ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວໄດ້ຮັບຜົນກະທົບ ຈາກການຂຸດຄົ້ນບໍ່ແຮ່ ທັງດ້ານບວກແລະດ້ານລົບ


ວຽກງານຂຸດຄົ້ນແຮ່ຄໍາ ຢູ່ພູເບ້ຍ, ແຂວງວຽງຈັນ, ປະເທດລາວ
ວຽກງານຂຸດຄົ້ນແຮ່ຄໍາ ຢູ່ພູເບ້ຍ, ແຂວງວຽງຈັນ, ປະເທດລາວ

ລັດຖະບານລາວມີລາຍໄດ້ຈາກຊັບພະຍາກອນບໍ່ແຮ່ເພີ້ມຂຶ້ນ ຫາກແຕ່ກໍ່ຕ້ອງປະເຊີນກັບບັນ ຫາຜົນກະທົບຕໍ່ ສະພາບແວດລ້ອມທໍາມະຊາດແລະສັງຄົມ ຫຼາຍຂຶ້ນນັບມື້ເຊັ່ນດຽວກັນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານແລະບໍ່ແຮ່ຂອງລາວ ໄດ້ໃຫ້ການຄາດໝາຍວ່າ
ໃນຕະຫລອດປີ 2011 ນີ້ ການສົ່ງອອກແຮ່ທາດຈາກລາວໄປຕ່າງປະເທດ ຈະມີມູນຄ່າ
ເພີ້ມຂຶ້ນຈາກປີ 2010 ເກີນກວ່າ 40%.

ທັງນີ້ ໂດຍສະເພາະແມ່ນແຮ່ຄໍາ ແລະແຮ່ທອງແດງນັ້ນ ກໍ່ຍັງມີລາຄາທີ່ເພີ້ມສູງຂຶ້ນຢ່າງ
ຕໍ່ເນື່ອງ ດ້ວຍເຫດຜົນນີ້ ຈຶ່ງເຮັດໃຫ້ທາງການລາວເຊື່ອໝັ້ນວ່າ ການສົ່ງອອກແຮ່ທອງແດງ
ຫຼາຍກວ່າ 180 ພັນໂຕນ ແລະແຮ່ເງິນອີກໃນປະມານບໍ່ຕ່ຳກວ່າ 8 ແສນອອນສ ຊຶ່ງສ່ວນ
ໃຫຍ່ເປັນຜົນຜະລິດຈາກບໍ່ແຮ່ທີ່ເຊໂປນໃນແຂວງສະຫວັນນະເຂດ ບໍ່ຄໍາພູເບ້ຍໃນແຂວງ
ວຽງຈັນ ແລະບໍ່ແຮ່ຢູ່ເມືອງລອງ ໃນແຂວງຫລວງນ້ຳທາ.

ຄໍາ ຈາກບໍ່ຄໍາພູເບ້ຍ ໃນແຂວງວຽງຈັນ
ຄໍາ ຈາກບໍ່ຄໍາພູເບ້ຍ ໃນແຂວງວຽງຈັນ

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍັງ
ບອກອີກດ້ວຍວ່າ ສະເພາະລາຍ
ໄດ້ສໍາປະທານ ແລະຄ່າທໍາ
ນຽມຕ່າງໆ ທີ່ໄດ້ຮັບຈາກກຸ່ມ
ລົງທຶນໃນບໍ່ແຮ່ຢູ່ເຊໂປນ ແລະ
ບໍ່ແຮ່ຢູ່ພູເບ້ຍນັ້ນ ກໍມີມຸນຄ່າ
ລວມກັນຫຼາຍກວ່າ 180 ລ້ານ
ໂດລາແລ້ວ ສໍາລັບໃນປີ 2010
ທີ່ຜ່ານມາ ແລະສໍາລັບໃນປີ
2011 ນີ້ກໍຄາດໝາຍວ່າຈະ
ໄດ້ຮັບສ່ວນແບ່ງຈາກບໍ່ແຮ່ທັງ
ສອງແຫ່ງດັ່ງກ່າວ ໃນມູນຄ່າ
ລວມເກີນກວ່າ 250 ລ້ານ
ໂດລາຢ່າງແນ່ນອນ.

