ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງ ຍຸຕິທຳ ສຫລ ພິຈາລະຈາ ກ່ຽວກັບ ການສືບສວນ ທີ່ພັກຣີພັບບລີກັນ ກັງວົນໃຈ


ລມຕ ກະຊວງຍຸຕິທຳ ທ່ານ Jeff Sessions
ລມຕ ກະຊວງຍຸຕິທຳ ທ່ານ Jeff Sessions

ກະຊວງຍຸຕິທຳຂອງສະຫະລັດ ກຳລັງກວດສອບເບິ່ງວ່າ ເປັນການເໝາະສົມຫຼືບໍ່ ທີ່ຈະ
ເປີດການສືບສວນກ່ຽວກັບບັນຫາຕ່າງໆທີ່ສະມາຊິກພັກຣີພັບບລີກັນຢູ່ໃນສະພາກ່າວ
ວ່າ ຮວມທັງຫຼາຍໆບັນຫາທີ່ພົວພັນກັບອະດີດຜູ້ສະໝັກປະທານາທິບໍດີຂອງພັກເດໂມ
ແຄຣັດ ທ່ານນາງ Hillary Clinton.

ໃນຈົດໝາຍສະບັບນຶ່ງທີ່ສົ່ງໄປເຖິງຄະນະກຳມະການຍຸຕິທຳຂອງສະພາຕ່ຳໃນວັນຈັນ
ວານນີ້ ລັດຖະມົນຕີຊ່ອຍວ່າການກະຊວງຍຸຕິທຳທ່ານ Stephen Boyd ກ່າວວ່າ ລັດ
ຖະມົນຕີກະຊວງຍຸຕິທຳ ທ່ານ Jeff Sessions ໄດ້ສັ່ງໃຫ້ໄອຍະການອະວຸໂສຂອງລັດ
ຖະບານ ກາງ ຊັ່ງຊາເບິ່ງບັນຫາຕ່າງໆ ຢູ່ໃນຈົດໝາຍຂອງສະມາຊິກສະພາໃນຕົ້ນປີນີ້.

ປະທານຄະນະກຳມະການ ທ່ານ Robert Goodlatte ໄດ້ຮ້ອງຂໍໃຫ້ທ່ານ Sessions ໃນເດືອນກໍລະກົດຜ່ານມາ ແຕ່ງຕັ້ງໄອຍະການພິເສດ ເພື່ອສືບສວນ ມູນນິທິ Clinton ກ່ຽວກັບບັນຫາຕ່າງໆທີ່ພົວພັນກັບການໃຊ້ລະບົບອີແມລສ່ວນຕົວໃນຂະນະທີ່ເປັນລັດ ຖະມົນຕີການຕ່າງປະເທດ ຊຶ່ງເປັນການກ່າວຫາວ່າ ມີການສົມຮູ້ຮ່ວມຄິດລະຫວ່າງຄະ ນະໂຄສະນາຫາສຽງຂອງທ່ານນາງ ແລະພັກເດໂມແຄຣັດແຫ່ງຊາດ ແລະການຊື້ທາດ
ຢູເຣນຽມ ໂດຍບໍລິສັດທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍໃນສະໄໝປະທານາທິບໍດີໂອ
ບາມາ.

ຈົດໝາຍດັ່ງກ່າວ ຍັງຂໍຮ້ອງໃຫ້ກວດສອບເບິ່ງບາງຢ່າງໃນການສືບສວນຂອງອົງການ
ສັນຕິບານກາງຂອງສະຫະລັດກ່ຽວກັບການແຊກແຊງຂອງຣັດເຊຍເຂົ້າໃນການເລືອກ
ຕັ້ງປີ 2016.

ທ່ານ Boyd ກ່າວວ່າ ໄອຍະການ ຂອງກະຊວງຍຸຕິທຳ ຈະລາຍງານໂດຍກົງ ຕໍ່ທ່ານ
Sessions ແລະຮອງລັດຖະມົນຕີກະຊວງຍຸຕິທຳທ່ານ Rod Rosen-stein ນັ້ນວ່າ
ເປັນການເໝາະສົມແລະສະເໜີແນະວ່າຄວນຈະມີການສືບສວນ ແລະຂະຫຍາຍວົງ
ກວ້າງອອກຫຼືບໍ່. ນອກນັ້ນ ທ່ານຍັງໃຫ້ຄຳໝັ້ນສັນຍາຕື່ມວ່າ​ ກະຊວງຍຸຕິທຳຈະບໍ່ຊັ່ງ
ຊາເດັດຂາດກ່ຽວກັບເລື່ອງໃດໆກໍຕາມ ຍົກເວັ້ນຈາກເລື່ອງຄວາມຈິງແລະກົດໝາຍ.

ທ່ານ Sessions ມີທ່າທາງວ່າຈະປະເຊີນກັບການຊັກຖາມ ກ່ຽວກັບການເຄື່ອນໄຫວ ເຫຼົ່ານີ້ເວລາທ່ານໄປປາກົດຕົວຢູ່ຕໍ່ໜ້າຄະນະກຳມະການຍຸຕິທຳຂອງສະພາຕ່ຳໃນວັນ
ອັງຄານມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Special Counsel Clinton
please wait

No media source currently available

0:00 0:00:49 0:00

XS
SM
MD
LG