ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

English in a Minute, ບົດ​ທີ 76 “Set in Stone” ແປ​ວ່າ ​ຕັ້ງ​ໄວ້ ຫລື ​ວາງ​ໄວ້ ​ຢ່າງ​ແນ່ນອນ ໝັ້ນ​ຄົງ


English in a Minute: Set in Stone
please wait

No media source currently available

0:00 0:01:00 0:00

​ເບິ່ງວີ​ດິ​ໂອ​ລາຍ​ການ​ພາ​ສາ​ອັງ​ກິດ English in a Minute: Set in Stone ແປ​ວ່າ ​ຕັ້ງ​ໄວ້ ຫລື​ ວາງ​ໄວ້​ຢ່າງ​ແນ່ນອນ ໝັ້ນ​ຄົງ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A stone has a very hard surface. To set something into one would not be easy. So what do you think “set in stone” means?
ກ້ອນຫີນມີພື້ນຜິວທີ່ແຂງຫຼາຍ. ການເອົາບາງສິ່ງບາງຢ່າງປັກເຂົ້າໄປໃນຫີນ​ກ້ອນນຶ່ງ ຈະບໍ່ແມ່ນ​ເລື້ອງງ່າຍເລີຍ. ສະນັ້ນ ທ່ານຄິດວ່າ set in stone ມັນມີ​ຄວາມໝາຍ​ວ່າ​ແນວ​ໃດກັນ​ແທ້? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Dan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Dan what are you doing this weekend? Dan ເຈົ້າຈະເຮັດຫຍັງໃນວັນທ້າຍສັບ​ປະ​ດານີ້?

I might go hiking with a friend. But I'm not totally sure yet.
ຂ້ອຍອາດຈະໄປປີນ​ພູກັບໝູ່. ແຕ່ຂ້ອຍກໍ​ຍັງບໍ່ແນ່ໃຈວ່າຫຍັງຫມົດເທື່ອ.

Well if those plans aren't set in stone, my friend Kristen wants you to come with us to the Funky Boys concert!
ເອີ ຖ້າແຜນການເຫຼົ່ານັ້ນຍັງບໍ່ທັນໄດ້ຕັ້ງໄວ້​ຢ່າງແນ່ນອນເທື່ອ, ໝູ່ຂອງຂ້ອຍຄ​ຣິ​ສ​ເທັນ (Kristen) ຢາກໃຫ້ເຈົ້າໄປຮ່ວມເບິ່ງຄອນເສີດ Funky Boys ກັບພວກເຮົາ!

You mean beautiful funny smart Kristen? Yeah, I'm free.
ເຈົ້າໝາຍເຖິງຄ​ຣິ​ສ​ເທັນ (Kristen) ທີ່ງາມສະຫຼາດມັກ​ມ່ວນຫັ້ນ​ຫວາ? ຄັນຈັ່ງ​ຊັ້ນ ຂ້ອຍ​ກໍ​ຫວ່າງ​ຢູ່.

I thought so. ຂ້ອຍ​ກໍ​ຄິດ​ແນວ​ນັ້ນຫລະ.

stone ແປ​ວ່າ​ກ້ອນ​ຫີນ ຄຳ​ວ່າ set in stone ຖ້າ​ຈະ​ແປ​ຕາມ​ໂຕ​ກໍ​ແມ່ນຕັ້ງໄວ້ໃນກ້ອນຫີນ. ແຕ່​ວ່າ​ສຳ​ນວນນີ້້​ໃນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ ມັນ​ໝາຍ​ຄວາມ​ວ່າ​ຕັ້ງ​ໄວ້​ຢ່າງ​ແນ່ນອນ, ໜັກ​ແໜ້ນ.

If your plans or decisions are set in stone, it is difficult or even impossible to make changes. If plans are not set in stone, they are less firm and easily changed.ຖ້າແຜນການຫຼືການຕັດສິນໃຈຂອງທ່ານຖືກຕັ້ງໄວ້ຢ່າງ​ແນ່ນອນ​ແລ້ວ ມັນກໍເປັນການຍາກ ຫຼືແມ້ນກະທັ້ງ ເປັນໄປ ບໍ່ໄດ້ທີ່ຈະປ່ຽນແປງມັນ. ຖ້າແຜນການບໍ່ໄດ້ຖືກວາງ​ໄວ້ ຫລື ຕັ້ງຢ່າງ​ແນ່ນອນ ມັນກໍ​ຈະບໍ່ມີຄວາມແນ່ນອນຫລາຍ ແລະປ່ຽນແປງໄດ້ງ່າຍ.

And that's English in a minute.

XS
SM
MD
LG