ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກົາຫຼີໃຕ້ ໃຫ້ກຽດແກ່ ທະຫານຕ່າງປະເທດ ທີ່ໄປຊ່ວຍລົບ ໃນສົງຄາມເກົາຫຼີ (ວີດິໂອ)


ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye ກ່າວຄໍາປາໄສ ໃນລະຫວ່າງພິທີຂີດໝາຍ ຄົບຮອບ 60 ປີຂອງການຢຸດເຊົາສູ້ລົບ ໃນສົງຄາມເກົາຫລີ ຢູ່ກຸງ Seoul, ວັນທີ 27 ລະກົດ 2013.
ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye ກ່າວຄໍາປາໄສ ໃນລະຫວ່າງພິທີຂີດໝາຍ ຄົບຮອບ 60 ປີຂອງການຢຸດເຊົາສູ້ລົບ ໃນສົງຄາມເກົາຫລີ ຢູ່ກຸງ Seoul, ວັນທີ 27 ລະກົດ 2013.
ເມື່ອ​ວັນ​ເສົາ​ຜ່ານ​ມາ​ນີ້ ​ເກົາຫຼີ​ໃຕ້ ​ໄດ້​ປະກອບ​ພິທີ​ລະນຶກ​ເຖິງ​ວັນ​
ຄົບຮອບ 60 ປີ ຂອງ​ການ​ສິ້ນ​ສຸດ​ການ​ສູ້​ລົບໃນສົງຄາມ​ເກົາຫຼີ ​
ແລະໃຫ້​ກຽດແກ່​ບັນດາ​ນັກ​ລົບ​ເກົ່າ​ຊາວ​ຕ່າງປະ​ເທດ ທີ່​ໄດ້​ຊ່ວຍ​
ຕ້ານ​ຢັນ​ການ​ຮຸກ​ຮານຂອງ ​ເກົາຫຼີ​ເໜືອ​ ​ໃນ​ປີ 1950 ນັ້ນ. ​ແຕ່​ໃນ​
ພາກ​ຕົວ​ຈິງແລ້ວ ທັງ​ສອງ​ເກົາຫຼີ​ແມ່ນຍັງ​ຢູ່​ໃນ​ສະພາວະ​ສົງຄາມ​
ນໍາກັນ​ຢູ່​ ​ແຕ່​ເມື່ອ​ວັນເສົາ​ຜ່ານ​ມາ​ນີ້ ປະທານາທິບໍດີ Park
Geun-Hye ​ໄດ້ສົ່ງສານ​ແຫ່ງ​ສັນຕິພາບ​ໄປ​ຍັງ ພຽງ​ຢາງ ຂໍ​ຮ້ອງ​
ໃຫ້​ສ້າງ​ຄວາມ​ປອງ​ດອງ​ກັນແລະ​ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ​ຈົ່ງ​ປະ
ລະ​ອາວຸດ​ນີວ​ເຄຼຍຂອງ​ຕົນນັ້ນ​ເສຍ. Daniel Schearf ຜູ້​ສື່​ຂ່າວ​
ວີ​ໂອ​ເອ ລາຍ​ງານ​ຈາກນະຄອນຫຼວງ​ໂຊລ ຂອງ​ເກົາຫຼີ​ໃຕ້ ຊຶ່ງ​
ທອງ​ປານ ຈະ​ນໍາ​ເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ ​ໃນ​ອັນດັບ​ຕໍ່​ໄປ

ລິງໂດຍກົງ

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Seoul Honors War Vets on Armistice Anniversary
please wait

No media source currently available

0:00 0:02:19 0:00
ລິງໂດຍກົງ

ໃນ​ຄໍາ​ປາ​ໄສ​ຕໍ່​ບັນດາ​ຜູ້ເຂົ້າ​ຮ່ວມ​ໃນ​ພິທີ ຢູ່ຫໍ​ອະນຸສາວະລີ​ສົງຄາມ ທີ່​ນະຄອນຫຼວງ​ໂຊ​ລ ນັ້ນ ປະທານາທິບໍດີ Park Geun-hye ​ໄດ້​ຮຽກ ຮ້ອງ​ໃຫ້​ເກົາຫຼີ​ເໜືອ ​ຈົ່ງດໍາ​ເນີນ​ການ​ໄປ​ໃນ​ເສັ້ນທາງ​ແຫ່ງ​ສັນຕິພາບ.

