ກຸ່ມປົກປ້ອງສິດທິມະນຸດທິເບດກຸ່ມນຶ່ງເວົ້າວ່າ ຄູບາອົງນຶ່ງເອົາໄຟ
ຈູດເຜົາຕົນເອງ ໃນພາກກາງຂອງຈີນ ຊຶ່ງເປັນຊາວທິເບດຜູ້ທີ
ສາມ ທີ່ຈູດເຜົາຕົນເອງໃນສອງມື້ຜ່ານມາ ເພື່ອປະກອບສ່ວນ
ເຂົ້າໃນການປະທ້ວງ ຕໍ່ການປົກຄອງຂອງຈີນໃນເຂດທີ່ມີຊາວ
ທິເບດອາໄສຢູ່.
ອົງການທິເບດເສລີທີ່ຕັ້ງຢູ່ອັງກິດເວົ້າວ່າ ຄູບາ ທີ່ຊື່ວ່າ Sandhag
ໄດ້ເອົາໄຟ ຈູດເຜົາຕົນເອງໃນແລງວັນຈັນວານນີ້ ຢູ່ຖະໜົນໃຫຍ່
ໃນເມືອງ Ngaba ຊຶ່ງຈີນເອີ້ນວ່າ Aba ໃນແຂວງຊີສວນຂອງຈີນ.
ຖະແຫລງການທີ່ນໍາອອກເຜີຍແຜ່ ໃນວັນພຸດຜ່ານມາເວົ້າວ່າ ກໍາ
ລັງຮັກສາ ຄວາມສະຫງົບໄດ້ມອດໄຟ ແລະເອົາຄູບາອົງດັ່ງກ່າວ
ໄປໂຮງໝໍ ແຕ່ວ່າ ປັດຈຸບັນນີ້ ບໍ່ມີໃຜຮູ້ວ່າຜູ້ກ່ຽວຢູ່ໃສ ແລະອາການເປັນແນວໃດ.
ກ່ອນໜ້ານັ້ນ ໃນມື້ດຽວກັນ ທ້າວ Tsezung Kyab ອາຍຸ 27 ປີ ກໍເສຍ ຊີວິດໄປ ລຸນ ຫລັງທີ່ເອົາໄຟຈູດເຜົາຕົນເອງ ໃນຂະນະທີ່ຢືນຕໍ່ໜ້າວັດແຫ່ງນຶ່ງ ຢູ່ແຂວງ Gansu ທີ່ ເປັນແຂວງໃກ້ຄຽງນັ້ນ.
ໃນວັນອາທິດຜ່ານມາ ຊາຍອາຍຸ 20 ປີ ຄົນນຶ່ງ ທີ່ຊື່ວ່າ
Phakmo Thondup ໄດ້ເອົາ ໄຟຈູດຕົນເອງ ຢູ່ວັດໃນ
ແຂວງ Qinghai ທີ່ຢູ່ໃກ້ກັນນັ້ນກໍປະກົດວ່າເພື່ອປະທ້ວງ
ນະໂຍບາຍຂອງຈີນ ໃນເຂດທິເບດ. ຍັງບໍ່ມີໃຜຮູ້ວ່າອາ
ການຂອງ ຜູ້ກ່ຽວເປັນແນວໃດ.
ຢ່າງໜ້ອຍມີຊາວທິເບດ 106 ຄົນແລ້ວ ໄດ້ເອົາໄຟເຜົາຕົນ
ເອງ ນັບແຕ່ປີ 2009 ເປັນຕົ້ນມາ ເພື່ອປະທ້ວງອັນທີ່ພວກ
ເຂົາເຈົ້າເອີ້ນວ່າ ການກົດຂີ່ປາບ ປາມຂອງຈີນຕໍ່ວັດທະນະ
ທໍາ ແລະບ້ານເກີດເມືອງ ນອນຂອງພວກເຂົາເຈົ້າ. ຫລາຍກວ່າ 80 ຄົນໃນນັ້ນ ແມ່ນເສຍ ຊີວິດໄປ.