ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​​​​ລົດ​ທີ່​ຂັບ​ຂີ່​ ດ້ວຍ​ຕົວ​ເອງ​ ຕຳ​ຄົນ​ຍ່າງ​​ ​ເຖິງ​ຕາຍ ໃນເມືອງເ​ເທັມ​ໂປ ​ນະຄອນຟີ​ນິກສ໌


ພາບຈາກພາບວີດີໂອ ABC-15, ສະແດງໃຫ້ເຫັນ ພວກສືບສວນ ໃນທີ່ເກີດເຫດ ຊຶ່ງເປັນອຸປະຕິເຫດຮ້າຍແຮງ
ເຖິງຕາຍ ທີ່ພົວພັນກັບ​​​​ລົດ​ທີ່​ຂັບ​ຂີ່​ດ້ວຍ​ຕົວ​ເອງ​ ທີ່ເມືອງເ​ເທັມ​ໂປ ນະຄອນຟີ​ນິກສ໌, ລັດອາຣີໂຊນາ, 19 ມີນາ 2018.
ພາບຈາກພາບວີດີໂອ ABC-15, ສະແດງໃຫ້ເຫັນ ພວກສືບສວນ ໃນທີ່ເກີດເຫດ ຊຶ່ງເປັນອຸປະຕິເຫດຮ້າຍແຮງ ເຖິງຕາຍ ທີ່ພົວພັນກັບ​​​​ລົດ​ທີ່​ຂັບ​ຂີ່​ດ້ວຍ​ຕົວ​ເອງ​ ທີ່ເມືອງເ​ເທັມ​ໂປ ນະຄອນຟີ​ນິກສ໌, ລັດອາຣີໂຊນາ, 19 ມີນາ 2018.

ລົດ​ທີ່​ຂັບ​ຂີ່​ດ້ວຍ​ຕົວ​ເອງ​ນັ້ນ ​ໄດ້​ຕຳ​ແລະ​ເຮັດໃຫ້​ແມ່​ຍິງ​ຜູ້​ນຶ່ງເສຍຊີວິດ ​ໃນ​ພາກ​ຕາ
​ເວັນ​ຕົກ​ສຽງໃຕ້ຂອງ​ສະຫະລັດ ​ໃນແລງວັນ​ອາທິດຜ່ານ​ມາ​ນີ້ ​ໃນ​ອັນ​ທີ່​ເຊື່ອກັນ​ວ່າ
​ນີ້ແມ່ນອຸ​ປະຕິ​ເຫດຕຳ​ຄົນ​ຍ່າງຮ້າຍ​ແຮງ​ເຖິງ​ຕາຍ​ເທື່ອທຳອິດ ທີ່​ພົວພັນ​ກັບເທັກ​ໂນ​
ໂລ​ຈີ​ໃໝ່​ນີ້.

ຕຳຫຼວດ ​ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້ວ່າ ລົດ SUV (sport utility) ​ທີ່​ຂັບ​ຂີ່ ​ດ້ວຍ​ຕົວ​
ເອງທີ່​ບໍລິສັດ​ອູ​ເບີ ເປັນເຈົ້າຂອງ ຫຼື ride share ​ໄດ້​ຕຳ​ແມ່ຍິງ​ໄວ 49 ປີ ນາງ ອີ​ເລນ
​ເຮີ​ສ​ເບີກ (Elain Herzberg) ຜູ້​ຊຶ່ງ​ຍ່າງ​ຢູ່​ຂ້າງ​ນອກ​ຂອງທາງ​ມ້າ​ລາຍ ​ໃນ​ເຂດ​ຊານ
ເມືອງເ​ເທັມ​ໂປ ຂອງ​ນະຄອນຟີ​ນິກສ (Phoenix). ລາວ​ໄດ້​ເສຍ​ຊີວິດ​ ໃນ​ເວລາ​ຕໍ່​ມາ
​ທີ່​ໂຮງພະຍາບານ ຍ້ອນທົນຕໍ່ພິດບາດ​ແຜ​ບໍ່ໄຫວ.

ບໍລິສັດ​ອູ​ເບີ ​ໄດ້ໂຈະ​ການ​ທົດ​ລອງ​ໂຄງການ​ຂັບ​ຂີ່​ຍວນ​ຍານພາຫະນະ​ຂອງ​ຕົນ ​ໃນ​ທົ່ວ​ສະຫະລັດ ​ແລະ​ກາ​ນາ​ດາໄວ້ເປັນການຊົ່ວຄວາວ.

