ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ມີນາ ໒໐໒໓

ເຖິງແມ່ນວ່າ ຫຼາຍໆລັດໄດ້ປິດເມືອງ ຍ້ອນໂຄວິດ-19 ແຕ່ໂຮງແຮມ ຢູ່ໃນລັດຟລໍຣິດາ ກໍຍັງເປີດທຸລະກິດ ຕະຫຼອດມາ


ທ່ານນາງ ຊີນາ ວານີສະຫວັດ (ຂວາ) ພະນັກງານຕ້ອນຮັບປະຈຳໂຮງແຮມໃຫຍ່ 501 ຫ້ອງນອນ ໃນເມືອງ ແວັສຕັນ ລັດຟລໍຣີດາ ແລະຄູ່ຮ່ວມງານ.

ທ່ານນາງຊີນາ ວານີສະຫວັດ ຄົນລາວອາເມຣິກັນ ເຮັດວຽກເປັນພະນັກງານຕ້ອນຮັບຢູ່ທີ່ໂຮງແຮມໃຫຍ່ 501 ຫ້ອງນອນ ໃນເມືອງແວັສຕັນ ຕັ້ງຢູ່ໃກ້ກັບໂຮງໝໍໍໃຫຍ່ຂອງເມືອງ ລະຫວ່າງນະຄອນໄມອາມີ ແລະຟອດລອດເດີເດລ ທາງພາກໃຕ້ຂອງລັດຟລໍຣິດາ. ຫຼັງຈາກທີ່ຫຼາຍໆລັດໄດ້ອອກມາດຕະການປິດເມືອງໃນເດືອນມີນາ ລັດຟລໍຣີດາ ກໍບໍ່ໄດ້ປະກາດໃຊ້ມາດຕະການໃດໆ ເກືອບນຶ່ງເດືອນຕໍ່ມາ ຟລໍຣີດາ ໄດ້ເລີ້ມມີກໍລະນີຕິດເຊື້ອໄວຣັສໂຄໂຣນາ ທ່ານຣອນເດີແຊນຕິສ ຈຶ່ງໄດ້ອອກມາດຕະການປິດເມືອງ ແລະໃນກາງເດືອນພຶດສະພາ ທ່ານໄດ້ປະກາດອະນຸຍາດໃຫ້ເປີດຫາດຊາຍຈຳນວນນຶ່ງ ຕົກມາເຖິງກາງເດືອນພຶດສະພາ ທ່ານໄດ້ອະນຸຍາດໃຫ້ເປີດທຸລະກິດເຊັ່ນສະຖານທີ່ອອກກຳລັງກາຍ ແລະຮ້ານອາຫານຄືນໃໝ່ ແຕ່ໂຮງແຮມທີ່ທ່ານນາງຊີນາເຮັດວຽກຢູ່ນັ້ນ ກໍບໍ່ໄດ້ຖືກປິດແຕ່ຢ່າງໃດເລີຍ ແລະທ່ານນາງຊີນາ ກໍແມ່ນນຶ່ງໃນຊາວຄົນ ທີ່ເປັນພະນັກງານຈຳເປັນຕ້ອງໄດ້ເຮັດວຽກຕໍ່ໄປດັ່ງທີ່ທ່ານນາງໄດ້ກ່າວສູ່ວີໂອເອລາວ ຟັງດັ່ງນີ້:

ທ່ານນາງຊີນາ ເລົ່າສູ່ວີໂອເອລາວຟັງວ່າ ໂຮງແຮມໄດ້ເປີດຮັບແຂກພຽງ 15 ເປີເຊັນຂອງຈຳນວນຫ້ອງທັງໝົດ ໂດຍຈະຖືກນຳໃຊ້ເປັນສະຖານທີ່ກັກຕົວໃນບໍລິເວນ ແລະໃນເລື້ອງການປ້ອງກັນຕົວ ເພື່ອບໍ່ໃຫ້ຕິດໄວຣັສນັ້ນ ທ່ານນາງໄດ້ກ່າວສູ່ຟັງວ່າ:

ທ່ານນາງຊີນາກ່າວອີກວ່າ ໃນລະຫວ່າງການເປີດທຸລະກິດຄືນໃໝ່ ພວກນັກທ່ອງທ່ຽວໄດ້ພາກັນຫລັ່ງໄຫລໄປຫຼິ້ນຫາຍຊາຍເລາະຕາມແຄມທະເລຂອງລັດ
ຟລໍລີດາ ແລະພວກແຂກທີ່ໄປພັກເຊົາຢູ່ໂຮງແຮມນັ້ນ ບາງຄົນກໍ່ບໍ່ໄດ້ໃສ່ໜ້າກາກ ເມື່ອທ່ານນາງເຕືອນແຂກໃຫ້ໃສ່ໜ້າກາກ ປາກົດວ່າພວກເຂົາເຈົ້າບໍ່ພໍໃຈແລ້ວຕໍ່ວ່າຕໍ່ຂານ ເມື່ອຖືກເຕືອນເຖິງສາມຄັ້ງແລ້ວ ເຂົາເຈົ້າຍັງບໍ່ໃສ່ໜ້າກາກ ທ່ານນາງຈຶ່ງຈຳເປັນຕ້ອງໄດ້ໂທຫາເຈົ້າໜ້າທີ່ຕຳຫຼວດ ມາແກ້ໄຂບັນຫາ.

ຄອບຄົວຂອວທ່ານນາງ ຊີນາ ວານີສະຫວັດ ຢູ່ທີ່ເມືອງແວັສຕັນ ບັດຟລໍຣີດາ
ຄອບຄົວຂອວທ່ານນາງ ຊີນາ ວານີສະຫວັດ ຢູ່ທີ່ເມືອງແວັສຕັນ ບັດຟລໍຣີດາ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG