ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ບໍ່ສາມາດລົບລ້າງ ການໃຊ້ສິດວີໂຕ້ ຂອງທ່ານທຣຳ ຕໍ່ຮ່າງກົດໝາຍ ກ່ຽວກັບ ເຢເມນ


ສະມາຊິກສະພາສູງສູງ ທ່ານ ໄມຄ໌ ລີ (ກາງ) ພັກ ຣີພັບບລີກັນ ຈາກລັດຢູທາ ພ້ອມກັບ ສະມາຊິກສະພາສູງ ທ່ານເບີນີ ແຊນເດີສ໌ ພັກອິດສະລະ ຈາກລັດເວີມອນຕ໌ (ຊ້າຍ)ແລະ ສະມາຊິກສະພາສູງ ທ່ານຄຣິສ໌ ເມີຟີ ພັກເດໂມແຄຣັດ ຈາກລັດຄອນເນັກຕິຄັດ ກ່າວຖະແຫລງ ໃນກອງ
ປະຊຸມຖະແຫລງຂ່າວ ໃນນະຄອນ ວໍຊິງຕັນ, ວັນທີ 30 ມັງກອນ 2019.
ສະມາຊິກສະພາສູງສູງ ທ່ານ ໄມຄ໌ ລີ (ກາງ) ພັກ ຣີພັບບລີກັນ ຈາກລັດຢູທາ ພ້ອມກັບ ສະມາຊິກສະພາສູງ ທ່ານເບີນີ ແຊນເດີສ໌ ພັກອິດສະລະ ຈາກລັດເວີມອນຕ໌ (ຊ້າຍ)ແລະ ສະມາຊິກສະພາສູງ ທ່ານຄຣິສ໌ ເມີຟີ ພັກເດໂມແຄຣັດ ຈາກລັດຄອນເນັກຕິຄັດ ກ່າວຖະແຫລງ ໃນກອງ ປະຊຸມຖະແຫລງຂ່າວ ໃນນະຄອນ ວໍຊິງຕັນ, ວັນທີ 30 ມັງກອນ 2019.

ສະພາສູງສະຫະລັດ ໃນວັນພະຫັດວານນີ້ ບໍ່ສາມາດລົບລ້າງການໃຊ້ສິດຢັບຢັ້ງຫຼື ວີໂຕ້
ຂອງປະທານາທິບໍດີ ດໍໂນລ ທຣຳ ຕໍ່ຮ່າງກົດໝາຍສະບັບນຶ່ງ ທີ່ຮຽກຮ້ອງໃຫ້ ສະຫະລັດ
ຍຸຕິການສະໜັບສະໜຸນ ກຸ່ມກຳລັງປະສົມ ນຳພາໂດຍຊາອຸດີອາຣາເບຍ ທີ່ກຳລັງສູ້ລົບ
ຢູ່ໃນປະເທດເຢເມນ.

ຜົນການລົງຄະແນນສຽງທີ່ອອກມາ ໂດຍມີສຽງເຫັນພ້ອມ 53 ຕໍ່ 45 ສຽງ ແຕ່ມັນກໍບໍ່
ເຖິງຂັ້ນທີ່ມີສຽງສ່ວນຫຼາຍພໍ ໃນຈຳນວນ 2 ສ່ວນ 3 ຈາກສະມາຊິກທັງໝົດໃນສະພາ
ສູງ 100 ທ່ານ ເພື່ອຈະຮັບຜ່ານໄດ້.

ທັງສະພາຕ່ຳ ແລະສະພາສູງ ໄດ້ຮັບຜ່ານຮ່າງກົດໝາຍສະບັບນີ້ໄປແລ້ວ ເມື່ອຕົ້ນປີ
ກາຍນີ້ ເຖິງແມ່ນວ່າ ທ່ານທຣຳ ຈະໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະວີໂຕ້ມັນກໍຕາມ.

