ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ທະ​ຫານ ໄນ​ເຈີ ປະ​ຕິ​ເສດ​ຄະ​ນະ​ຜູ້​ແທນ​ນັກ​ການ​ທູດ


ຜູ້​ສະ​ໜັບ​ສະ​ໜູນ​ສະ​ພາ​ແຫ່ງ​ຊາດເພື່ອ​ການ​ປົກ​ປ້ອງ​ພາຍ​ໃນ​ປະ​ເທດ ຫຼື (CNSP) ຖື​ຮູບ​ນາຍ​ພົນ ອັບ​ດູ​ຣາ​ຮາ​ມານ ເທຍ​ນີ, ໃນ​ນະ​ຄອນຫຼວງ ເນຍ​ເມ, ໄນ​ເຈີ, 6 ສິງ​ຫາ 2023.
ຜູ້​ສະ​ໜັບ​ສະ​ໜູນ​ສະ​ພາ​ແຫ່ງ​ຊາດເພື່ອ​ການ​ປົກ​ປ້ອງ​ພາຍ​ໃນ​ປະ​ເທດ ຫຼື (CNSP) ຖື​ຮູບ​ນາຍ​ພົນ ອັບ​ດູ​ຣາ​ຮາ​ມານ ເທຍ​ນີ, ໃນ​ນະ​ຄອນຫຼວງ ເນຍ​ເມ, ໄນ​ເຈີ, 6 ສິງ​ຫາ 2023.

ປະ​ເທດ ໄນ​ເຈີ ຖືກວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່​ເພີ່ມ​ເຕີມ​ໃນ​ວັນ​ອັງ​ຄານ​ວານນີ້, ຫຼາຍ​ຊົ່ວ​ໂມງຫຼັງ​ຈາກ​ພວກ​ຜູ້​ນຳ​ກອງ​ທັບ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ຄັ້ງຫຼ້າ​ສຸດ​ໂດຍ​ຄະ​ນະ​ຜູ້​ແທນ​ຮ່ວມ​ຈາກ​ປະ​ເທດ​ຕ່າງໆ​ໃນ​ອາ​ຟ​ຣິ​ກາ​ຕາ​ເວັນ​ອອກ, ສະ​ຫະ​ພາບ ອາ​ຟ​ຣິ​ກາ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ພວກ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ໄດ້​ປະ​ຕິ​ເສດ​ການ​ເຂົ້າ​ໄປ​ຂອງ​ຄະ​ນະ​ຜູ້​ແທນ, ໂດຍ​ກ່າວ​ວ່າ “ສະ​ພາບ​ໄພ​ຂົ່ມ​ຂູ່​ຈາກ​ການ​ໂຈມ​ຕີ” ໄດ້​ເຮັດ​ໃຫ້​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຈັດ​ການ​ເຈ​ລ​ະ​ຈາ ກ່ຽວ​ກັບ ການ​ສິ້ນ​ສຸ​ດ​ວິ​ກິດ​ການ​ດ້ານ​ລັດ​ຖະ​ທຳ​ມະ​ນູນ​ໃນ ໄນ​ເຈີ, ບ່ອນ​ທີ່​ສະ​ມາ​ຊິກ​ຂອງ​ກຸ່ມ​ປົກ​ປ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ເຂົ້າ​ຄວບ​ຄຸມ ແລະ ສືບ​ຕໍ່​ທີ່​ຈະ​ກັກ​ຂັງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຖືກ​ເລືອກ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ ທ່ານ ໂມ​ຮາ​ເມັດ ບາ​ຊູມ ແລະ ຄອບ​ຄົວ​ຂອງ​ທ່ານ.

ກຸ່ມ​ພາກ​ພື້ນ​ອາ​ຟ​ຣິ​ກາ​ຕາ​ເວັນຕົ​ກ ທີ່​ຮູ້​ຈັກ​ດັ່ງ​ກັບ ECOWAS ໄດ້​ຂົ່ມ​ຂູ່ການ​ແຊກ​ແຊງ​ທາງ​ທະ​ຫານ​ໃນ ໄນ​ເຈີ ນອກ​ຈາກວ່າ​ທ່ານ ບາ​ຊູມ ຈະ​ຖືກ​ນຳ​ກັບ​ມາ​ກຳ​ອຳ​ນາດ​ຄືນ, ແຕ່​ແນວ​ໃດ​ກໍ່​ຕາມ​ຂີດ​ເສັ້ນ​ຕາຍ​ວັນ​ອາ​ທິດແລ້ວ​ສຳ​ລັບ​ພວກ​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ​ເພື່ອ​ປະ​ຕິ​ບັດ​ຕາມ​ຄຳ​ຮຽກ​ຮ້ອງ​ແມ່ນ​ໄດ້​ກາຍ​ໄປ​ໂດຍບໍ່​ມີ​ການ​ດຳ​ເນີນ​ການ​ໃດໆ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ​ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ສະ​ຫະ​ລັດ ຍັງ​ມີ​ຄວາມ​ຫວັງ​ທີ່​ຈະ​ຕ່າວ​ປີ້ນ​ການ​ກໍ່​ລັດ​ຖະ​ປະ​ຫານ​ຂອງ ໄນ​ເຈີ ແຕ່ “ສາ​ມາດ​ນຶກ​ພາບ​ອອກ​ໄດ້.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ແມັດ​ທິວ ມິ​ລ​ເລີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ຍັງ​ມີ​ຄວາມ​ຫວັງ, ແຕ່​ພວກ​ເຮົາ​ກໍ​ຍັ​ງ​ນຶກ​ພາບ​ອອກ​ໄດ້ຫຼາຍ. ພວກ​ເຮົາ​ມີ​ຄວາມ​ຫວັງ​ວ່າ​ສະ​ຖາ​ນະ​ການ​ຈະ​ພິກ, ແຕ່​ໃນ​ເວ​ລາ​ດຽວ​ກັນ, ພວກ​ເຮົາ​ໄດ້​ເຮັດ​ໃຫ້​ມັນ​ຈະ​ແຈ້ງ, ລວມ​ທັງ​ໃນ​ການ​ສົນ​ທະ​ນາ​ໂດຍ​ກົງ​ກັບ​ພວກ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ເອງ​ນັ້ນວ່າ, ສິ່ງ​ທີ່​ຈະ​ຕິດຕາມ​ມາ​ສຳ​ລັບ​ການບໍ່​ສາ​ມາດ​ກັບ​ຄືນ​ສູ່​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ແມ່ນ​ຫຍັງ.”

ໃນ​ແລງວັນ​ອັງ​ຄານ​ວານນີ້, ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ສື່​ສັງຄົມ X ເຊິ່ງ​ຊື່​ເກົ່​າ​ແມ່ນ​ທວິດ​ເຕີ​ວ່າ, ທ່ານ​ໄດ້​ລົມ​ກັບ​ທ່ານ ບາ​ຊູມ “ເພື່ອ​ສະ​ແດ​ງ​ການ​ສືບ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ເພື່ອ​ຊອ​ກ​ຫາ​ຂໍ້​ແກ້​ໄຂ​ຢ່າງ​ສັນ​ຕິ​ຕໍ່​ວິ​ກິດ​ການ​ດ້ານ​ລັດ​ຖະ​ທຳ​ມະ​ນູນ​ໃນ​ປັດ​ຈຸ​ບັນ.”

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ໃສ່​ໜ້າທາງ​ການ​ຂອງ​ທ່ານ​ວ່າ “ສະ​ຫະ​ລັດ ໄດ້​ກ່າວ​ຢ້ຳ​ການ​ຮຽກ​ຮ້ອງ​ຂອງ​ພວກ​ເຮົາ​ເພື່ອ​ປ່ອຍ​ຕົວ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ໃນ​ທັນ​ທີ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG