ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລ້ານຊ້າງ ມິນເນິໂຣລ ຢືນຢັນວ່າ ກຸ່ມຜູ້ລົງທຶນໃຫ້ ຄວາມສໍາຄັນແກ່ ການອານຸລັກສິ່ງແວດລ້ອມ


ລົດຂົນສົ່ງແກ່ເຮ່ທາດຈາກບໍ່ແຮ່ຢູ່ເມືອງເຊໂປນ
ລົດຂົນສົ່ງແກ່ເຮ່ທາດຈາກບໍ່ແຮ່ຢູ່ເມືອງເຊໂປນ

ຜູ້ອໍານວຍການບໍລິສັດ ລ້ານຊ້າງ ມິນເນິໂຣລ ຢືນຢັນວ່າ ກຸ່ມຜູ້ລົງທຶນໃຫ້ຄວາມສໍາຄັນຢ່າງ ຍິ່ງ ແກ່ການອານຸລັກສັດປ່າ ແລະສະພາບແວດລ້ອມທໍາມະຊາດ ໃນເຂດຂຸດຄົ້ນແຮ່ທາດ ຢູ່ເຊໂປນ.

ທ່ານສະໝານ ອະເນກາ ຜູ້ອໍານວຍການບໍລິສັດ ລ້ານຊ້າງ ມິນເນິໂຣລ ຈໍາກັດຊຶ່ງເປັນກຸ່ມ
ຜູ້ລົງທຶນໃນການຂຸດຄົ້ນແຮ່ຄໍາ, ທອງແດງ ແລະເງິນ ຢູ່ໃນເຂດເມືອງເຊໂປນ ແລະເມືອງ
ວີລະບູລີ ແຂວງສະຫວັນນະເຂດນັ້ນ ໄດ້ຖະແຫລງຢືນຢັນວ່າ ການດໍາເນີນການຂຸດຄົ້ນ ຂຸດຄົ້ນແຮ່ທາດໃນຕະຫລອດໄລຍະ 10 ປີມານີ້ ບໍລິສັດລ້ານຊ້າງ ມິນເນິໂຣລ ໄດ້ໃຫ້
ຄວາມສໍາຄັນຢ່າງຍິ່ງກັບການອານຸລັກສັດປ່າ ແລະການຄຸ້ມຄອງສະພາບແວດລ້ອມທໍາມະ
ຊາດ ທີ່ດໍາເນີນການຄຽງຄູ່ກັນໄປກັບການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ
ຂຶ້ນເທື່ອລະກ້າວ.

ໂດຍສະເພາະແມ່ນໃນເຂດເມືອງວີລະບູລີ ຊຶ່ງເປັນເມືອງທີ່ຖືກສ້າງຕັ້ງຂຶ້ນໃໝ່ນັ້ນ ບໍລິສັດ
ລ້ານຊ້າງ ກໍໄດ້ສັນຍາທີ່ຈະປະກອບສ່ວນເຂົ້າໃນກອງທຶນພັດທະນາຂອງເມືອງວີລະບຸດ
ໃນມູນຄ່າບໍ່ໜ້ອຍກວ່າ 5 ແສນໂດລາຕໍ່ປີ ຫາກແຕ່ສະເພາະໃນປີ 2010 ທີ່ຜ່ານມານັ້ນ
ກໍເປັນມູນຄ່າລວມເກີນກວ່າ 5.2 ລ້ານໂດລາ ແລະກອງທຶນພັດທະນາກໍມີເງິນທຶນສະສົມ
ເກີນກວ່າ 3.4 ລ້ານໂດລາ ໃນປັດຈຸບັນນີ້. ສ່ວນການອານຸລັກສັດປ່າ ແລະການຄຸ້ມຄອງ
ສະພາບແວດລ້ອມທໍາມະຊາດນັ້ນ ກໍຍັງຄົງດໍາເນີນໄປຢ່າງຕັ້ງໜ້າ ດັ່ງທີ່ທ່ານສະໝານໄດ້
ໃຫ້ການຊີ້ແຈງວ່າ:

ແຜ່ນທອງແດງຊຶ່ງຜະລິດຈາກທາດທອງແດງ ທີ່ຂຸດຄົ້ນຂຶ້ນມາຈາກ ບໍ່ແຮ່ທີ່ເຊໂປນເພື່ອສົ່ງອອກ.
ແຜ່ນທອງແດງຊຶ່ງຜະລິດຈາກທາດທອງແດງ ທີ່ຂຸດຄົ້ນຂຶ້ນມາຈາກ ບໍ່ແຮ່ທີ່ເຊໂປນເພື່ອສົ່ງອອກ.

ພວກເຮົາໄດ້ມີການປະກອບ
ສ່ວນ​ ເຊ່ນຕົວຢ່າງວ່າ ການ
ອານຸລັກຊີວະນາໆ ພັນທີ່
ພວກເຮົາມີທຶນໃຫ້ອົງການ
ຕ່າງໆ ມາເຮັດໃນລັກສະນະ
ເປັນເທີມໄປຕ່າງໆ ຫັ້ນນະ.
ນອກຈາກນັ້ນ ກໍຍັງມີການ
ທີ່ວ່າ ພວກເຮົາໄດ້ປະກອບ
ສ່ວນເຂົ້າໃນງານສັງຄົມ ເຊ່ນ
ຕົວຢ່າງວ່າ ງານສໍາຄັນໆ
ຂອງຊາດຄືດັ່ງທີ່ຮູບປັ້ນຂອງ
ເຈົ້າອານຸວົງ ຊຶ່ງເປັນວິລະ
ກະສັດຂອງລາວ ກະແມ່ນບໍ່ຄໍາ ບໍ່ທອງເຊໂປນ ເຮົາໄດ້ປະກອບສ່ວນ 8 ໂຕນທອງ
ພວກເຮົາກໍໄດ້ໃຫ້ປະກອບສ່ວນເຂົ້າ ອັນນີ້ເປັນສ່ວນນຶ່ງຂອງສິ່ງທີ່ ນອກເໜືອຈາກ
ການຜະລິດຂອງພວກເຮົາເນາະ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໄດ້ໃຫ້ການຄາດໝາຍວ່າ ໃນ
ຕະຫລອດປີ 2011 ນີ້ ການສົ່ງອອກແຮ່ທາດຈາກລາວໄປຕ່າງປະເທດ ຈະມີມູນຄ່າເພີ້ມຂຶ້ນ
ຈາກປີ 2010 ເກີນກວ່າ 40%. ເມື່ອທຽບໃສ່ ປີ2010 ໂດຍສະເພາະແມ່ນແຮ່ຄໍາ ແລະ
ແຮ່ທອງແດງນັ້ນ ກໍ່ຍັງມີລາຄາທີ່ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ດ້ວຍເຫດຜົນນີ້ ຈຶ່ງເຮັດໃຫ້
ທາງການລາວເຊື່ອໝັ້ນວ່າ ການສົ່ງອອກແຮ່ຄໍາຂອງລາວໄປຕ່າງປະເທດໃນຕະຫລອດປີ
2011 ນີ້ ຈະມີນໍ້າໜັກລວມເກີນກວ່າ 160 ພັນອອນສ, ທອງແດງຫຼາຍກວ່າ 180 ພັນ
ໂຕນ ແລະແຮ່ເງິນອີກໃນປະມານບໍ່ຕໍ່າກວ່າ 8 ແສນອອນສ ຊຶ່ງສ່ວນໃຫຍ່ເປັນຜົນຜະ
ລິດຈາກບໍ່ແຮ່ທີ່ເຊໂປນນັ້ນເອງ.

ບໍລິສັດລ້ານຊ້າງ ມິນເນິໂຣລ ມອບເຊັກໂຕຢ່າງ ຂອງຄ່າທໍານຽມທີ່ໄດ້ຈາກການສົ່ງອອກແຮ່ທາດ ໃຫ້ລັດຖະບານລາວ.
ບໍລິສັດລ້ານຊ້າງ ມິນເນິໂຣລ ມອບເຊັກໂຕຢ່າງ ຂອງຄ່າທໍານຽມທີ່ໄດ້ຈາກການສົ່ງອອກແຮ່ທາດ ໃຫ້ລັດຖະບານລາວ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍັງບອກອີກດ້ວຍ
ວ່າ ສະເພາະລາຍໄດ້ຈາກສໍາປະທານ ແລະ
ຄ່າທໍານຽມຕ່າງໆ ທີ່ໄດ້ຮັບຈາກກຸ່ມລົງທຶນ
ໃນບໍ່ແຮ່ຢູ່ເຊໂປນ ແລະບໍ່ແຮ່ຢູ່ພູເບ້ຍນັ້ນກໍມີ
ມຸນຄ່າລວມກັນຫຼາຍກວ່າ 180 ລ້ານໂດລາ
ແລ້ວ ສໍາລັບໃນປີ 2010 ທີ່ຜ່ານມາ ແລະ
ສໍາລັບໃນປີ 2011 ນີ້ກໍຄາດໝາຍວ່າ ຈະໄດ້
ຮັບສ່ວນແບ່ງຈາກບໍ່ແຮ່ທັງສອງແຫ່ງດັ່ງກ່າວ
ໃນມູນຄ່າລວມເກີນກວ່າ 250 ລ້ານໂດລາ ຢ່າງແນ່ນອນ.

ຊຶ່ງດ້ວຍລາຍໄດ້ທີ່ເພີ້ມຂຶ້ນດັ່ງກ່າວນີ້ ກໍ່ຍັງເຮັດໃຫ້ລັດຖະບານລາວກໍານົດໃຫ້ພາກອຸດສະ
ຫະກໍາຂຸດຄົ້ນບໍ່ແຮ່ ເປັນພາກການຜະລິດເພື່ອສົ່ງອອກ ທີ່ຈະມີບົດບາດຢ່າງສໍາຄັນຕໍ່ການ
ພັດທະນາເສດຖະກິດຂອງລາວ ທີ່ມີເປົ້າໝາຍມຸ້ງໄປສູ່ການພັດທະນາເປັນປະເທດອຸດສາ
ຫະກໍາທັນສະໄໝ ໃນອານາຄົດອີກດ້ວຍ ຈຶ່ງເຮັດໃຫ້ລັດຖະບານລາວ ໄດ້ອະນຸມັດສໍາປະ
ທານການສໍາຫລວດ ແລະຂຸດຄົ້ນບໍ່ແຮ່ຢູ່ໃນລາວໃຫ້ແກ່ບັນດາບໍລິສັດເອກກະຊົນລາວແລະ
ຕ່າງຊາດໄປແລ້ວເຖິງ 154 ບໍລິສັດ ໂດຍໃນນີ້ເປັນບໍລິດສັດຕ່າງຊາດ 118 ບໍລິສັດ ທີ່ໄດ້
ຮັບສໍາປະທານໃນ 186 ໂຄງການ ແລະອີກ 83 ໂຄງການກໍ່ເປັນສຳປະທານຂອງເອກ
ກະຊົນລາວ 36 ບໍລິສັດ.

XS
SM
MD
LG