ບັນດາຜູ້ຊ່ຽວຊານກ່າວກັບ VOA ວ່າ ທາງການໄທສົ່ງໂຕນັກເຄື່ອນໄຫວຊາວກໍາປູເຈຍ 6 ຄົນ ທີ່ຖືກຂໍ້ຫາວ່າກະບົດຕໍ່ຊາດ ເນື່ອງຈາກວິຈານລັດຖະບານໃນສື່ສັງຄົມເຟສ໌ບຸກ ກັບຄືນກໍາປູເຈຍເພື່ອຂຶ້ນສານໃນເດືອນແລ້ວນີ້ ສະແດງໃຫ້ເຫັນວ່າ ໄທ ຍັງຄົງມີສ່ວນຮ່ວມໃນການ “ປາບປາມຂ້າມຊາດ,” ເຊິ່ງໝາຍເຖິງຄວາມຮ່ວມມືລະຫວ່າງລັດຖະບານ ທີ່ແນເປົ້າໝາຍໃສ່ຜູ້ຢູ່ນອກປະເທດທີ່ມີຄວາມເຫັນແຕກຕ່າງ.
ໃນຈໍານວນຜູ້ຖືກສົ່ງໂຕກັບຄັ້ງນີ້ ເປັນຍິງ 4 ຄົນ ແລະເປັນຊາຍອີກ 2 ຄົນ, ແລະທຸກຄົນກໍມີຄວາມກ່ຽວຂ້ອງກັບພັກສົງເຄາະຊາດກໍາປູເຈຍ, ເຊິ່ງເປັນພັກຝ່າຍຄ້ານທີ່ມີຊື່ສຽງທີ່ຖືກປາບປາມຢູ່ພາຍໃນປະເທດດ້ວຍການຍຸບພັກໃນປີ 2017, ພ້ອມທັງຖືກດໍາເນີນຄະດີ ແລະການຈັບກຸມສະມາຊິກພັກອີກຈໍານວນຫຼາຍ.
ເຈົ້າໜ້າທີ່ສໍານັກງານກວດຄົນເຂົ້າເມືອງຂອງໄທໃຫ້ຂໍ້ມູນໂດຍບໍ່ເປີດເຜີຍຕົນເອງວ່າ ຜູ້ລີ້ໄພທັງໝົດ 6 ຄົນ ແລະເດັກນ້ອຍອາຍຸ 5 ປີ ອີກນຶ່ງຄົນ ຖືກຄວບຄຸມໂຕຢູ່ຈັງຫວັດປະທຸມທານີ ໃນທ້າຍເດືອນພະຈິກແລ້ວນີ້ ກ່ອນຖືກສົ່ງໂຕກັບຄືນໄປຍັງ ກໍາປູເຈຍ, ອີງຕາມລາຍງານຂອງ ເອເຊຍເສລີ ທີ່ຢູ່ພາຍໃຕ້ການດໍາເນີນງານຂອງ USAGM ຄືກັນກັບ VOA.
ອົງການຂ່າວ AP ລາຍງານວ່າ ກຸ່ມນັກເຄື່ອນໄຫວທີ່ຖືກສານນະຄອນຫຼວງພະນົມເປັນດໍາເນີນຄະດີເມື່ອເດືອນສິງຫາທີ່ຜ່ານມາ ໃນຂໍ້ຫາທໍລະຍົດຊາດ ເນື່ອງຈາກການໂພສຂໍ້ຄວາມວິຈານລັດຖະບານກໍາປູເຈຍກ່ຽວກັບໂຄງການສາມຫຼ່ຽມຄວາມຮ່ວມມື ກໍາປູເຈຍ-ລາວ-ຫວຽດນາມ ຫຼື CLV-DTA.
ໂຄງການດັ່ງກ່າວ ເປັນຂໍ້ຕົກລົງໃນແຜນພັດທະນາ ແລະການຮ່ວມມືກັນທາງດ້ານການຄ້າ ແລະການເດີນທາງຍົກຍ້າຍຖິ່ນຖານໃນພື້ນທີ່ 4 ແຂວງທາງພາກຕາເວັນອອກສຽງເໜືອ ແລະພື້ນທີ່ຊາຍແດນຂອງກໍາປູເຈຍຕິດກັບ ລາວ ແລະ ຫວຽດນາມ ທີ່ໄດ້ລົງນາມໃນປີ 1999 ແລະລິເລີ້ມຢ່າງເປັນທາງການໃນປີ 2004.