ປະທານາທິບໍດີ Park Geun-hye ​ເວົ້າ​ວ່າ: “ຖ້າ​ຫາກ​ວ່າ ​ເກົາຫຼີເໜືອ ເລືອກເອົາ​ເສັ້ນທາງ​ທີ່​ຖືກຕ້ອງ​ແລ້ວ ພວກ​ເຮົາ​ກໍ​ຈະ​ເສີມ​ຂະຫຍາຍ​ການ​ແລກປ່ຽນ ແລະ​ການ​ຮ່ວມມືກັນ​ ​ແລະ​ຕັ້ງໜ້າເປີດ​ເສັ້ນທາງ​ ສໍາລັບ​ການ​ພັດທະນາ​ຮ່ວມ​ກັນ​ ລະ ຫວ່າງ ເກົາຫຼີ​ໃຕ້ ​ແລະ​ເໜືອ. ຂ້າພະ​ເຈົ້າມາທີ່​ນີ້ ​ໃນ​ມື້​ນີ້ ​ເພື່ອ​ຢືນ​ຢັດໃຫ້​ເກົາຫຼີ​ເໜືອ ​ຈົ່ງ​
ປະ​ຖິ້ມ​ໂຄງການ​ພັດທະນາ​ນີິວເຄຼຍ ນັ້ນ​ເສຍ ​ແລະ​ກ້າວ​ເຂົ້າມາ​ຢູ່​ບົນ​ເສັ້ນທາງ
ແຫ່ງ ການ​ສ້າງ​ຄວາມ​ປ່ຽນ​ແປງ​ ​ແລະ​ການ​ຮັກສາ​ສັນຕິ​ພາບຕໍ່​ກັນຢ່າງ​ຈິງ​ໃຈ.”


ສ່ວນ​ເກົາຫຼີ​ເໜືອນັ້ນ ກໍ​ໄດ້​ຈັດການ​ເດີນ​ສວນສະໜາມ​ຂອງ​ກອງທັບຢ່າງ​ໃຫຍ່​ໂຕ ​ເພື່ອ ສະ​ເຫຼີມສະຫຼອງ​ອັນ​ທີ່​ລັດຖະບານ​ຄອມ​ນີວນີສຂອງ​ປະ​ເທດ​ດັ່ງກ່າວ​ເອີ້ນ​ວ່າ “ວັນ​ແຫ່ງໄຊຊະ ນະ” ນັ້ນ​ ​ເຖິງ​ແມ່ນ​ວ່າ​ບໍ່​ມີຝ່າຍໃດຊະນະ​ ສົງຄາມເລີຍກໍຕາມ ​ເພາະ​ວ່າໃນ​ພາກ​ຕົວ​ຈິງ​ແລ້ວ ທັງ​ສອງ​ປະ​ເທດ​ຍັງຄົງ​ຢູ່​ໃນ​ສະພາວະ​ສົງຄາມ​ນໍາກັນ​ຢູ່ຕະຫຼອດມາ.

​ທີ່ນະຄອນຫຼວງ​ໂຊ​ລ ປະທານາທິບໍດີ Park ​ໄດ້​ປະກາດ​ເອົາ​ວັນ​ທີ 27 ກໍລະກົດ ​ເປັນ​ວັນ​ປະກອບສ່ວນ​ກອງທັບ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ການ ຮັບ​ຮູ້​ເຖິງ​ສົງຄາມທີ່​ໜຸນຫຼັງ​ໂດຍ​ຢູ​ເອັນ​ ຫຼືສະຫະ​ປະຊາ​ຊາດ ​ແລະ​ເວົ້າ​ວ່າ ການ​ຄຸຍ​ໂມ້ດ້ວຍ​ຄໍາ​ເວົ້າ​ທີ່ເກາະ​ຜິດຂອງ​ເກົາ ຫຼີ​ເໜືອ​ນັ້ນ ​ແມ່ນ​ຈະ​ບໍ່ໄດ້​ຮັບ​ການ​ອະນຸ​ໂລມ.