ພວກຜູ້ຄົນຍ່າງເຂົ້າຕຶກອາຄານທີ່ເປັນສູນກາງໃຫຍ່ຂອງບໍລິສັດອູເບີ, 21 ມິຖຸນາ 2017, ໃນແຊນ ແຟນຊິສໂກ.
ພວກຜູ້ຄົນຍ່າງເຂົ້າຕຶກອາຄານທີ່ເປັນສູນກາງໃຫຍ່ຂອງບໍລິສັດອູເບີ, 21 ມິຖຸນາ 2017, ໃນແຊນ ແຟນຊິສໂກ.

ຕຳຫຼວດໄດ້ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ລົດດັ່ງກ່າວ​ແມ່ນ​ຂັບຂີ່ດ້ວຍລະບົບອັດຕະ​ໂນ​ມັດ ​
ແຕ່​ວ່າ ມີ​ຜູ້​ຄວບ​ຄຸ​ມຢູ່​ທາງ​ຫຼັງ​ພວງມາ​ໄລ ໃນເວລາ​ທີ່​ເກີດ​ເຫດ​ນັ້ນ.

ການ​ທົດ​ລອງ​ລົດ​ທີ່​ຂັບ​ຂີ່​ດ້ວຍ​ຕົວ​ເອງ​ ຂອງ​ຫຼາຍໆ​ບໍລິສັດ ​ແມ່ນ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ
​ຫຼາຍ​ເດືອນ​ແລ້ວ ​ໃນ​ເຂດນະຄອນຟີ​ນິກສ (Phoenix), ຮວມທັງ​ນະ​ຄອນ​ພິສ​ເບີກ​ (Pittsburgh) ​ແຊນແຟຣນຊິ​ສ​ໂກ ​ແລະ​ໂຕຣອນ​ໂຕ ນຳ, ​ໃນ​ຂະນະ​ທີ່​ບໍລິສັດ​ຜະລິດລົດ​
ແລະບໍລິສັດເທັກ​ໂນ​ໂລ​ຈີທັງຫຼາຍ ​ໄດ້ປະສົບຄວາມສຳ​ເລັດ ທີ່ວ່າ ຕົນ​ແມ່ນ​ຜູ້​ທຳ​ອິດ​ທີ່​ໄດ້
​ນຳ​ສະ​ເໜີ​ເທັກ​ໂນ​ໂລ​ຈີ​ໃໝ່​ນີ້​ຂຶ້ນ​ມາ.

ຍານພາຫະນະ ທີ່​ພົວພັນ​ໃນ​ອຸບ​ປະຕິ​ເຫດ​ຄັ້ງ​ນີ້ ​ແມ່ນລົດໂວ​ລ​ໂວ (Volvo) XC90
ທີ່​ບໍລິສັດ​ອູ​ເບີ ​ໄດ້​ນຳ​ເອົາ​ມາ​ໃຊ້​ເພື່ອ​ທົດ​ລອງ​ເທັກ​ໂນ​ໂລ​ຈີ​ທີ່​ສາມາດຂັບ​ເຄື່ອນດ້ວຍ​
ຕົວ​ເອງ. ​ແຕ່​ເຖິງ​ຢ່າງ​ນັ້ນ ກໍ​ຕາມ ບໍລິສັດ​ໂວ​ລ​ໂວ ​ໄດ້​ກ່າວ​ວ່າ ຕົນບໍ່​ໄດ້​ເຮັດເທັກ​ໂນ​ໂລ​ຈີ​
ທີ່​ຂັບ​ດ້ວຍ​ຕົວ​ເອງດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ລົດໂວລໂວ ທີ່ຂັບຂີ່ດ້ວຍຕົວເອງນັ້ນ ທີ່ບໍລິສັດອູເບີ ຊື້, ເຄື່ອນຍ້າຍໄປຕາມຖະໜົນ ທີ່ເມືອງສະກ໊ອສແດລ (Scottsdale), ອາຣີໂຊນາ, 1 ທັນວາ 2017.
ລົດໂວລໂວ ທີ່ຂັບຂີ່ດ້ວຍຕົວເອງນັ້ນ ທີ່ບໍລິສັດອູເບີ ຊື້, ເຄື່ອນຍ້າຍໄປຕາມຖະໜົນ ທີ່ເມືອງສະກ໊ອສແດລ (Scottsdale), ອາຣີໂຊນາ, 1 ທັນວາ 2017.

XS
SM
MD
LG