ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະພາສູງ ຮັບຮອງເອົາ ຜູ້ທີ່ທ່ານໄບເດັນ ເລືອກໃຫ້ເປັນເອກອັກຄະລັດຖະທູດ ປະຈຳອົງການສະຫະປະຊາຊາດ


ທ່ານນາງ ລິນດາ ທອມມັສ-ກຣີນຟີລດ໌ ກ່າວຕໍ່ຄະນະກຳມະການດ້ານສາຍສຳພັນຕ່າງປະເທດຂອງສະພາສູງ ໃນລະຫວ່າງການພິຈາລະນາ ກ່ຽວກັບການສະເໜີຊີທ່ານາງ ສຳລັບຕຳແໜ່ງ ເອກອັກຄະລັດຖະທູດປະຈຳສະຫະປະຊາຊາດ, ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ມັງກອນ 2021.
ທ່ານນາງ ລິນດາ ທອມມັສ-ກຣີນຟີລດ໌ ກ່າວຕໍ່ຄະນະກຳມະການດ້ານສາຍສຳພັນຕ່າງປະເທດຂອງສະພາສູງ ໃນລະຫວ່າງການພິຈາລະນາ ກ່ຽວກັບການສະເໜີຊີທ່ານາງ ສຳລັບຕຳແໜ່ງ ເອກອັກຄະລັດຖະທູດປະຈຳສະຫະປະຊາຊາດ, ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ມັງກອນ 2021.

ສະພາສູງສະຫະລັດ ໄດ້ຮັບຮອງເອົາ ຜູ້ທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ເລືອກໃຫ້ເປັນເອກອັກຄະລັດຖະທູດປະຈຳອົງການສະຫະປະຊາຊາດ ໃນວັນອັງຄານວານນີ້ ຫຼັງຈາກທີ່ໄດ້ມີສຽງຄັດຄ້ານຈາກບັນດາສະມາຊິກສັງກັດພັກຣີພັບບລີກັນບາງຄົນ ທີ່ເຮັດໃຫ້ການແຕ່ງຕັ້ງຂອງທ່ານນາງໄດ້ຊັກຊ້າອອກໄປ.

ທ່ານນາງ ລິນດາ ທອມມັສ-ກຣີນຟີລດ໌ ໄດ້ຖືກຮັບຮອງເອົາ ດ້ວຍຄະແນນສຽງ 78 ສຽງເຫັນພ້ອມ ຕໍ່ 20. ທ່ານນາງ ໄດ້ຮັບການສະໜັບສະໜຸນຈາກທັງສອງພັກການເມືອງ ຮວມມີຄະແນນສຽງເຫັນດີ ຈາກສະມາຊິກສະພາສູງສັງກັດພັກຣີພັບບລີກັນ ຫຼາຍກວ່າ 20 ທ່ານ ພາຍໃນຈຳນວນດັ່ງກ່າວ ລວມມີ ທ່ານລິນເຊ ແກຣມ ທ່ານມິດຕ໌ ຣອມນີ ແລະຜູ້ນຳສຽງສ່ວນນ້ອຍ ທ່ານມິດຈ໌ ແມັກຄອນແນລ. ສ່ວນທ່ານບີລ ແຄສສີດີ ແລະ ທ່ານຈອນ ເຄນເນດີ ສັງກັດພັກຣີພັບບລີກັນ ຈາກລັດບ້ານເກີດ ຫລຸຍເຊຍນາ ຂອງທ່ານນາງນັ້ນ ຍັງໄດ້ໃຫ້ການສະໜັບສະໜຸນທ່ານນາງ.

ການຮັບຮອງເອົາທ່ານນາງ ມີຂຶ້ນບໍ່ເຖິງນຶ່ງອາທິດກ່ອນທີ່ສະຫະລັດ ຈະໄດ້ ເຂົ້າຮັບຕຳແໜ່ງເປັນປະທານວຽນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃນວັນທີ 1 ເດືອນມີນານີ້.

ທ່ານນາງ ຍັງຈະມີບ່ອນນັ່ງ ໃນຄະນະລັດຖະບານຂອງປະທານາທິບໍດີ ໄບເດັນນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG