ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ຍັງດໍາເນີນຕໍ່ໄປຢ່າງບໍ່ລົດລະ ທີ່ເຊເນກາລ


ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ນະຄອນຫລວງດາກາ ປະເທດເຊເນກາລ
ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ນະຄອນຫລວງດາກາ ປະເທດເຊເນກາລ

ຕໍາຫລວດ​ທີ່ປະ​ເທດ​ເຊ​ເນ​ກາລ ​ໄດ້​ປະ​ທະ​ກັບ​ພວກ​ປະ​ທ້ວງໃນ​ວັນເສົາວານ​ນີ້ ໃນ​ມື້​ທີ​ສີ່
ລຽນຕິດຂອງ​ເຫດການ​ກໍ່​ຄວາມ​ບໍ່​ສະຫງົບ ທີ່​ມີສາ​ເຫດ​ມາ​ຈາກການ​ເລືອກ​ຕັ້ງ​ປະທານາ
ທິບໍດີ​ໃນ​ອາທິດ​ໜ້າ​ນີ້.

ພວກ​ປະ​ທ້ວງ​ໃນ​ເມືອງ​ຫລວງ​ດາ​ກາ ​ໄດ້ພາກັນ​ແກວ່ງ​ກ້ອນ​ຫິນ​ໃສ່​ພວກຕໍາຫລວດ ​ໃນ​
ຂະນະ​ທີ່​ພວກ​ເຂົາ​ເຈົ້າຮຽກຮ້ອງ​ໃຫ້ປະທານາທິບໍດີ​ Abdoulaye Wade ອາຍຸ 85 ປີ
ນັ້ນ​ ຈົ່ງ​ປະລະ​ຄວາມ​ຕັ້ງໃຈ​ທີ່​ຈະ​ເລືອກ​ຕັ້ງ​ສະ​ໄໝ​ທີ່​ສາມ​ນັ້ນ.

ພວກ​ຕໍ​າຫລວດ​ໄດ້​ຍິງ​ລະ​ເບີດ​ນໍ້າ​ຕາ​ຕອບ​ໂຕ້​ຄືນ. ທ່ານ Ousmane Ngom ລັດຖະມົນ
ຕີ​ກະຊວງ​ພາຍ​ໃນ​ ໄດ້​ປ້ອງ​ກັນ​ການ​ສັ່ງ​ຫ້າມ​ທໍາການ​ປະ​ທ້ວງຂອງລັດຖະບານ ຊຶ່ງ​ທ່ານ
ກ່າວ​ວ່າ ມັນ​ເປັນການ​ປຸກ​ປັ່ນ ​ແລະ​ເປັນ​ອາຊະຍາ​ກໍາ.

ພວກ​ພັກ​ຝ່າຍ​ຄ້ານ​ຕ້ອງການ​ບໍ່​ໃຫ້​ປະທານາທິບໍດີ ​ເວດ ສະໝັກ​ເລືອກ​ຕັ້ງ ອີກ​ສະ​ໄໝ​
ທີ່​ສາມ ຊຶ່ງ​ພວກ​ເຂົ​າ​ເ​ຈົ້າຖື​ວ່າ​ຜິດ​ກົດໝາຍ. ສານ​ເຊ​ເນ​ກາລ ​ໄດ້​ຕັດສິນວ່າ​ຂໍ້​ກໍານົດ​ຕໍາ​
ແໜ່ງປະທານາທິບໍດີສອງ​ສະ​ໄໝ​ຂອງລັດຖະທໍາມະນູນ​ນັ້ນ ​ແມ່ນ​ບໍ່​ສາມາດ​ໃຊ້​ກັບ​ປະທາ
ນາທິບໍດີ​ເວດ​ໄດ້ ​ເນຶ່ອງຈາກ​ວ່າ ທ່ານ​ໄດ້​ເຂົ້າດໍາລົງ​ຕໍາ​ແໜ່​ງກ່ອນ​ກົດໝາຍ​ດັ່ງກ່າວ​ເລິ່ມ
ມີ​ຜົນ​ບັງຄັບ​ໃຊ້.

ການ​ຕັດສິນດັ່ງກ່າວ​ຂອງ​ສານ​ ຊຶ່ງ​ມີເມື່ອ​ສອງ​ອາທິດ​ຜ່ານ​ມາ​ນີ້ ໄດ້ເປັນ​ເຫດ​ໃຫ້​ເກີດ
ການ​ຈະລາຈົນ​ຂຶ້ນ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວສີ່​ຄົນ.

ນອກ​ນີ້​ແລ້ວ ​ເມື່ອ​ວັນ​ເສົາ​ວານ​ນີ້ ການ​ປ່ອນ​ບັດກ່ອນ​ກໍານົດ ​ໄດ້​ເລິ່ມຕົ້ນຂຶ້ນ ສໍາລັບ
ສະ​ເພາະ​ພວກ​ເຈົ້າໜ້າ​ທີ່​ຮັກສາ​ຄວາມປອດ​ໄພ​ຂອງ​ປະ​ເທດ ຈໍານວນ 23,000 ຄົນ​ນັ້ນ.

ພວກ​ສະໝັກ​ເຂົ້າ​ແຂ່ງຂັນເອົາ​ຕໍາ​ແໜ່​ງປະທານາທິບໍດີຄັ້ງ​ນີ້ ​ແມ່ນ​ມີ​ໂຮມ​ທັງທ່ານ
Macky Sall ​ແລະທ່ານ Idrissa Seck ອະດີດ​ພັນທະ​ມິດ​ຂອງ​ປະທານາທິບໍດີ​ເວດ.
ການ​ເລືອກ​ຕັ້ງ​ຂັ້ນ​ຕັດສິນ​ຊີ້​ຂາດ​ຈະ​ຈັດ​ໃຫ້​ມີຂຶ້ນ ຖ້າ​ຫາກ​ວ່າ​ບໍ່​ມີໃຜ​ຊະນະ​ສຽງ​ສ່ວນ​
ຫລາຍ. ພວກ​ນັກ​ສັງ​ເກດ​ການ ການ​ເລືອກ​ຕັ້ງ​ຫລາຍ​ຄົນ​ກ່າວ​ວ່າ ​ເບິ່ງ​ຊົງ​ວ່​າ ​ຈະ​ບໍ່​ມີ
ການ​ເລືອກ​ຕັ້ງ​ຂັ້ນ​ຕັດສິນ​ຊີ້ຂາດ ​ເພາະວ່າ​ບໍ່​ປາກົດ​ວ່າ​ມີຜູ້​ສະໝັກ​ຈາກ​ພັກ​ຝ່າຍ​ຄ້ານ
ຈັກ​ຄົນ ທີ່​ມີ​ຄະ​ແນນ​ນໍາ​ໜ້າ​.

ທ່ານ Cheikh Bamba ຜູ້​ສະໝັກ​ເລືອກ​ຕັ້ງ​ຄົນ​ນຶ່ງ​ ຖືກ​ຈັບ​ກຸມ​ເປັນ​ເວລາ​ສັ້ນໆໃນ​ລະ
ຫວ່າງ​ການ​ປະ​ທ້ວງ​ເມື່ອ​ວັນ​ສຸກ​ຜ່ານ​ມາ ​ແລະ​ກໍ​ໄດ້ຖືກ​ປ່ອຍ​ຕົວ​ໃນ​ເວລາ​ບໍ່​ດົນຕໍ່​ມາ.

XS
SM
MD
LG