ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

7 ຄົນເສຍຊີວິດ 61 ຄົນ ໄດ້ຮັບບາດເຈັບ ໃນການປະທ້ວງ ທີ່ເວເນຊູເອລາ (ວີດີໂອ)


7 ຄົນເສຍຊີວິດ ແລະ 61 ຄົນໄດ້ຮັບບາດເຈັບ ໃນການປະທ້ວງ ຫລັງການເລືອກຕັ້ງ ທີ່ເວເນຊູເອລາ, ວັນທີ 16 ເມສາ 2013.
7 ຄົນເສຍຊີວິດ ແລະ 61 ຄົນໄດ້ຮັບບາດເຈັບ ໃນການປະທ້ວງ ຫລັງການເລືອກຕັ້ງ ທີ່ເວເນຊູເອລາ, ວັນທີ 16 ເມສາ 2013.
ຫົວໜ້າ​ໄອ​ຍະ​ການຂອງເວ​ເນ​ຊູ​ເອລາ ກ່າວ​ວ່າ ມີ 7 ຄົນເສຍ​
ຊີວິດ ​ໃນ​ການ​ ປະ​ທ້ວງທີ່​ແຜ່​ລາມ​ອອກ​ໄປ​ຢ່າງ​ກ້ວາງ​ຂວາງ
ຫລັງ​ຈາກທີ່ປະທານາທິບໍດີ​ພາງ ທ່ານ Nicholas Maduro ​
ໄດ້​ຮັບໄຊຊະນະ​ຢ່າງ​ໝິ່ນໆ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​
ເມື່ອວັນ​ອາທິດນັ້ນ.

ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ທ່ານ​ນາງ Luisa Ortega ກ່າວ​
ວ່າ 61 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນການປະ​ທ້ວງຫລັງ​ການ​ເລືອກ​
ຕັ້ງ ​ໃນ​ຂະນະ​ທີ່ 135 ຄົນ​ໄດ້​ຖືກ​ຈັບ. ທ່ານ​ນາງ Ortega ບໍ່​ໄດ້
​ໃຫ້​ລາຍ​ລະ​ອຽດກ່ຽວ​ກັບການ​ເສຍ​ຊີວິດ ຫລື​ ບາດ​ເຈັບ ຫລື​ວ່າ
ມັນເກີດ​ຂື້ນ​ຢ່າງໃດ.

ບັນດາ​ຜູ້​ສະໜັບສະໜູນຜູ້ນໍາ​ຝ່າຍ​ຄ້ານ ທ່ານ Henrique Capriles ​ພາກັນລົງສູ່ຖະໜົນ
ຫົນທາງ ​ເດີນ​ຂະ​ບວນປະ​ທ້ວງ ​ໃນ​ມື້ວັນ​ຈັນ ຫລັງ​ຈາກຄະນະ​ກໍາມະການ​ເລືອກ​ຕັ້ງຂອງ
ເວ​ເນ​ຊູ​ເອລາ ປະກາດວ່າ ທ່ານ Madulo ຜູ້​ທີ່ມື້​ລາງ​ປະທາ​ນາທີ​ບໍດີ Hugo Chavez ​
ຄັດ​ເລືອກເອົາ​ໃຫ້​ມາສືບຕໍາ​ແໜ່​ງ​ແທນ​ທ່ານນັ້ນ ໄດ້​ຮັບ​ໄຊຊະນະຢ່າງ​ໝິ່ນໆ ໃນການ
ເລືອກ​ຕັ້ງ​ເມື່ອ​ວັນ​ອາທິດ.

ລາຍ​ງານເວົ້າວ່າ ທ່ານ​ Maduro ​ຍາດ​ໄຊຊະນະ​ໄດ້ ດ້ວຍ​ຄະ​ແນນ​ສຽງລື່ນ​ກັນ​ຢ່າງ​ໝິ່ນໆ
ຄື 50.7 ​ເປີ​ເຊັນ ຕໍ່ 49.1 ​ເປີ​ເຊັນ​ຂອງ​ທ່ານ Capriles ​ທີ່​ເປັນ​ຜູ້​ປົກຄອງ​ລັດ Marinda.
ທ່ານ Capriles ​ໄດ້​ປະຕິ​ເສດ​ບໍ່​ຮັບ​ຮູ້​ຜົນ​ການ​ເລືອກ​ຕັ້ງ ​ຮຽກຮ້ອງ​ໃຫ້​ນັບບັດຄືນ​ໃໝ່ ​
ແລະຮຽກຮ້ອງ​ບັນດາ​ຜູ້​ສະໜັບສະໜຸນ​ທ່ານ ໃຫ້​ທໍາ​ການ​ປະ​ທ້ວງຢ່າງ​ສັນຕິ.

Venezuela
please wait
Embed

No media source currently available

0:00 0:02:09 0:00

ແຕ່​ການ​ປະ​ທ້ວງ​ໄດ້​ປ່ຽນ​ເປັນ​ຮຸນ​ແຮງ​ໃນ​ຕອນ​ແລງ​ວັນ​ຈັນ ​ເວລາ​ພວກ​ສະໜັບສະໜຸນ​
ທ່ານ Capriles ພາກັນ​ຕີ​ໜໍ້​ແຫກ​ແຕກ​ໂປະ ​ແລະ​ຈູດ​ຖົງ​ຂີ້​ເຫ​ຍື້ອ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​
ພາກັນເດີນ​ຂະ​ບວນ ​ໄປ​ຕາມຖະໜົນຂອງ​ນະຄອນຫລວງ Caracas ຮຽກຮ້ອງ​ໃຫ້​ມີ​
ການ​ນັບ​ຄະ​ແນນ​ຄືນ​ໃໝ່. ​ພວກ​ປະ​ທ້ວງ​ໄດ້​ປະ​ເຊີນ​ໜ້າ​ກັບຕໍາຫລວດ ທີ່​ຍິງ​ແກ໊ສນໍ້າຕາ​
ແລະ​ລູກປືນ​ຢາງ​ໃສ່ ​ເພື່ອ​ຂັບ​ໄລ່​ພວກປະ​ທ້ວງ. ມີ​ລາຍງານ​ວ່າ ​ໄດ້​ມີການ​ປະ​ທ້ວງ​ຂອງ
​ພວກຝ່າຍ​ຄ້ານ ຢູ່ໃນຫົວເມືອງ ​ຂອງ​ຫລາຍໆແຂວງ​.

ທ່ານ Maduro ​ໄດ້​ຕອຍ​ໂຕ້​ຕໍ່​ຄວາມ​ບໍ່​ສະຫງົບ ​ໂດຍ​ກ່າວ​ຫາ​ຝ່າຍ​ຄ້ານວ່າ ພະຍາຍາມ​
ກໍ່​ການ​ລັດຖະປະຫານ. ທ່ານ​ກ່າວໃນ​ວັນ​ອັງຄານວ່າ ທ່ານ​ຈະ​ບໍ່​ອະນຸຍາດ​ໃຫ້ມີການເດີນ​
ຂະ​ບວນ ທີ່​ຝ່າຍ​ຄ້ານ​ວາງ​ແຜນ​ວ່າ ຈະ​ຈັດ​ຂຶ້ນ​ໃນ​ວັນ​ພຸດມື້​ນີ້ ທີ່​ນະຄອນຫລວງກາຣາກັສ
ນັ້ນ.

ວີດິໂອ: ທ່ານ Capriles ຍົກເລີກການປະທ້ວງໃນມື້ນີ້ ເພື່ອຫຼີກເວ້ນຄວາມຮຸນແຮງ:
Capriles Calls Off Protests in Venezuela to Avoid Violence
please wait

No media source currently available

0:00 0:01:40 0:00
ລິງໂດຍກົງ





XS
SM
MD
LG