ຮ່າງກົດໝາຍສະບັບນີ້ ຖືວ່າເປັນຄັ້ງທຳອິດໃນປະຫວັດສາດ ທີ່ລັດຖະສະພາໃຊ້
ອຳນາດຂອງກົດໝາຍວ່າດ້ວຍອຳນາດໃນການເຮັດສົງຄາມ ປີ 1973 ຊຶ່ງກ່າວວ່າ
ປະທານາທິບໍດີ ບໍ່ສາມາດນຳເອົາກຳລັງສະຫະລັດ ໄປກ່ຽວຂ້ອງ ໃນບັນຫາຂັດແຍ້ງ
ຢູ່ຕ່າງປະເທດ ໂດຍປາດສະຈາກ ການເຫັນດີເຫັນພ້ອມຂອງບັນດາສະມາຊິກສະພາ.

ສະຫະລັດ ສະໜອງໃນດ້ານຂໍ້ມູນລັບ ແລະການສະໜັບສະໜຸນໃນດ້ານອື່ນໆ ໃຫ້ແກ່
ກອງກຳລັງປະສົມ ທີ່ນຳພາໂດຍຊາອຸດີ ທີີ່ກຳລັງພະຍາຍາມ ຈະຂັບໄລ່ພວກກະບົດຮູຕີ
ທີ່ໄດ້ຮັບການໜຸນຫຼັງໂດຍອີຣ່ານນັ້ນ ອອກໄປຈາກເຢເມນ.

ຝ່າຍຄ້ານທີ່ບໍ່ເຫັນດີນຳຮ່າງກົດໝາຍນັ້ນ ກ່າວວ່າ ກົດໝາຍທີ່ກ່າວມາ ບໍ່ສາມາດນຳໃຊ້
ກັບກໍລະນີນີ້ ເພາະວ່າ ກຳລັງສະຫະລັດ ບໍ່ໄດ້ມີສ່ວນກ່ຽວຂ້ອງ ໃນດ້ານການສູ້ລົບ ຢູ່ໃນ
ເຢເມນ.

ແຕ່ພວກທີ່ສະໜັບສະໜຸນຮ່າງກົດໝາຍນັ້ນ ທັງເປັນຜູ້ນຳສະເໜີຮ່າງກົດໝາຍ ໂດຍມີ
ທ່ານໄມຄ໌ ລີ ສັງກັດພັກຣີພັບບລີກັນ ແລະ ທ່ານເບີນີ ແຊນເດີສ໌ ຈາກພັກອິດສະລະ
ກ່າວວ່າ ສະຫະລັດ ໄດ້ໃຫ້ການຊ່ອຍເຫຼືອແກ່ມະຫາອຳນາດຢູ່ຕ່າງປະເທດ ຖິ້ມລະເບີດ
ໃສ່ພວກພົນລະເຮືອນຜູ້ທີ່ບໍລິສຸດ.

ການໂຈມຕີທາງອາກາດຫຼາຍບັ້ນທີ່ແນເປົ້າໝາຍໃສ່ພວກຮູຕີນັ້ນ ແມ່ນໄດ້ຖະລົ່ມ ຄຸ້ມ
ບ້ານຂອງພົນລະເຮືອນຫຼາຍແຫ່ງຢູ່ໃນເຢເມນ ຊຶ່ງໄດ້ສັງຫານຫຼາຍພັນຄົນ. ລູກສອນໄຟ
ທີ່ສະໜອງໃຫ້ໂດຍສະຫະລັດ ໄດ້ຖືກຍິງໂດຍຊາອຸດີ ອາຣາເບຍ ຕົກຖືກລົດເມຂອງ
ໂຮງຮຽນຄັນນຶ່ງ ຢູ່ໃກ້ໆເມືອງຊານາ ເມື່ອປີກາຍນີ້ ທີ່ໄດ້ສັງຫານເດັກນ້ອຍ 40 ຄົນ.

ພ້ອມໆກັບການນອງເລືອດທີ່ເກີດຂຶ້ນຢູ່ໃນເຢເມນນັ້ນ ສະມາຊິກສະພາຫຼາຍທ່ານ ແມ່ນ
ບໍ່ພໍໃຈໃນການສະແດງປະຕິກິລິຍາແບບບໍ່ຫົວຊາ ຂອງທ່ານທຣຳ ຕໍ່ການສັງຫານນັກຂ່າວ
ຈາມາລ ຄາຊອກກີ ທີ່ມີຫ້ອງການຢູ່ໃນສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG