ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ. ຊາ​ນາ​ແຮນ ບໍ່​ເຫັນດີ​ນຳ ​ການຍ້າຍ​ກຳ​ປັ່ນ​ລົບ John McCain 'ອອກ' ໃນຕອນ​ທີ່ ປ. ທ​ຣຳ​ ຢ້ຽມ​ຢາມ​ຍີ່​ປຸ່ນ ຢູ່ນັ້ນ


ກຳ​ປັ່ນ​ລົບ USS John S. McCain ຂອງ​ສະ​ຫະ​ລັດ
ກຳ​ປັ່ນ​ລົບ USS John S. McCain ຂອງ​ສະ​ຫະ​ລັດ

ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ ແພັດ ຊາ​ນາ​ແຮນ (Pat Shanahan) ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ທ່ານ​ບໍ່ໄດ້ໃຫ້​ອະ​ນຸ​ມັດ ແລະ​ກໍ​ບໍ່​ຮູ້​ອີກ​ດ້ວຍ ວ່າ​ມີ​ດຳ​ລັດ​ຂອງ​ທຳ​ນຽບ​ຂາວ ​ທີ່​ສັ່ງໃຫ້ຍ້າຍເອົາ​ກຳ​ປັ່ນ​ລົບ USS John S. McCain ​ຂອງ​ກອງ​ທັບ​ເຮືອ​ສະ​ຫະ​ລັດ "ອອກ​ໄປ" ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນນັ້ນ.

"ຂ້າ​ພະ​ເຈົ້າ​ຈະ​ບໍ່ລົບ​ລູ່ ຕໍ່​ສິ່ງ​ທີ່​ເຮັດ​ໃຫ້ລະ​ນຶກ​ເຖິງຜູ້​ຮັກ​ຊາດ​ທີ່​ຍິ່ງ​ໃຫຍ່ ເຊັ່ນ ສະມາ​ຊິກສະພາ​ສູງ (ຈອນ) ແມັກ​ເຄນນັ້ນ​ດອກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ຊາ​ນາ​ແຮນ (Shanahan) ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວທີ່​ເດີນ​ທາງ​ໄປ​ກັບ​ທ່ານຢູ່​ເທິງ​ເຮືອ​ບິນ​ທະ​ຫານ​ສະ​ຫະ​ລັດ ທີ່​ບິນໄປ​ຍັງ​ສິງ​ກະ​ໂປ. ທ່ານ​ກ່າວ​ຕໍ່​ໄປ​ອີກວ່າ "ຂ້າ​ພະ​ເຈົ້າ​ຈະ​ບໍ່​ລົບ​ລູ່​ ກຽດ​ສັກ​ສີ​ຂອງ​ຊາຍ​ໜຸ່ມແລະ​ຍິງ​ສາວ​ທີ່ເປັນ​ລູກ​ເຮືອ​ລຳ​ນັ້ນ.”

ມື້​ລາງສະ​ມາ​ຊິກ​ສະ​ພາສູງ John McCain ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ, ລັດ​ອີ​ຣີ​ໂຊ​ນາ
ມື້​ລາງສະ​ມາ​ຊິກ​ສະ​ພາສູງ John McCain ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ, ລັດ​ອີ​ຣີ​ໂຊ​ນາ

​ໃນລະ​ຫວ່າງການ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍກ່ອນໜ້ານັ້ນ, ທ່ານ ຊາ​ນາ​ແຮນ (Shanahan) ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ໃນ​ມື້​ເຊົ້າ ​ນີ້ ກໍ​ຄືສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເປັນ​ເທື່ອ​ທຳ​ອິດ." ທ່ານ​ເວົ້າ​ວ່າ ທ່ານ​ໄດ້​ບອກ​ຫົວ​ໜ້າຫ້​ອງ​ການ​ເສ​ນາ​ທິ​ການ​ຂອງທ່ານກວດ​ເບິ່ງ​ບັນ​ຫານີ້​ແລ້ວ.

ຢູ່​ໃນ​ອີ​ເມ​ລ ທີ່ວີ​ໂອ​ເອ​ໄດ້​ເຫັນ​ແມ່ນ​ການ​ສົນ​ທະ​ນາ​ກັນ ກ່ຽວ​ກັບກຳ​ປັ່ນ USS John S. McCain ລະ​ຫວ່າງ​ຫ້ອງ​ການ​ທະ​ຫານ​ຂອງທຳ​ນຽບ​ຂາວ ກັບ​ເຈົ້າ ໜ້າ​ທີ່ທ່ານ​ນຶ່ງ​ຢູ່​ໃນກຳ​ປັ່ນ ຂອງກອງ​ທັບ​ເຮືອ​ທີ 7 ສະ​ຫະ​ລັດ ກ່ອນ​ການ​ເດີນ​ທາງ​ຂອງ​ທ່ານ​ທ​ຣຳ​.
ຄຳ​ຮ້ອງ​ໃນ​ຂໍ້​ທີ 3 ທີ່​ຂຽນ​ໃນ​ອີ​ເມ​ລ​ສະ​ບັບ​ນັ້ນເວົ້າ​ວ່າ “ກຳ​ປັ່ນ USS John McCain ຕ້ອງບໍ່​ໃຫ້​ຢູ່​ໃນ​ຫັ້ນ."

​"ຈົ່ງ​ຢືນ​ຢັນ​ວ່າ ຂໍ້ #3 ຈະ​ຖືກ​ປະ​ຕິ​ບັດ​ໃຫ້​ເປັນ​ທີ່​ພໍ​ໃຈ," ນັ້ນ​ຄື​ຄຳ​ເວົ້າ​ທີ່ກ່າວ​ເນັ້ນ​ຢ້ຳ​ຢູ່​ໃນ ​ອີ​ເມ​ລນັ້ນ.

​ທ່ານ​ທ​ຣຳ​ໄດ້​ຂຽນ​ລົງ​ທວີດ​ເຕີ​ໃນ​ວັນ​ພະ​ຫັດ​ມື້ນີ້ວ່າ ທ່ານບໍ່​ໄດ້​ຖືກ​ລາຍ​ງານ​ໃຫ້​ຮູ້​ກ່ຽວ​ກັບ​ການ​ຖົກ​ຖຽງ​ກັນ​ເລື້ອງ​ກຳ​ປັ່ນ USS John S. McCain ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢູ່ນັ້ນ.

ໂຄ​ສົກ​ຂອງ​ທ່ານ​ຊາ​ນາ​ແຮນ, ພົນ​ໂທໂຈ ບູ​ຈີ​ໂນ (Joe Buccino) ເວົ້າ​ວ່າ ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກໍ​ຍັງ “ບໍ່​ຮູ້​ວ່າໄດ້​ມີ​ຄຳ​ສັ່ງ​ໃຫ້​ຍ້າຍ​ກຳ​ປັ່ນ USS John S. McCain ອ​ອກ​ໄປ ແລະ​ກໍ​ບໍ່​ຮູ້ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ ​ທີ່​ເຮັດ​ໃຫ້​ມີ​ດຳ​ລັດ​ດັ່ງ​ກ່າວນັ້ນ​ອອກ​ມາ ​ອີກດ້ວຍ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG