ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ຈະຊັກຊ້າໃນການນໍາສະເໜີ ຮ່າງກົດໝາຍ ເງິນຊ່ວຍເຫລືອ 1 ພັນ 900 ຕື້ ໂດລາ ເພື່ອບັນເທົາທຸກທີ່ເກີດຈາກ ໂຄວິດ-19


ພາບຫໍລັດຖະສະພາສະຫະລັດໃນນະຄອນຫລວງວໍຊິງຕັນ ກ່ອນການລົງຄະແນນສຽງກ່ຽວກັບການອະນຸມັດເງິນຊ່ວຍເຫລືອເພື່ອກະຕຸ້ນເສດຖະກິດເນື່ອງຈາກມີຜົນກະທົບຂອງການລະບາດຂອງ COVID-19
ພາບຫໍລັດຖະສະພາສະຫະລັດໃນນະຄອນຫລວງວໍຊິງຕັນ ກ່ອນການລົງຄະແນນສຽງກ່ຽວກັບການອະນຸມັດເງິນຊ່ວຍເຫລືອເພື່ອກະຕຸ້ນເສດຖະກິດເນື່ອງຈາກມີຜົນກະທົບຂອງການລະບາດຂອງ COVID-19

ສະພາສູງສະຫະລັດ ໄດ້ຊັກຊ້າໃນການເລີ່ມຕົ້ນການໂຕ້ວາທີ ກ່ຽວກັບຮ່າງກົດໝາຍດ້ານເງິນຊ່ວຍເຫລືອປະມານ 1 ພັນ 900 ຕື້ໂດລາ ຂອງປະທານາທິບໍດີ ໂຈ ໄບເດັນ ຈົນຮອດຢ່າງໜ້ອຍກໍແມ່ນໃນວັນພະຫັດມື້ນີ້ ຫລັງຈາກໄດ້ບັນລຸຂໍ້ຕົກລົງທີ່ຈະຫລຸດການຈ່າຍເງິນ 1,400 ໂດລາ ໃຫ້ແກ່ຊາວອາເມຣິກັນທີ່ມີລາຍໄດ້ສູງເພື່ອເປັນການປະນີປະນອມກັນ ກັບສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທີ່ມີຫົວນິຍົມສາຍກາງ, ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ໌ ໃນວັນທີ 3 ມີນາ, ວານນີ້.

ສະພາສູງທີ່ຄວບຄຸມໂດຍພັກເດໂມແຄຣັດຫວັງວ່າ ຈະມີການລົງຄະແນນສຽງຂັ້ນສຸດທ້າຍ ໃນເວລາຕໍ່ໄປໃນອາທິດນີ້ ໃນຮັບຮອງເອົາສິ່ງທີ່ເປັນບູລິມະສິດ ທາງນິຕິບັນຍັດສູງສຸດຂອງທ່ານໄບເດັນ. ກ່ອນທີ່ຮ່າງກົດໝາຍດັ່ງກ່າວ ຈະລົງໄປຫາບ່ອນລົງຄະແນນສຽງໃນສະພານັ້ນ, ພວກສັງກັດພັກເດໂມແຄຣັດກຳລັງເຈລະຈາຂໍ້ຈຳກັດ ຕໍ່ມາດຕະການທີ່ພວກສັງກັດພັກຣີພັບບລີກັນ ໄດ້ໂຈມຕີວ່າເປັນການສິ້ນເປືອງນັ້ນ.

ສະມາຊິກສະພາສູງ ດິກ ເດີບິນ (Dick Durbin) ສັງກັດພັກເດໂມແຄຣັດ ຊຶ່ງເປັນສະມາຊິກໝາຍເລກຂອງພັກເດໂມແຄຣັດ ກ່າວວ່າ ສະພາສູງສະຫະລັດຈະກັບມາປະຊຸມກັນອີກໃໝ່ໃນຕອນທ່ຽງ (ເວລາ 17 ໂມງຕາມເວລາມາດຕະຖານ
ສາກົນ) ຂອງວັນພະຫັດມື້ນີ້. ສະພາຕໍ່າໄດ້ຍົກເລີກກອງປະຊຸມຂອງຕົນ ໃນວັນພະຫັດມື້ນີ້ ຫລັງຈາກຕຳຫຼວດຍາມຫໍລັດຖະສະພາໄດ້ເຕືອນກ່ຽວກັບການໂຈມຕີທີ່ອາດຈະເກີດຂຶ້ນໄດ້ ຕໍ່ອາຄານດັ່ງກ່າວ ໂດຍກຸ່ມພວກທະຫານບ້ານ.

ບັນດາເຈົ້າໜ້າທີ່ສະພາສູງບໍ່ໄດ້ໃຫ້ຄໍາຕອບ ຕໍ່ຄຳຖາມກ່ຽວກັບວ່າແຜນການຮັກ ສາຄວາມປອດໄພຂອງພວກເຂົາເຈົ້າຈະມີການປ່ຽນແປງຫຼືບໍ່. ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດກ່າວວ່າ ຂໍ້ສະເໜີກ່ຽວກັບເງິນກະຕຸ້ນທີ່ກ່ຽວຂ້ອງກັບໄວຣັສໂຄໂຣນາ ທີ່ຈະສະກັດກັ້ນບໍ່ໃຫ້ຊາວອາເມຣິກັນທີ່ມີລາຍໄດ້ 80,000 ໂດລາຕໍ່ປີ ຫຼືຫຼາຍກວ່ານັ້ນ ແລະຄູ່ຜົວເມຍທີ່ມີລາຍຮັບ 160,000 ໂດລາ ຂຶ້ນໄປ ບໍ່ໃຫ້ໄດ້ຮັບເງິນຊ່ວຍເຫລືອ 1,400 ໂດລານັ້ນ ແມ່ນການແກ້ໄຂບັນຫາທີ່ດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG