ແໜງ​ເສດ​ຖະ​ສາດ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດທ່ານນຶ່ງ​ທີ່​ເວົ້າ​ວ່າ:

“ກະຊວງສຶກສາ ຄູອາຈານ ກະມີແຕ່ໃຫ້ຄວາມຮູ້ແກ່ນັກສຶກສາ ສ່ວນໂຄຕາ ສັບຊ້ອນ
ວຽກແມ່ນເປັນໜ້າທີ່ຂອງກະຊວງແຮງງານເປັນຜູ້ສັບຊ້ອນຈັດສັນໃຫ້ສອດຄ່ອງກັບ
ໜ້າວຽກຂອງລັດ, ສ່ວນບໍລິສັດເອກະຊົນ ກໍມີວຽກງານຈໍາກັດໃນການ ຮອງຮັບເອົາ
ພະນັກງານເຮັດ
ວຽກ ໂດຍລວມກໍຍັງມີຄົນເຈົ້າຄົນຂ້ອຍຄືກັນຢູ່ ມັນກະສົ່ງຜົນກະທົບ
ລະນໍແນວວ່າ ແຕ່ລະປີມີນັກສຶກສາຈົບຢູ່ຂະແໜງເສດ ຖະສາດເກືອບ 800-900

ຄົນ ບໍ່ນັບພະແນກອື່ນໆ ແລະ ບໍ່ນັບນັກສຶກສາທີ່ ຮຽນຈົບມາແຕ່ນອກອີກ. ດຽວນີ້
ເພິ່ນກໍເລັ່ງແກ້ໄຂ ຄືລະດົມແນະນໍາໃຫ້ ນັກຮຽນທີ່ຈົບມັດທະຍົມຕົ້ນ ຫຼື ມັດທະຍົມ
ປາຍ ຄິດໄປຊອກຫາຮຽນວິຊາຊີບ ຊັ້ນຕົ້ນ ຊັ້ນກາງທີ່ຈົບແລ້ວກະສາມາດຫາວຽກ

ເຮັດງານທໍາ ແລະເຮັດທຸລະ ກິດຕົນເອງໄດ້ ເຊັ່ນ ວຽກການຊ່າງສ້ອມແປງລົດຍົນ,
ຊ່າງກົນຈັກໜັກ,ຂະແໜງການຕະຫລາດລະບົບອອນລາຍໄອທີ, ຂະແໜງປູກ
ຝັງລ້ຽງສັດເຊັ່ນ ລ້ຽງເປັດໄກ່ ໝູ ງົວ ແລະປູກພື
ດພັນຕ່າງໆ ແຕ່ກະຍາກຢູ່ເພາະ
ຍ້ອນກະແສນິຍົມບ້ານເຮົາ ຍັງມີແນວຄວາມ
ຄິດຢາກນັ່ງແຕ່ໂຕະຕັ່ງມັນກໍຕ້ອງໃຊ້
ເວລາພໍສົມຄວນ ກະປະມານນັ້ນລະ.”

ເມື່ອຄວາມຕ້ອງການຢາກເຮັດວຽກນໍາລັດຖະບານຫລາຍ ກໍເຮັດໃຫ້ຄົນນິຍົມກັນໄປຮຽນ
ຢູ່ໃນຊັ້ນ​ສູງ ຫລື ຊັ້ນປະລິນຍາຕີ ແລະໂທຫລາຍ ກວ່າຮຽນຢູ່ໃນໂຮງຮຽນວິຊາຊີບ ຫລື​ການ​ຊ່າງ. ເມື່ອພາກ ສ່ວນນີ້ ຮັບເອົາພະນັກງານໃນຂີດຈໍາກັດກໍ​ເຮັດ​ໃຫ້​ຄົນ​ເຫລືອ​ວຽກ ແລະ​ມີ
ການ​ຫລິ້ນ​ພັກ​ພວກ​ເຊັ່ນ​ກັນ ດັ່ງ​ການ​ໃຫ້​ສຳ​ພາດ​ຂອງພະນັກງານວິຊາການ ທ່ານ​ນຶ່ງຢູ່ໃນ
ໂຄງການເອກະຊົນ ຕ່າງປະເທດກ່າວ​ຕໍ່​ວີ​ໂອ​ເອທີ່​ເວົ້າ​ວ່າ:

“ອັນທີ 1 ຫັ້ນນະ ເລື້ອງວາງການສຶກສາຖືວ່າເນັ້ນໃສ່ແຕ່ລະດັບສູງເອົາແຕ່ ຄົນຈົບ
ເອກ, ຈົບໂທ ມີແຕ່ພວກຈົບບໍລິຫານ. ສ່ວນພວກຈົບວິຊາການບໍ່ຫຼາຍ ສຸດທ້າຍຄົນ
ມັນອັ່ງ ສ່ວນພາກພື້ນຖານບໍ່ເຄີຍເຮັດ. ອັນທີ 2. ພາກລັດ ຮັບແຕ່ຕີ ແຕ່ໂທ ບໍ່ຮັບຊັ້ນ
ຕົ້ນ, ຊັ້ນກາງ. ອັດຕາພັດຈໍາກັດ ລະບາດນີ້ໂຄງ ການທັງຫຼາຍຄືວ່າຫັ້ນລະແຕ່ເກົ່າ
ຄ້າຍຄືລັດ
ຖະບານແມ່ນເງິນຊິວ່າຈັ່ງໃດ ເງິນທີ່ລົງທຶນກ່ອນ ທົ່ວທີບຜັດຊອກວຽກ
ໄດ້ ພໍມີວຽກເຮັດ, ດຽວນີ້ມັນ ບໍ່ມີແລ້ວເດ ບາດນີ້ວຽກໂຄງການແທ້ຈິງພວກສະໝັກ

ສ່ວນໃຫຍ່ ໄດ້ເຮັດວຽກ​ກໍ​ແມ່ນພວກທີ່ມີເສັ້ນມີສາຍຄືກັນ ຈ້າງເຂົ້າ.”

ສ​ະ​ພາບ​ການ​ດັ່ງ​ກ່າວເຫັນ​ວ່າມີ​ຢ່າງຫລວງຫລາຍ ດັ່ງ​ການ​ໃຫ້​ສໍ​າ​ພາດ​ຂອງ​ພະ​ນັກ​ງານ​
ສັນ​ຍາ​ຈ້າງທີ່ຮຽນ​ຈົບ​ວີ​ຊາ​ຂຸດ​ຄົ້ນ​ບໍ່​ແຮ່​ຊັ້ນ​ສູງ ແຕ່ບໍ່​ສາ​ມາດ​ຫາ​ວຽກ​ເຮັດ​ໃນ​ຂະ​ແໜງ​ທີ່​
ຕົນ​ເອງຮຽນ​ມາ​ໄດ້ ຈຶ່ງ​ໄດ້​ສະ​ໝັກ​ເຂົ້າ​ໄປ​ເຮັດ​ວຽກ​ໃນ​ຂະ​ແໜງ​ທີ່ບໍ່​ຖືກວິ​ຊາ​ສະ​ເພາະ​
ຂອງ​ຕົນ ພໍໃຫ້​ມີ​ລາຍ​ໄດ້ ດັ່ງ​ການ​ໃຫ້​ສຳ​ພາດນອງ​ພະ​ນັກ​ງານ​ສັນ​ຍາ​ຈ້າງ​ຢູ່​ໃນຫ້ອງການ
ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມຂອງ​ເມືອງ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ
ວຽງ​ຈັນທີ່​ເວົ້າ​ວ່າ:

“ພາຍຫຼັງກະຮຽນຈົບມາໄດ້ 4-5 ປີແຫລະ ກະຜ່ານມາກະຊອກວຽກມັນກະຍາກສົມ
ຄວນ, ກະຍ້ອນເຮົາຢາກເຂົ້າລັດເຂົ້າພັກ ເຂົ້າເປັນລັດຖະກອນນໍາເຂົາ ຫັ້ນລະ. ກະ
ຍ້ອນເຮົາບໍ່ມີທຶນ, ບໍ່ມີຍອດມັນກະເລີຍເປັນຜູ້ຮັບຈ້າງທົ່ວໄປ ຫັ້ນລະ. ກະເຮັດວຽກ

ນໍາເຂົາເຈົ້າ ກະເຮັດວຽກໄປ ເລື້ອຍໆ ກະໄດ້ເງິນເລັກໆ ນ້ອຍໆ ກະພໍຢູ່ພໍກິນຫັ້ນລະ ພໍໄດ້ຈ່າຍດ້າມເລັກດ້າມນ້ອຍ. ດຽວນີ້ວຽກມັນ ກະຊອກຍາກກ່ອນຊິໄດ້ເຂົ້າພັກເຂົ້າ
ລັດ ມັນກະຍາກສົມຄວນ.”

ສະ​ຫລຸບ​ແລ້ວ ລັດ​ຖະ​ບານ​ລາວ​ຍັງ​ປະ​ສົບ​ບັນ​ຫາ​ໃນ​ການ​ສ້າງ ວຽກ​ເຮັດ​ງານ​ທຳໃຫ້​ແກ່
​ຊາວ​ໜຸ່ມ​ລາວ ໂດຍ​ສະ​ເພາະນັກ​ສຶກ​ສາ ທີ່​ຫາກໍ່​ຮຽນຈົບ​ຂັ້ນ​ສູງ ພ້ອມ​ກັນ​ນັ້ນ ​ກໍ​ຍັງມີ​ກະ
​ແສ​ນິ​ຍົມທີ່ມັກ​ເຮັດ​ການ​ນຳ​ລັດ​ຖະ​ບານ ແລະ​ຮຽນ​ໃນ​ຂະ​ແໜງ​ກ່ຽວ​ຂ້ອງ​ກັບ​ເສດ​ຖະ​ກິດຫລາຍກວ່າ ແທນ​ທີ່ຈະ​ອີງ​ໃສ່​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ​ແຮງ​ງານ​ຂອງ​ປະ​ເທດ​.

XS
SM
MD
LG