ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດນ້ຳມັນ Shell ຈະຈ່າຍເງິນ 83 ລ້ານ​ໂດ​ລ່າ ໃຫ້ແກ່ ຄະດີນ້ຳມັນຮົ່ວ ຢູ່ໄນ​ເຈີ​ເຣຍ


Nigeria Oil Spill Settlement VOSOT
please wait

No media source currently available

0:00 0:01:13 0:00

ບໍລິສັດນ້ຳມັນ​ຍັກ​ໃຫຍ່ Royal Dutch Shell ​ໄດ້​ຕົກລົງ​ທີ່​ຈະ​
ຈ່າຍ​ເງິນຫຼາຍ​ກວ່າ 83 ລ້ານ​ໂດ​ລ່າ ​ເພື່ອ​ແກ້ໄຂບັນຫາກັບ​ຜູ້​ຄົນ
​ຫຼາຍ​ພັນ​ຄົນຂອງ​ປະ​ຊາ​ຄົມ​ຊາວ​ປະມົງ ​ໃນ​ພາກ​ໃຕ້​ຂອງ​ໄນ​ເຈີ​ເຣຍ
ກ່ຽວກັບ​ການ​ຮົ່ວ​ໄຫຼ​ຂອງນ້ຳມັນ 2 ຄັ້ງ.

ບໍລິສັດນ້ຳມັນ​ Shell ​ໄດ້​ຕົກລົງ​ທີ່​ຈະ​ຈ່າຍ​ເງິນ​ຈຳນວນ 3 ພັນ
200​ ໂດ​ລ່າ ​ໃຫ້​ແກ່ແຕ່​ລະ​ບຸກຄົນ ຂອງ​ຈຳນວນຫຼາຍ​ກວ່າ 15 ພັນ​ຄົນ ພ້ອມ​ທັງ ອີກ 30 ລ້ານ​ໂດ​ລ່າ ​ໃຫ້​ແກ່ປະ​ຊາ​ຄົມ​ຊາວ​ປະມົງ ​Bodo ໃນບໍລິເວນສາມຫລ່ຽມປາກແມ່ນ້ຳ​ໄນ​ເຈີ ​ທີ່​ອຸດົມ​ດ້ວຍ​ນ້ຳ​ມັນນັ້ນ.

ການ​ຕົກລົງ​ທີ່​ວ່າ​ນີ້ ​ແມ່ນ​ໃນ​ອັນ​ທີ່ທາງ​ບໍລິສັດ​ອະທິບາຍ​ວ່າ ​ເປັນ​ການ​ຮົ່ວ​ໄຫຼສອງ​ຄັ້ງ ທີ່ໄດ້ ສ້າງຄວາມເສຍໃຈຢ່າງສູງຢູ່​ໃນ​ຂົງ​ເຂດ ເມື່ອປີ 2008. ບໍລິສັດ​ຍັງ​ກ່າວ​ອີກ​ວ່າ ຕົນ​ມີຄວາມ ໝັ້ນໝາຍຢ່າງເຕັມທີ່ ຕໍ່​ການ​ລ້າງ​ເກັບ​ກວາດ ທຳ​ຄວາມ​ສະອາດ ຢູ່​ຕໍ່​ໄປ.

​ຕົ້ນຕໍ​ນັ້ນ ພວກໂຈດຢາກໄດ້ເງິນ 400 ລ້ານ​ໂດ​ລ່າ​ຈາກ​ບໍລິສັດ Shell ​ໃນ​ການ​ຟ້ອງຮ້ອງ​ທີ່​ຍືດ​ເຍື້ອມາ​ນານ​ມາ​ເປັນ​ເວລາ 3 ປີ ນັ້ນ ​ໂດຍ​ທີ່​ທາງ​ບໍລິ​ສັດ ສະ​ເໜີ​ຈ່າຍ​ໃຫ້ ​ແກ່ປະ​ຊາ​ຄົມ​ຊາວ​ປະມົງ ພຽງ 6 ພັນ​ໂດ​ລ່າ. ຊຶ່ງ​ເງິນ 3 ພັນ 200 ​ໂດ​ລ່ານີ້ ທີ່​ຕົກລົງກັນ​ນັ້ນ ​ແມ່ນ​ຈຳນວນ​ເງິນປະມານ 3 ປີ ຂ​ອງລາຍ​ຮັບ​ສະ​ເລັ່ຍ​ທີ່​ຕ່ຳ​ສຸດຂອງ​ຊາວໄນ​ເຈີ​ເຣຍ.

ອົງການນິລະໂທດກຳ​ສາກົນ ​ໄດ້​ກະປະມານວ່າ ​ການ​ຮົ່ວ​ໄຫຼທີ່ວ່ານີ້ແມ່ນ​ພົວພັນ​ກັບນ້ຳມັນ ຫລາຍກວ່າ 100 ພັນຖັງ. ບໍລິ​ສັດ Shell ​ໃນຂັ້ນຕົ້ນ​ໄດ້​ກະ​ວ່າ ປະມານ 4 ພັນຖັງ ​ແຕ່ຕໍ່​ມາ​ເວົ້າ​ວ່າ ​ໂຕເລກແມ່ນຫລາຍກວ່ານັ້ນ ​ແຕ່​ບໍ່​ໄດ້​ສະ​ເພາະ​ເຈາະ​ຈົງ​ວ່າ ມີ​ເທົ່າ​ໃດແທ້.

XS
SM
MD
LG