ປະທານາທິບໍດີ ພັກ​ ​ເກິ່ນເຮ ​ເວົ້າ​ວ່າ: “ດ້ວຍ​ການ​ຍັບ​ຍັ້ງ​ອັນ​ເດັດດ່ຽວ ​ແລະ​ການ​ຮ່ວມ​
ມື​ທີ່​ໃກ້ຊິດ ກັບ​ສັງຄົມ​ນານາ​ຊາດ ພວກ​ເຮົາ​ຈະເຮັດສຸດ ​ຄວາມສາມາດ​ຂອງ​ເຮົາ
ເພື່ອໃຫ້ເກົາຫຼີ​ເໜືອ​ຢຸດຄິດເລຶ່ອງ​ການ​ເກາະ​ຜິດ​ຄິດ​ຮ້າຍ ​ແລະ ກ້າວ​ອອກ​ມາ​ຢູ່​ໃນ​
ຖານະ​ປະ​ເທດ​ສະມາຊິກ​ນຶ່ງ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ ສັງຄົມ​ນານາ​ຊາດ​ນັ້ນ.”


​ປີ​ນີ້​ແມ່ນ​ເປັນ​ເທື່ອ​ທໍາ​ອິດ​ທີ່ ​ເກົາຫຼີ​ໃຕ້ໄດ້​ທໍາ​ພິທີໃຫ້​ກຽດ​ແກ່ 21 ປະ​ເທດ ທີ່​ໄດ້​ສົ່ງ​ທະ ຫານ ​ແລະ​ໜ່ວຍ​ພະຍາບານ​ ມາ​ຊ່ວຍ​ໃນ​ສົງຄາມ​ເກົາຫຼີ ​ແລະ ນັກ​ລົບ​ຊາວ​ຕ່າງ​ຊາດ ຫຼາຍກວ່າ 40,000 ຄົນ​ທີ່ໄດ້​ເສຍ​ຊີວິດ​ໃນສົງຄາມ ເກົາຫຼີນັ້ນ.

ພິທີຄົບຮອບ 60 ປີ ຢູ່ເກົາຫລີເໜືອ:

North Korea Celebrates Anniversary of War's End
please wait

No media source currently available

0:00 0:02:20 0:00
ລິງໂດຍກົງ

ນັກ​ລົບ​ເກົ່າ​ສົງຄາມ​ເກົາຫຼີກຸ່ມ​ນຶ່ງ​ໄດ້​ໄປ​ຢ້ຽມຢາມ​ ເຂດ​ຄວາມ​ປອດ​ໄພຮ່ວມ ​ເມື່ອ​ວັນ​ສຸກ​ຜ່ານ​ມາ ຢູ່ໃນ​ແຄມ​ເຂດ​ປອດ​ທະຫານ ຫຼື DMZ ຊຶ່ງ​ເປັນ​ບ່ອນ​ທີ່ທະຫານ​ຈາກທັງ​ສອງ​ເກົາ​ຫຼີ ຍັງ​ປະ​ເຊີນ​ໜ້າ​ກັນ​ຢູ່​ຕະຫຼອດມາ​ນັ້ນ.

​ເຈົ້າ​ໜ້າ​ທີ່​ທະຫານ​ຜູ້​ນໍາ​ທ່ຽວ ​ເວົ້າ​ຕະລົກ​ວ່າ “ພວກ​ທີ່ຢູ່​ຊ້າຍ​ມື​ຂອງ​ຂ້າພະ​ເຈົ້າ​ແມ່ນ​
ກໍາລັງ​ຢືນ​ຢູ່​ໃນ​ປະ​ເທດ​ຄອມ​ມີ​ວນີສເກົາຫຼີ​ເໜືອ. ສ່ວນ​ພວກ​ທີ່ຢູ່​ຂວາ​ມື​ຂອງ​ຂ້າພະ​
ເຈົ້າ ​ກໍ​ຍັງຂ້ອນ​ຂ້າງ​ຈະ​ມີຄວາມ​ປອດ​ໄພ​ດີຢູ່​ ໃນ​ສາທາລະນະ​ລັດ​ເກົາຫຼີ.”