ສາມຫຼ່ຽມດ້ານຄວາມຮ່ວມມືນີ້ ກາຍມາເປັນທີ່ວິພາກວິຈານໃນປະເດັນການມອບຜົນປະໂຫຍດໃຫ້ແກ່ຕ່າງປະເທດ ໂດຍສະເພາະ ການມອບສໍາປະທານທີ່ດິນທີ່ຖືກມອງວ່າ ເປັນການເສຍທີ່ດິນ ແລະອໍານາດອະທິປະໄຕໃຫ້ແກ່ ຫວຽດນາມ ເຊິ່ງເປັນປະເທດທີ່ມີຄວາມບາດໝາງກັນໃນອະດີດ.
ກຸ່ມເຄື່ອນໄຫວເພື່ອປະຊາທິປະໄຕຂະເໝນ ຫຼື Khmer Movement for Democracy ເຊິ່ງກໍ່ຕັ້ງໂດຍຜູ້ນໍາຝ່າຍຄ້ານທີ່ລີ້ໄພຢູ່ຕ່າງປະເທດ ວິຈານວ່າ ການສົ່ງໂຕກັບ ຈະເຮັດໃຫ້ຜູ້ຖືກກ່າວຫາທັງ 6 ຄົນ “ປະເຊີນກັບການກະທໍາທີ່ຕໍ່າ ແລະບໍ່ມີມະນຸດາະທໍາ” ໃນສະຖານກັກຂັງທີ່ແອອັດຂອງ ກໍາປູເຈຍ.
ເອເຊຍເສລີລາຍງານວ່າ ທັງ 6 ຄົນ ຖືກຂັງໄວ້ແຍກກັນ ກ່ອນການພິຈາລະນາຄະດີໃນນະຄອນຫຼວງພະນົມເປັນ, ຖ້າຖືກຕັດສິນວ່າມີຄວາມຜິດ ພວກເຂົາເຈົ້າອາດຖືກຂັງຄຸດເປັນເສລາຫຼາຍປີ.
ເນື່ອງຈາກຄວາມສໍາພັນອັນດີລະຫວ່າງຄອບຄົວ ຮຸນເຊັນ ແລະ ຄອບຄົວ ຊິນນະວັດ, ທີ່ຢູ່ເໜືອພັນທະຜູກພັນໃດໆກໍຕາມທີ່ ໄທ ຄວນຕ້ອງຍຶດຖືໄວ້ພາຍໃຕ້ກົດໝາຍສິດທິມະນຸດລະຫວ່າງປະເທດ.
ທ່ານຕຽງຊຸງ ໂຄສົກຂອງຂ້າຫຼວງໃຫຍ່ສໍາລັບຜູ້ລີ້ໄພແຫ່ງອົງການສະຫະປະຊາຊາດ ຫຼື UNHCR ອອກມາລະບຸທາງອີເມລຕໍ່ VOA ໂດຍ “ສະແດງຄວາມກັງວົນທີ່ສຸດ” ຕໍ່ການສົ່ງໂຕນັກເຄື່ອນໄຫວທັງ 6 ຄົນກັບປະເທດ ເຊິ່ງຂັດຕໍ່ພັນທະຜູກພັນຂອງ ໄທ ທີ່ຮັບປະກັນວ່າ ຈະບໍ່ມີການສົ່ງໂຕຜູ້ໃດກຊຕາມກັບຄືນປະເທດ ຫາກພວກເຂົາຕົກຢູ່ໃນຄວາມສ່ຽງຂອງຊີວິດ ຫຼື ເສລີພາບຂອງພວກເຂົາເຈົ້າ.
ໂຄສົກ UNHCR ກ່າວຕື່ມວ່າ “ພວກເຮົາຕ້ອງການຄໍາອະທິບາຍຢ່າງຮີບດ່ວນຈາກທາງການໄທກ່ຽວກັບສະຖານະການທີ່ເກີດຂຶ້ນ ແລະຂໍໃຫ້ເຄົາລົບຕໍ່ກົດໝາຍຂອງໄທ ແລະພັນທະຜູກພັນລະຫວ່າງປະເທດ ເພື່ອປ້ອງກັນບໍ່ໃຫ້ກໍລະນີດັ່ງກ່າວນີ້ ເກີດຂຶ້ນອີກ.”
ຟໍຣັມສະແດງຄວາມຄິດເຫັນ