ໃນຄະດີຂອງ ສະຫະລັດ ຕ້ານພວກນັກໂທດຫ້າຄົນ ໃນຄຸກ ກວນຕານາໂມ ຜູ້ຊຶ່ງຖືກ
ກ່າວຫາວ່າ ຊ່ອຍເຫຼືອ ໃນການໂຈມຕີຂອງພວກກໍ່ການຮ້າຍໃນວັນທີ 11 ກັນຍາ ປີ
2001 ນັ້ນ ຜູ້ພິພາກສາສານທະຫານທ່ານນຶ່ງ ໄດ້ລົງຄວາມເຫັນວ່າ ພວກໄອຍະການ
ອາດຈະບໍ່ໄດ້ໃຊ້ຄຳຖະແຫຼງ ຂອງພວກນັກໂທດ ທີ່ຕອບຄຳຖາມຂອງພວກນັກສອບ
ສວນ FBI ລຸນຫຼັງທີ່ພວກເຂົາເຈົ້າຖືກນຳໂຕອອກໄປຈາກຄຸກເລິກລັບຂອງພວກ
CIA ແລ້ວ.
ພັນເອກທະຫານບົກ ເຈມສ໌ ໂພລ ຜູ້ພິພາກສານຄະດີດັ່ງກ່າວ ໄດ້ລົງຄວາມເຫັນໃນ
ວັນສຸກແລ້ວນີ້ວ່າ ຄຳຖະແຫຼງຂອງພວກນັກໂທດດັ່ງກ່າວຕໍ່ພວກ FBI ຊື່ວ່າ
“clean teams” ບໍ່ໃຫ້ນຳເອົາມາໃຊ້ ໃນການຕັດສິນປະຫານຊີວິດດັ່ງກ່າວ.
ພວກທີ່ຖືກກັກຂັງເຫຼົ່ານັ້ນ ໄດ້ຖືກສອບປາກຄຳ ໃນຂະນະທີ່ຖືກຂັງຢູ່ໃນເຄືອຂ່າຍເລິກ
ລັບ ໃນຄຸກຕ່າງປະເທດ ບໍລິຫານໂດຍອົງການສືບລັບ CIA. ລຸນຫຼັງທີ່ພວກນັກໂທດ
ດັ່ງກ່າວ ຖືກນຳໂຕໄປຢູ່ສູນກັກຂັງກວນຕານາໂມແລ້ວ ພວກ FBI clean teams ທີ່
ບໍ່ຮູ້ຈັກຫຍັງມາກ່ອນ ກ່ຽວກັບ ຄຳຖະແຫຼງຂອງພວກນັກໂທດດັ່ງກ່າວ ກໍໄດ້ສອບປາກ
ຄຳພວກນັກໂທດເຫຼົ່ານັ້ນອີກ.
ພວກທະນາຍຄວາມຂອງຈຳເລີຍ ໄດ້ໂຕ້ແຍ້ງວ່າ ຄຳຖະແຫຼງດັ່ງກ່າວຂອງພວກນັກ
ໂທດ ຕໍ່ພວກ FBI ອາດຖືກພິກແພງ ໂດຍການສອບປາກຄຳໃນເມື່ອກ່ອນກໍເປັນໄດ້.
ໃນການເປັນພາກສ່ວນນຶ່ງຂອງການປ້ອງກັນຂອງພວກເຂົາເຈົ້າ ພວກທະນາຍຄວາມ
ດັ່ງກ່າວ ຈຶ່ງຫາວິທີສືບສວນເບິ່ງ ສະພາການ ພາຍໃຕ້ການສອບປາກຄຳພວກທີ່ຖືກ
ກ່າວຫາໂດຍພວກ CIA.