ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກັບ ຝຣັ່ງ ສະຫລອງ ຄົບຮອບ 70 ປີ ແຫ່ງ ການສິ້ນສຸດລົງ ຂອງ ສົງຄາມໂລກຄັ້ງທີສອງ


ລັດຖະມົນຕີ ຕ່າງປະເທດຝຣັ່ງ ທ່ານ Laurent Fabius (ທີສອງຈາກຊ້າຍ) ແລະ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ທີສອງຈາກຂວາ)
ລັດຖະມົນຕີ ຕ່າງປະເທດຝຣັ່ງ ທ່ານ Laurent Fabius (ທີສອງຈາກຊ້າຍ) ແລະ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ທີສອງຈາກຂວາ)

ວັນ​ທີ 8 ພຶດສະພາ​ເປັນ​ວັນ​ຄົບຮອບ 70 ປີ​ໃນ​ອັນ​ທີ່​ເອີ້ນ​ກັນ​ວ່າ
ວັນ​ໄຊຊະນະ​ໃນ​ຢູ​ໂຣບ ຫຼື VE Day ​ເປັນ​ວັນ​ຂີດ​ໝາຍ​ໃນ​ປີ
1945 ​ເວລາພວກ​ທະຫານ Nazi ວາງ​ອາວຸດ​ຂອງ​ພວກ​ເຂົາ​ບັ້ນ
​ສຸດ​ທ້າຍເຮັດ​ໃຫ້​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ຍຸດຕິ​ລົງ​ໃນ​ທະວີບຢູ​ໂຣບ.

ທີ່​ອັງກິດ ມີ​ການ​ຈັດພິທີ​ລະ​ລຶກ​ຕ່າງໆຂຶ້ນ​ໃນ​ວັນ​ສຸກ​ມື້​ນີ້ ​ໃນ​ຂະນະ​
ດຽວ​ກັນ​ກໍມີ​ການສະ​ແດງ​ດົນຕີ concert ​ແລະ​ງານ​ກິນ​ລ້ຽງ​ຢູ່​ຕາມ​
ຖະໜົນຫົນທາງ​ສາຍ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ ​ໃນ​ຄວາມ​ພະຍາຍາມ​
ເພື່ອສ້າງ​ຕັ້ງ​ຈິດ​ໃຈ​ແຫ່​ງວັນລະ​ລຶກດັ່ງກ່າວ​ຄືນ​ໃໝ່.

ການສະ​ແດງ​ດົນຕີ concert ຄັ້ງ​ໃຫຍ່ກຳນົດ​ຈະ​ມີ​ຂຶ້ນ​ທີ່​ສວນສາທາລະນະ Saint James Park ທີ່​ກຸງ​ລອນ​ດອນ ບ່ອນ​ທີ່​ຈະ​ມີ​ງານ​ກິນ​ລ້ຽງ​ຕ້ອນຮັບ​ພວກ​ນັກ​ລົບ​ເກົ່າ 2
ພັນ​ຄົນ​ຢູ່ແຫ່ງ​ດັ່ງກ່າວເຊັ່ນ​ກັນ.

​ໃນ​ວັນ​ອາທິດ​ມື້ຮື​ນີ້ ລາ​ຊີ​ນີ Elizabeth ຈະ​ຊົງ​ໄປ​ຮ່ວມ​ວັນ​ຂອບຄຸນ VE ທີ່ໂບດ Westminster Abbey.

ທີ່​ຝຣັ່ງ ປະທານາທິບໍດີ Francois Hollande ຈະ​ໄປ​ວາງ​ພວງ​ມາລາ​ໃສ່​ຫລຸມ​ຝັງ​ສົບ​ນິລະນາມ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກໍຈະ​ໄປ​ຮ່ວມ
​ໃນ​ພິທີ​ດັ່ງກ່າວເຊັ່ນ​ກັນ.

VE Day
please wait
Embed

No media source currently available

0:00 0:00:50 0:00

ຣັດ​ເຊຍຈະ​ຈັດພິທີ​ຂີດ​ໝາຍ​ ແຫ່ງ​ການອາວະສານຂອງສົງຄາມ​ໂລກ​ຄັ້ງ​ທີ​ສອງ ດ້ວຍການ​
ເດີນ​ສວນສະໜາມ​ທີ່​ຈະຕຸ​ລັດ Red Square ​ໃນ​ນະຄອນຫຼວງ​ມອສກູ​.

ທີ່​ສະຫະລັດ ຝູງ​ເຮືອບິນ​ລົບ​ທີ່​ໃຊ້​ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງຈຳນວນຫຼວງ​ຫຼາຍ
ຈະ​ບິນ​ຜ່ານ​ນະຄອນຫຼວງ​ວໍ​ຊິງ​ຕັນ ​ເພື່ອ​ໃຫ້​ກຽດ​ແກ່ພວກ​ນັກ​ລົບ​ເກົ່າ​ໃນ​ປາງ​ສົງຄາມ​
ໂລກ​ຄັ້ງ​ທີ​ສອງ​ຢູ່​ໃນ​ເມືອງ ສຳລັບ​ພິທີສະຫຼອງ​ທີ່​ອະນຸສາວະລີ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​.

ຜູ້ນຳຕາເວັນຕົກ ຈະບໍ່ໄປຮ່ວມ ສະຫລອງໄຊຊະນະຂອງສົງຄາມໂລກຄັ້ງທີ 2 ທີ່ມົສກູ:

Russia's Turn to the East More Economic than Ideological
please wait

No media source currently available

0:00 0:03:02 0:00

XS
SM
MD
LG