​ເຖິງ​ແມ່ນ​ວ່າການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ມ່ວນ​ຊຶ່ນ​ລື່ນ​ເລີງ​ກໍ​ຕາມ ​ແຕ່​ທ່ານ Homer James Mead ນາຍ​ທະຫານ​ກອງທັບ​ເຮືອ​ສະຫະລັດ ທີ່​ປົດ​ກະສຽນ​ແລ້ວ ​ໄດ້​ໃຫ້​ຂໍ້​ສັງ​ເກດເຖິງເບື້ອງຫຼັງທີ່​ຮ້າຍ​ແຮງ ຂອງວັນ​ຄົບຮອບ ການ​ຢຸດ​ຍິງ​ນັ້ນ​.

ທ່ານ ​ໂຮມ​ເມີ ມີດ ​ເວົ້າ​ວ່າ: “ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າ​ຕອນ​ທໍາ​ອິດ​ໃນເວລາ​ນັ້ນ ​ແມ່ນວ່າ ບາງ​ທີມັນ​ອາດ​ຈະ​ເປັນ​ໂອກາດ​ອັນ​ດີ ສໍາລັບໃຜ​ຜູ້​ນຶ່ງ​ທີ່ຈະ​ສວຍ​ໂອກາດ
ເຮັດ…​ໃນສິ່ງ​ໃດ​ສິ່ງ​ນຶ່ງທີ່​ບໍ່​ດີ. ​ແຕ່ຂ້າພະ​ເຈົ້າ​ກໍ​ເຊື່ອ​ໃນ​ພະ​ເຈົ້າ ​ເພາະສະ​ນັ້ນຫຼ່​ະ ​ເ
ເມຍ​ຂອງ​ຂ້າພະ​ເຈົ້າຈຶ່ງ​ມາກັບ​ຂ້າພະ​ເຈົ້າ​ໃນ​ມື້​ນີ້ ​ເພາະວ່າ ຂ້າພະ​ເຈົ້າຮູ້​ວ່າ ພວກ​
ເຮົາ​ຈະ​ປອດ​ໄພ​ດີ ຍ້ອນ​ວ່າ​ມີກອງທັບ​ເກົາຫຼີ​ໃຕ້ ​ແລະ​ກອງທັບ​ສະຫະ​ປະຊາ​ຊາດ ​
ແລະ​ກໍາລັງ​ທະຫານ​ຂອງ​ສະຫະລັດ​ ຂອງ​ພວກເຮົາ​ເອງ ຢູ່​ໃນເກົາ​ຫຼີໃຕ້​ນີ້.”


ປະທານາທິບໍດີ Park ​ໄດ້​ກ່າວ​ຢໍ້າ​ເຖິງ​ຄວາມ​ຫວັງ​ທີ່​ວ່າ ​ໃນ​ມື້​ໃດ​ມື້​ນຶ່ງ ທັງ​ສອງ​ເກົາຫຼີຈະ
ສາມາດຖອນ​ອາ​ວຸດ​ຍຸດ​ໂທ​ປະກອນ​ທັງຫຼາຍ ອອກ​ໄປ​ຈາກ​ເຂດ​ປອດ​ທະຫານ​ ຊຶ່ງ​ເປັນ​ເຂດ​ຊາຍ​ແດນ​ທີ່​ຕິດ​ຕັ້ງ​ອາວຸດ​ຢ່າງ ໜາ​ແໜ້ນ​ທີ່ສຸດໃນ​ໂລກ.

ວີດິໂອ: ປ. ໂອບາມາ ປະກອບພິທີ ຢູ່ອະນຸສາວະລີສົງຄາມເກົາຫລີ ທີ່ວໍຊິງຕັນ:

Obama Calls on Americans to Honor Korean War Vets
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG