ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ຮຽກຮ້ອງໃຫ້ ປ. ທຣຳ ຍຸຕິ ການສະໜັບສະໜຸນ ສົງຄາມ ຢູ່ໃນ ເຢເມນ


ພວກຊາວເຢເມນຕິດອາວຸດ ຍົກປືນຂອງພວກເຂົາເຈົ້າຂຶ້ນ ໃນຂະນະທີ່ເຕົ້າໂຮມກັນ ຢູ່ໃກ້ໆນະຄອນຫຼວງ ຊານາອາ ຂອງເຢເມນ ເພື່ອສະແດງການສະໜັບສະໜຸນ ແກ່ ຂະບວນການຕໍ່ຕ້ານ ກຸ່ມກຳລັງປະຊົມທີ່ນຳພາໂດຍຊາອຸດີ ຂອງພວກຮູຕີ ນິກາຍຊີໄອ, ວັນທີ 21 ກຸມພາ 2019.
ພວກຊາວເຢເມນຕິດອາວຸດ ຍົກປືນຂອງພວກເຂົາເຈົ້າຂຶ້ນ ໃນຂະນະທີ່ເຕົ້າໂຮມກັນ ຢູ່ໃກ້ໆນະຄອນຫຼວງ ຊານາອາ ຂອງເຢເມນ ເພື່ອສະແດງການສະໜັບສະໜຸນ ແກ່ ຂະບວນການຕໍ່ຕ້ານ ກຸ່ມກຳລັງປະຊົມທີ່ນຳພາໂດຍຊາອຸດີ ຂອງພວກຮູຕີ ນິກາຍຊີໄອ, ວັນທີ 21 ກຸມພາ 2019.

ສະພາສູງ ສະຫະລັດ ໄດ້ຕໍ່ຕ້ານປະທານາທິບໍດີ ດໍໂນລ ທຣຳ ໃນວັນພຸດວານນີ້ ແລະ
ໄດ້ລົງຄະແນນສຽງ ເພື່ອຕັດການສະໜັບສະໜຸນ ແກ່ກຸ່ມກຳລັງປະສົມ ນຳພາໂດຍ
ຊາອຸດີ ທີ່ກຳລັງຕໍ່ສູ້ກັບພວກກະບົດ ຢູ່ໃນເຢເມນ.

ສະມາຊິກສະພາ​ສູງ 7 ທ່ານ ​ທີ່ສັງກັດພັກຣີພັບບລີກັນຂອງທ່ານທຣຳ ໄດ້ເຂົ້າຂ້າງກັບ
ພັກເດໂມແຄຣັດ ໃນການຮັບຜ່ານມາດຕະການດັ່ງກ່າວ ດ້ວຍຄະແນນ ສຽງ 54 ຕໍ່
46 ສຽງ.

ບັດນີ້ມັນກໍຈະຖືກສົ່ງໄປຍັງສະພາຕ່ຳ ຊຶ່ງສະພານີ້ໄດ້ຮັບຮອງເອົາມາດຕະການ ທີ່
ຄ້າຍກັນນີ້ ໄປແລ້ວ ໃນປີນີ້ ພຽງແຕ່ວ່າ ຂັ້ນຕອນການຮັບຜ່ານ ມາດຕະການ ໄດ້ຢຸດ
ສະງັກລົງ ຍ້ອນບັນຫາທາງດ້ານລະບຽບການ. ທ່ານທຣຳ ໄດ້ຂົ່ມຂູ່ວ່າ ຈະໃຊ້ສິດ
ຢັບ​ຢັ້ງ ຫຼື ວີໂຕ້ ຕໍ່ຮ່າງກົດໝາຍນີ້ ຖ້າຫາກວ່າ ມັນຖືກ​ສົ່ງ​ໄປເຖິງ ໂຕະຂອງທ່ານ
ໂດຍກ່າວວ່າ ມັນຈະເປັນບ່ອນທຳລາຍການຕໍ່ສູ້ຕ້ານການກໍ່ການຮ້າຍ.

ມາດຕະການນີ້ ຮຽກຮ້ອງໃຫ້ປະທານາທິບໍດີ ທຣຳ “ຖອນກຳລັງທະຫານຂອງ
ສະຫະລັດ ອອກຈາກການ​ເປັນ​ປໍ​ລະ​ປັກ ຫຼື ມີຜົນກະທົບຕໍ່ ສາທາລະນະລັດ ເຢເມນ
ພາຍໃນ 30 ວັນ.”

ຖ້າວ່າ ມາດຕະການນີ້ ຖືກຮັບຜ່ານໃນສະພາຕ່ຳ ມັນກໍຈະເປັນຄັ້ງທຳອິດ ໃນປະຫວັດ
ສາດຂອງລັດຖະສະພາ ທີ່ໄດ້ນຳໃຊ້ ມະຕິຕົງລົງວ່າດ້ວຍອຳນາດໃນການເຮັດສົງຄາມ
ປີ 1973 ຊຶ່ງບັນຍັດວ່າ ລັດຖະສະພາ ຈະກຳນົດວ່າ ໃນເວລາໃດ ທີ່ສະຫະລັດ ຈະໄປ
ເຮັດສົງຄາມ ບໍ່ແມ່ນປະທານາທິບໍດີ.

“ມື້ນີ້ ພວກເຮົາ ເລີ້ມຕົ້ນຂັ້ນຕອນຂອງການນຳຄືນມາຊຶ່ງອຳນາດ ຕາມລັດຖະທຳ-
ມະນູນ ຂອງພວກເຮົາ ໂດຍການຍຸຕິ ການໄປມີສ່ວນກ່ຽວຂ້ອງໃນສົງຄາມ ທີ່ບໍ່ໄດ້
ຮັບການອະນຸມັດໂດຍລັດຖະສະພາ ແລະເປັນທີ່ຈະແຈ້ງວ່າ ບໍ່ຖືກຕ້ອງ ຕາມລັດຖະ-
ທຳມະນູນ”
ນັ້ນແມ່ນຄຳເວົ້າຂອງສະມາຊິກສະພາສູງ ທີ່​ບໍ່​ສັງ​ກັດພັກ ທ່ານ ເບີຣນີ
ແຊນເດີສ໌ ຜູ້ທີ່ນຳສະເໜີມາດຕະການດັ່ງກ່າວ.

ບັນດາຝ່າຍຄ້ານ ໄດ້ໂຕ້ຖຽງວ່າ ມະຕິຕົງລົງວ່າດ້ວຍອຳນາດ ໃນການເຮັດສົງຄາມ ໃຊ້ບໍ່ໄດ້ໃນກໍລະນີນີ້ ເພາະວ່າ ສະຫະລັດ ບໍ່ໄດ້ມີສ່ວນກ່ຽວຂ້ອງໂດຍກົງ ໃນການສູ້ລົບ
ຢູ່ໃນເຢເມນ.

ຊາອຸດີ ອາຣາເບຍ ເປັນຝ່າຍນຳພາກຳລັງປະສົມ ທີ່ໃຫ້ການຊ່ອຍເຫຼືອແກ່ ເຢເມນ ຕໍ່ສູ້
ຕ້ານພວກກະບົດຮູຕີ ທີ່ໜຸນຫຼັງໂດຍອີຣ່ານ. ລັດຖະບານທ່ານທຣຳ ໄດ້ສະໜອງໃນດ້ານ
ຂໍ້ມູນລັບ ແລະການສະໜັບສະໜຸນໃນດ້ານອື່ນໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG