ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳສະພາສູງ ຈາກພັກຣີພັບບລີກັນ ກ່າວວ່າ ທ່ານທຣຳ ‘ໄດ້ປຸກລະດົມ’ ໃຫ້ເກີດການອາລະວາດ ຕໍ່ລັດຖະສະພາ


ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານມິດຈ໌ ແມັກຄອນແນລ ສັງກັດພັກຣີພັບບລີກັນ ຈາກລັດເຄັນທັກກີ ເຂົ້າຮ່ວມໃນການກວດເບິ່ງ ພິທີສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານໂຈ ໄບເດັນ ຢູ່ທີ່ ລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 19 ມັງກອນ 2021.
ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານມິດຈ໌ ແມັກຄອນແນລ ສັງກັດພັກຣີພັບບລີກັນ ຈາກລັດເຄັນທັກກີ ເຂົ້າຮ່ວມໃນການກວດເບິ່ງ ພິທີສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານໂຈ ໄບເດັນ ຢູ່ທີ່ ລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 19 ມັງກອນ 2021.

ຜູ້ນຳສະພາສູງສະຫະລັດ ສັງກັດພັກຣີພັບບລີກັນ ທ່ານມິດຈ໌ ແມັກຄອນແນລ ໄດ້ຢືນຢັນໃນວັນອັງຄານວານນີ້ ວ່າ ປະທານາທິບໍດີ ດໍໂນລ ທຣຳ ທີ່ກຳລັງຈະພົ້ນຈາກຕຳແໜ່ງ “ໄດ້ປຸກລະດົມ” ພວກສະໜັບສະໜຸນຫຼາຍພັນຄົນຂອງທ່ານໃຫ້ບຸກເຂົ້າໄປໃນລັດຖະສະພາ ໃນວັນທີ 6 ມັງກອນ ໃນຄວາມພະຍາຍາມທີ່ບໍ່ມີປະໂຫຍດຫຍັງເລີຍເພື່ອກີດຂວາງບໍ່ໃຫ້ລັດຖະສະພາຢັ້ງຢືນວ່າ ທ່ານໂຈ ໄບເດັນສັງກັດພັກເດໂມແຄຣັດ ໄດ້ຊະນະທ່ານທຣຳ ໃນການເລືອກຕັ້ງເມື່ອເດືອນພະຈິກປີກາຍນີ້.

“ພວກກຸ່ມອັນຕະພານໄດ້ຮັບເລື້ອງຂີ້ຕົວະ” ທີ່ວ່າ ທ່ານທຣໍາ ໄດ້ຖືກສໍ້ໂກງ ໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມ ທ່ານແມັກຄອນແນລ ໄດ້ກ່າວຕໍ່ສະພາສູງ ນຶ່ງວັນກ່ອນທີ່ທ່ານໄບເດັນ ຈະຖືກສາບານໂຕຢູ່ທີ່ເທິງຂັ້ນໄດ ຂອງລັດຖະສະພາ ເປັນປະທານາທິບໍດີ ຄົນທີ 46 ຂອງປະເທດ.

“ພວກເຂົາເຈົ້າ ໄດ້ຖືກປຸກລະດົມຍຸແຍ່ໂດຍປະທານາທິບໍດີ ແລະພວກຄົນທີ່ມີອຳນາດອື່ນໆ” ທ່ານແມັກຄອນແນລ ໄດ້ກ່າວໃນການໂຕ້ແຍ້ງທີ່ບໍ່ທຳມະດາຕໍ່ທ່ານທຣຳ ຊຶ່ງເປັນເພື່ອນຮ່ວມພັກຣີພັບບລີກັນນຳກັນຜູ້ທີ່ຈະອອກຈາກຕຳແໜ່ງໃນວັນພຸດມື້ນີ້ ຫຼັງຈາກທີ່ໄດ້ດຳລົງຕຳແໜ່ງສະໄໝດຽວ ໄລຍະສີ່ປີ.

ທ່ານແມັກຄອນແນລ ໄດ້ກ່າວວ່າ ພວກຈະລາຈົນ ຜູ້ທີ່ໄດ້ບຸກຜ່ານພວກເຈົ້າໜ້າທີ່ ແລະເຂົ້າໄປໃນຕຶກລັດຖະສະພາ ຫຼັງຈາກທ່ານທຣຳ ໄດ້ຊຸກຍູ້ພວກເຂົາເຈົ້າ ຢູ່ທີ່ການໂຮມຊຸມນຸມ ເພື່ອປະເຊີນໜ້າກັບບັນດາສະມາຊິກສະພາ ກ່ຽວກັບຜົນການເລືອກຕັ້ງ ວ່າ “ໃຫ້ພະຍາຍາມໃຊ້ຄວາມຢ້ານກົວ ແລະຄວາມຮຸນແຮງ.” ແຕ່ທ່ານໄດ້ກ່າວວ່າ ບັນດາສະມາຊິກສະພາໄດ້ປະຕິເສດທີ່ຈະໃຫ້ພວກເຂົາເຈົ້າ “ໃຊ້ອໍານາດຢັບຢັ້ງຕໍ່ປະເທດຊາດຂອງພວກເຮົາ ແມ່ນກະທັງແຕ່ພຽງຄືນດຽວ.”

ພວກຈະລາຈົນບາງສ່ວນ ໄດ້ທຳລາຍຕຶກລັດຖະສະພາ ຄົ້ນເຄື່ອງຂອງໃນຫ້ອງ ການຂອງບັນດາສະມາຊິກສະພາຕ່ຳ ແລະໄດ້ຕໍ່ສູ້ກັບຕຳຫຼວດ ໃນຊ່ວງໄລຍະເກີດຄວາມວຸ້ນວາຍ ທີ່ໄດ້ເຮັດໃຫ້ 5 ຄົນເສຍຊີວິດ ລວມມີ ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ຊຶ່ງການເສຍຊີວິດຂອງຜູ້ກ່ຽວ ກຳລັງຖືກສືບສວນສອບສວນເປັນຄະດີອາຊະຍາກຳ. ພວກຈະລາຈົນຫຼາຍກວ່າ 100 ຄົນ ໄດ້ຖືກແຈ້ງຂໍ້ຫາດ້ວຍການກະທຳຄວາມຜິດຫຼາຍປະເພດ ແລະທ່ານແມັກຄອນແນລ ໄດ້ກ່າວວ່າ 275 ຄົນແມ່ນຢູ່ພາຍໃຕ້ການສືບສວນສອບສວນ.

ບັນດາເຈົ້າໜ້າທີ່ປະຕິບັດກົດໝາຍ ໃນທີ່ສຸດກໍໄດ້ລະງັບຄວາມວຸ້ນວາຍໃຫ້ກັບຄືນສູ່ຄວາມເປັນລະບຽບ ແລະລັດຖະສະພາ ຫຼັງຈາກທີ່ໄດ້ອະພິປາຍເປັນເວລາຫຼາຍຊົ່ວໂມງ ກໍໄດ້ຢັ້ງຢືນ ການເອົາຊະນະທ່ານທຣຳ ຂອງທ່ານໄບເດັນ ໃນເວລາຕອນເຊົ້າມືດຂອງວັນທີ 7 ມັງກອນ.

ທ່ານແມັກຄອນແນລ ໄດ້ກ່າວວ່າ ທ່ານຄາດໝາຍວ່າ “ປະຊາຊົນໄດ້ເລືອກເອົາປະທານາທິບໍດີ ຄົນທີ 46 ຂອງພວກເຂົາເຈົ້າ” ຈະຖືກຮັບຮອງ ດ້ວຍການສາ ບານໂຕຂອງທ່ານໄບເດັນ ແລະຮອງປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານນາງ ຄາມາລາ ແຮຣິສ ໃນພິທີທີ່ສັນຕິ ໃນຕອນທ່ຽງວັນພຸດມື້ນີ້ ເຖິງແມ່ນວ່າ ທ່ານ ທຣຳ ຈະບໍ່ເຂົ້າຮ່ວມໃນພິທີດັ່ງກ່າວກໍຕາມ ແລະຈະມຸ້ງໜ້າ ໄປບ້ານພັກຂອງທ່ານ ຢູ່ແຄມຝັ່ງມະຫາສະໝຸດແອັດແລນຕິກ ໃນລັດຟລໍຣີດາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG