ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມືປືນ ສັງຫານ ທະຫານ 3 ຄົນ ກ່ອນຍິງ ຕົນເອງຕາຍ ທີ່ ຖານທັບແຫ່ງນຶ່ງ ໃນລັດເທັກຊັສ (ສະໄລດ໌/ວີດີໂອ)


FORT HOOD SHOOTING CNPK
please wait

No media source currently available

0:00 0:02:29 0:00

ເບິ່ງວີດີໂອເລື້ອງນີ້.

ທະຫານ​ຄົນ​ນຶ່ງໄດ້​ສັງຫານ​ເພື່ອນ​ທະຫານ​ນຳ​ກັນ 3 ຄົນ
​ທີ່​ຄ້າຍ​ທະຫານ​ບົກ Fort Hood ​ໃນ​ໃຈກາງ​ລັດ Texas
ກ່ອນ​ຜູ້​ກ່ຽວ​ຂ້າ​ໂຕ​ເອງ​ຕາຍ ​ໃນ​ເຫດການ ​ທີ່​ເຮັດ​ໃຫ້​ທະ
ຫານອື່ນໆ​ຕື່ມ​ອີກ 16 ຄົນ​ໄດ້​ຮັບ​ບາດ​ເຈັບ.

ພົນ​ໂທ Mark Milley ຜູ້​ບັນຊາ​ການ​ຖານ​ທັບ​ດັ່ງກ່າວເວົ້າ​
ໃນ​ແລງ​ວັນ​ພຸດ ​ວານ​ນີ້​ວ່າ ມື​ປືນ​ຂ້າ​ໂຕ​ເອງ​ຕາຍດ້ວຍປືນ​
ສັ້ນ​ແບບເຄິ່ງ​ອັດ​ຕະ​ໂນ​ມັດ ​ໃນ​ຂະນະ​ທີ່ສາລະວັດ​ທະຫານ
​ຄົນນຶ່ງ ພວມຈະ​ເຂົ້າ​ໄປ​ໃກ້ຜູ້ກ່ຽວ.
ຄ້າຍ Fort Hood
ຄ້າຍ Fort Hood

ພົນ​ໂທ Milley ກ່າວ​ວ່າ “ລະດັບທີ່​ແທ້​ຈິງແລະຊ່ວງເວລາ​
ຂອງ​ເຫດການ​ທີ່​ເກີດ​ຂຶ້ນ​ ຍັງ​ບໍ່​ເປັນທີ່​ຈະ​ແຈ້ງ 100 ​ເປີ​
ເຊັນ​ເຕັມ. ມີ​ການ​ເຊື່ອ​ກັນ​ວ່າ ທະຫານ​ຄົນ​ນີ້​ ຍ່າງ​ເຂົ້າ​
ໄປ​ອາ​ຄານ​ຫຼັງ​ນຶ່ງ​ແລ້ວ​ເປີດ​ສາກ​ຍິງ​ປືນ​ໃສ່ຜູ້ຄົນ ຫລັງ
ຈາກນັ້ນກໍ​ເຂົ້າໄປ​ໃນ​ລົດຄັນ​ນຶ່ງແລະ​ຍິງ​ອອກ​ມາຈາກ​
ລົດ​ຄັນ​ນັ້ນ​ແລະ​ຕໍ່ມາຜູ້ກ່ຽວກໍອອກ​ຈາກ​ລົດ ​ແລ້ວ​ຍ່າງ​
ເຂົ້າ​ໄປ​ໃນ​ອາຄານ​ອີກ​ຫຼັງ​ນຶ່ງ​ແລ້ວ​ເປີດ​ສາກ​ຍິງ​ປືນໃສ່
ຜູ້ຄົນ​ຕື່ມ​ອີກ ​ແລະ​ຫຼັງ​ຈາກ​ນັ້ນ​ໄດ້​ຍິງຕໍ່ສູ້ກັບ​ເຈົ້າ​ໜ້າ​ທີ່
​ປະຕິບັດ​ກົດໝາຍ​ໃນ​ຄ້າຍ Fort Hood​.”


ນາຍ​ພົນ Milley ກ່າວ​ວ່າ ຍັງບໍ່​ຮູ້ຈັກ​ກ່ຽວ​ກັບວັດຖຸ​ປະສົງຂອງຜູ້ກ່ຽວ ​ແຕ່​ວ່າບັນດາ ​ເຈົ້າ​ໜ້າ​ທີ່ບໍ່​ເຊື່ອ​ວ່າ ​ເຫດການ​ດັ່ງກ່າວມີ​ສ່ວນ​ພົວພັນ​ກັບ​ການ​ກໍ່​ການ​ຮ້າຍ. ບັນດາ ​ເຈົ້າ​ໜ້າ​ທີ່​ລະບຸວ່າ ​ມື​ປືນ​ຄົນ​ນີ້ ຊື່ Ivan Lopez.

ນາຍ​ພົນ Milley ກ່າວ​ວ່າ ມື​ປືນໄດ້​ໃຊ້​ເວລາ​ຢູ່​ໃນ​ສະໜາມ​ລົບ​ເປັນ​ເວລາ 4 ​ເດືອນ​
ໃນອີຣັກ ​ໃນ​ປີ 2011 ​ແລະ​ໄດ້​ຢູ່​ໃນ​ຂັ້ນ​ຕອນ​ທີ່​ກວດ​ສອບ​ຄວາມ​ຜິດ​ປົກກະຕິ​ທາງ​
ກາຍ​ແລະ​ຈິດ​ໃຈ​ຫຼັງ​ຈາກ​ປະສົບ​ກັບ​ຄວາມ​ຮຸນ​ແຮງ​ມາ​ແລ້ວ.

ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ທີ່ຖະແຫຼງຈາກ​ນະຄອນ Chicago ​ໄດ້​ສະ​ແດງ​
ຄວາມ​ໂສກ​ເສົ້າ​ເສຍ​ໃຈ ໂດຍ​ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ອົກ​ຫັກ​ທີ່​ວ່າ ​ເລື້ອງ​ນີ້​
ອາດ​ຈະ​ໄດ້​ເກີດ​ຂຶ້ນ​ມາ​ອີກ” ຊຶ່ງ​ທ່ານໄດ້​ອ້າງ​ເຖິງ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ ​ແລະ
​ພວກ​ຄອບຄົວ​ຂອງ​ເຂົາ​ເຈົ້າ ຄື​ເປັນ​ພວກ​ທີ່​ໄດ້ "ເສຍສະລະຢ່າງໃຫຍ່​ຫຼວງ​
ເພື່ອ
ອິດ​ສະລະ​ພາບ”.
XS
SM
MD
LG