ຊຶ່ງດ້ວຍລາຍໄດ້ທີ່ເພີ້ມຂຶ້ນດັ່ງ
ກ່າວນີ້ ກໍ່ຍັງເຮັດໃຫ້ລັດຖະບານ
ລາວກໍານົດໃຫ້ພາກອຸດສະຫະ
ກໍາຂຸດຄົ້ນບໍ່ແຮ່ເປັນພາກການ
ຜະລິດເພື້ອສົ່ງອອກ ທີ່ຈະມີ
ບົດບາດຢ່າງສໍາຄັນຕໍ່ການພັດ
ທະນາເສດຖະກິດຂອງລາວ ທີ່
ມີເປົ້າໝາຍທີ່ຈະມຸ້ງໄປສູ່ການພັດທະນາເປັນປະເທດອຸດສາຫະກໍາທັນສະໄໝ ໃນອານາ
ຄົດອີກດ້ວຍ ຈຶ່ງເຮັດໃຫ້ລັດຖະບານລາວ ໄດ້ອະນຸມັດສໍາປະທານສໍາຫລວດ ແລະ ຂຸດ
ຄົ້ນບໍ່ແຮ່ຢູ່ໃນລາວໃຫ້ແກ່ບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວເຖິງ 154
ບໍລິສັດ ໂດຍໃນນີ້ເປັນບໍລິດສັດຕ່າງຊາດ 118 ບໍລິສັດ ທີ່ໄດ້ຮັບສຳປະທານໃນ 186
ໂຄງການ ແລະອີກ 83 ໂຄງການກໍ່ເປັນສຳປະທານຂອງເອກກະຊົນລາວ 36 ບໍລິສັດ.

ໂຮງງານຫລອມທອງແດງ ທີ່ບໍ່ທອງແດງ ແຂວງສະຫວັນນະເຂດ
ໂຮງງານຫລອມທອງແດງ ທີ່ບໍ່ທອງແດງ ແຂວງສະຫວັນນະເຂດ

ແຕ່ຢ່າງໃດກໍຕາມ ການທີ່
ທາງການລາວ ໄດ້ອະນຸ
ມັດສໍາປະທານການສໍາ
ຫລວດແລະຂຸດຄົ້ນບໍ່ແຮ່
ດັ່ງກ່າວນີ້ ກໍ່ໄດ້ເຮັດໃຫ້
ຫຼາຍໆພາກສ່ວນໃນລາວ
ມີຄວາມກັງວົນໃຈເປັນ
ຢ່າງຍິ່ງວ່າ ບັນດາໂຄງ
ການເຫລົ່ານີ້ ຈະສົ່ງຜົນ
ກະທົບຕໍ່ສະພາບແວດລ້ອມ
ທໍາມະຊາດໃນລາວຢ່າງ
ກວ້າງຂວາງ ເນື່ອງຈາກບໍ່ເຊື່ອໝັ້ນວ່າ ກົນໄກຂອງລັດຖະບານລາວນັ້ນ ຈະສາມາດ
ກວດກາໂຄງການສໍາຫລວດແລະຂຸດຄົ້ນບໍ່ແຮ່ໄດ້ຢ່າງທົ່ວເຖິງ. ເພາະສະນັ້ນ ຈຶ່ງກາຍ
ເປັນກໍລະນີບັນຫາ ທີ່ປະຊາຊົນລາວໄດ້ຮ້ອງຮຽນເຖິງຄະນະປະຈໍາການສະພາແຫ່ງຊາດ
ລາວຫຼາຍທີ່ສຸດໃນປັດຈຸບັນນີ້. ດັ່ງທີ່ ທ່ານໃຊສົມພອນ ພົມວິຫານ ຮອງປະທານສະພາ
ແຫ່ງຊາດລາວ ໄດ້ຖະແຫລງຊີ້ແຈງໃນເລື້ອງນີ້ວ່າ:

“ສິ່ງທີ່ມີຄວາມພົ້ນເດັ່ນໜ້າເປັນຫ່ວງ ແລະແຕະຕ້ອງຕໍ່ຜົນປະໂຫຍດຂອງປະຊາຊົນ ແລະກໍ່ມີທ່າອ່ຽງທີ່ເປັນການເອົາປຽບປະຊາຊົນ ຕາມທີ່ປະຊາຊົນໄດ້ສ່ອງແສງມາ ກໍ່ແມ່ນບັນຫາເລື້ອງການຂຸດຄົ້ນແຮ່ທາດຢ່າງຊະຊາຍ ໂດຍສະເພາະການຂຸດຄົ້ນ
ຄໍາຈໍານວນນຶ່ງ ຢູ່ບາງທ້ອງຖິ່ນ ຢູ່ບາງແຂວງ ຊຶ່ງການຂຸດຄົ້ນຢ່າງສະຊາຍດັ່ງກ່າວ
ກໍ່ເປັນສິ່ງທີ່ຜິດກົດໝາຍ ທີ່ໄດ້ສົ່ງຜົນສະທ້ອນຕໍ່ສິ່ງແວດລ້ອມທຳມະຊາດ ແລະ
ສຸຂະພາບຂອງປະຊາຊົນ.”

ຢາງລົດເກົ່າທີ່ເປັນເສດເຫລືອຈາກ ການນໍາໃຊ້ໃນການຂຸດຄົ້ນແຮ່ທອງ ແດງຢູ່ລາວທີ່ສົ່ງຜົນກະທົບຕໍ່ສະ ພາບແວດລ້ອມຂອງລາວ
ຢາງລົດເກົ່າທີ່ເປັນເສດເຫລືອຈາກ ການນໍາໃຊ້ໃນການຂຸດຄົ້ນແຮ່ທອງ ແດງຢູ່ລາວທີ່ສົ່ງຜົນກະທົບຕໍ່ສະ ພາບແວດລ້ອມຂອງລາວ

ນອກຈາກນີ້ ໂດຍອິງຕາມຂໍ້ມູນຂອງກະຊວງພະລັງງານ
ແລະບໍ່ແຮ່ຂອງລາວເອງ ກໍ່ໄດ້ລະບຸວ່າ ໃນຈໍານວນສໍາປະ
ທານການສຳຫລວດແລະຂຸດຄົ້ນບໍ່ແຮ່ ທີ່ລັດຖະບານ
ລາວໄດ້ອະນຸມັດໃຫ້ກັບເອກກະຊົນລາວແລະຕ່າງຊາດທັງ
269 ໂຄງການນັ້ນ ໄດ້ກວາມເອົາພື້ນທີ່ກວ້າງກວ່າ 2.88
ລ້ານເຮັກຕ້າ ດ້ວຍເຫດຜົນນີ້ ຖ້າຫາກວ່າ ບໍ່ມີການກວດ
ກາຢ່າງຄັກແນ່ວ່າ ບໍລິສັດເອກກະຊົນລາວ ແລະຕ່າງປະ
ເທດໄດ້ມີການປະຕິບັດຕາມສັນຍາສໍາປະທານຢ່າງແທ້ຈິງ
ຫຼືບໍ່ນັ້ນ ກໍຍ່ອມຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມໃນ
ລາວຢ່າງກວ້າງຂວາງ ແລະຜູ້ທີ່ຈະໄດ້ຮັບຜົນກະທົບຢ່າງຫລີກລ້ຽງບໍ່ໄດ້ກໍ່ຄືປະຊາຊົນລາວ ນັ້ນເອງ.

XS
SM
MD
LG