ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນ​ທະ​ມິດ ​ລະ​ດັບ​ສູງ​ຂອງ​ທ່ານ ທ​ຣຳ ຮຽກ​ຮ້ອງ​ໃຫ້​ເພິ່ນ ​ເປີດ​​ລັດ​ຖະ​ບານຄືນ


ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ທ່ານ ລິນ​ຊີ ແກ​ຣມ, ລົມ​ກັບ​ນັກ​ຂ່າວ ຢູ່​ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອລ ຮິ​ລ. 8 ມັງ​ກອນ, 2019.
ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ທ່ານ ລິນ​ຊີ ແກ​ຣມ, ລົມ​ກັບ​ນັກ​ຂ່າວ ຢູ່​ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອລ ຮິ​ລ. 8 ມັງ​ກອນ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຍັງ​ຢືນຢັດຢູ່ກັບ ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ
ສຳລັບກຳແພງຢູ່ເຂດຊາຍແດນ ສະຫະລັດ-ເມັກຊິໂກ, ໃນຂະນະທີ່ພັກເດໂມແຄຣັດ
ກໍໄດ້ປະຕິເສດທີ່ຈະສະໜັບສະໜູນສິ່ງທີ່ເຂົາເຈົ້າເອີ້ນວ່າ ແພງ ແລະ ເປັນມາດຕະ
ການທີ່ບໍ່ມີປະສິດທິພາບ ໃນຂະນະທີ່ການປິດລັດຖະບານສ່ວນນຶ່ງ ທີ່ພົວພົນກັບການ
ປະເຊີນໜ້າດັ່ງກ່າວ ໄດ້ກ້າວເຂົ້າສູ່ມື້ທີ 24 ໃນວັນຈັນມື້ນີ້.

ໃນ​ຕອນ​ແລງວັນ​ອາ​ທິດ​ວານນີ້, ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີຫຼາຍ​ຄັ້ງ ໂດຍ
ອ້າງເຖິງບົດບັນນາທິການຂອງຜູ້ບັນຍາຍຂ່າວຫົວອະນຸລັກນິຍົມ ທ່ານ ແພັດ
ບຸກແຄນັນ (Pat Buchanan), ເຊິ່ງທ່ານ ບູຈານັນ ໄດ້ຮຽກຮ້ອງໃຫ້ທ່ານ ທຣຳ ໃຊ້ອຳ
ນາດພິເສດປະກາດພາວະສຸກເສີນແຫ່ງຊາດ ເພື່ອເອົາເງິນທີ່ທ່ານຕ້ອງການມາສຳລັບ
ສ້າງກຳແພງນັ້ນ.

ທ່ານ ທ​ຣຳ ໄດ້​ລົງ​ທ້າຍ​ດ້ວຍ​ຄຳ​ເວົ້າ​ຂອງ​ທ່ານ​ເອງວ່າ: ປະ​ຊາ​ຊົນ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​
ເທດຂອງພວກເຮົາ ຮຽກຮ້ອງໃຫ້ທຳການຮັກສາຄວາມປອດໄພຕາມເຂດຊາຍແດນ
ຢ່າງເໝາະສົມດຽວນີ້!”

ໃນ​ຕອນ​ເຊົ້າ​ຂອງວັນ​ອາ​ທິດ​ວານນີ້, ນຶ່ງ​ໃນ​ພັນ​ທະ​ມິດ​ ທີ່​ໃກ້​ຊິດ​ທີ່​ສຸດ ​ຂອງ​ທ່ານ ທ​ຣຳ
ໃນສະພາສູງ ສະຫະລັດ ໄດ້ຮຽກຮ້ອງໃຫ້ທ່ານ ຢ່າງໜ້ອຍເປີດຄືນລັດຖະບານກາງ ທີ່
ຖືກປິດມານັ້ນ ແລະ ເຈລະຈາກັບພັກເດໂມແຄຣັດ.

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຈາກ​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ທ່ານ ລິນ​ຊີ ແກ​ຣມ ໄດ້​ກ່າວ​ຕໍ່​ໂທ
ລະພາບ ຟັອກສ໌ ໃນວັນອາທິດວານນີ້ວ່າ ທ່ານຍັງຈະສະໜັບສະໜູນການປະກາດພາ
ວະສຸກເສີນຂອງທ່ານປະທານາທິບໍດີ ຫຼັງຈາກໃຫ້ໂອກາດໃນການເຈລະຈາອີກຄັ້ງນຶ່ງ.

ທ່ານ ແກ​ຣມ ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ທ່ານເປີດ​ລັດ​ຖະ​ບານ​ຄືນ​ ເປັນ​ໄລ​ຍະ​
ເວລາສັ້ນ, ເຊັ່ນສາມອາທິດ, ກ່ອນທີ່ທ່ານຈະຍອມແພ້, ແລ້ວເບິ່ງວ່າພວກເຮົາຈະຕົກ
ລົງກັນໄດ້ບໍ່. ຖ້າພວກເຮົາເຮັດບໍ່ໄດ້ໃນຕອນທ້າຍຂອງສາມອາທິດນັ້ນ, ມັນກໍບໍ່ສາ
ມາດເວົ້າໄດ້ວ່າ ສະຖານະການຈະດີຂຶ້ນບໍ່.”

ທ່ານ ແກ​ຣມ ໄດ້​ກ່າວ​ຢ້ຳ​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ດ້ວຍ​ການ​ທິ້ມ​ໂທດ​ໃນ​ການ​ປິດ​ລັດ​
ຖະບານດົນ 3 ອາທິດໃສ່ພັກເດໂມແຄຣັດ ໂດຍສະເພາະປະທານສະພາຕ່ຳທ່ານນາງ
ແນນຊີ ເພໂລຊີ ຜູ້ທີ່ໄດ້ລໍ້ຫຼິ້ນວ່າເພິ່ນຈະໃຫ້ເງິນທ່ານ ທຣໍາ ໄປສ້າງກຳແພງ 1 ໂດລາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG