ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຮັກສາຄວາມປອດໄພ ຢ່າງເຄັ່ງຄັດ ທີ່ຈະຕຸລັດ ທຽນອັນເໝີນ (ສະ​ໄລ​ດ໌/ວີດີໂອ)


ຕຳຫຼວດ​ໄດ້ມີໜ້າຢ່າງແຂງຂັນ ທົ່ວບໍລິເວນຈະ​ຕຸ​ລັດທຽນ​ອັນ​
ເໝິນ ​ໃນ​ນະຄອນຫຼວງປັກ​ກິ່ງ ​ໃນ​ວັນ​ພຸດມື້​ນີ້ ຊຶ່ງ​ເປັນ​ວັນ​ຄົບ​
ຮອບ 25 ປີ​ ໃນປາບປາມຢ່າງຮ້າຍແຮງ ການໂຮມຊຸມນຸມປະ
ທ້ວງ ພາຍໃຕ້ການນຳພາຂອງພວກນັກສຶກສາຢູ່ທີ່ນັ້ນ.

​ກຳລັງ​ຮັກສາ​ຄວາມ​ປອດ​ໄພຂອງຈີນ ທັງ​ຢູ່​ໃນ ແລະ​ນອກ​ເຄື່ອງ​
ແບບ ​ໄດ້​ພາກັນກວດເບິ່ງບັດປະຈຳຕົວ ຂອງ​ພວກ​ຜູ້​ຄົນທີ່​ເດີນ
​ຜ່ານໄປມາໃນ​ເຂດ​ດັ່ງກ່າວ ​ແລະ​ກໍບໍ່​ໃຫ້​ບັນດາ​ນັກ​ຂ່າວ​ທຳ​ການ​
ລາຍ​ງານຈາກ ບໍລິເວນ ຈະ​ຕຸ​ລັດທຽນອັນເໝິນ.

ຈີນ​ຍັງ​ບໍ່​ໄດ້​ໃຫ້ລາຍລະອຽດຢ່າງເຕັມທີ່ໃດໆ ກ່ຽວກັບ​ເຫດການ
ທີ່ເກີດຂຶ້ນເມື່ອວັນ​ທີ 3 ຫາ ທີ 4 ມິຖຸນາ ປີ 1989 ເວລາ​ພວກ​ທະຫານ​ໄດ້​ສັງຫານ​ພວກ​ປະ​ທ້ວງ ​ທີ່​ບໍ່​ມີອາວຸດ​ຫຼາຍ​ຮ້ອຍ​ຄົນ ຖ້າຫາກ​ບໍ່ແມ່ນ​ພັນ​ຄົນ.

ປັກ​ກິ່ງ ບໍ່​ອະນຸຍາດ​ໃຫ້ມີການ​ສົນທະນາໃດໆ ຂອງປະຊາຊົນກ່ຽວ​ກັບ​ເຫດ​ການໃນ​ຄັ້ງ​ນັ້ນ
​ແລະ​ໄດ້​ເອົາ​ບາດກ້າວແບບກົດຂີ່ ມາເປັນເວລາດົນນານ ​ເພື່ອ​ຈະ​ລົບ​ລ້າງ​ຄວາມ​ຊົງ​ຈຳ​
ຂອງປະ​ເທ​ດ ກ່ຽວ​ກັບ​ເຫດ​ຮ້າຍດັ່ງກ່າວ.

ທຳນຽບຂາວ ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ຮຽກຮ້ອງ​ໃຫ້​ຈີນ ໃຫ້ການອະທິບາຍກ່ຽວກັບພວກທີ່ຖືກ​
ສັງຫານ ຈັບ​ກຸມ ຫຼືຫາຍ​ສາບ​ສູນ ທີ່ພົວພັນກັບການປາບປາມໃນ​ຄັ້ງ​ນີ້. ຖະແຫຼງການ
ສະບັບ​ນຶ່ງ ກ່າວ​ວ່າ ສະຫະລັດ “ຈະກ່າວຢູ່​ສະ​ເໝີ ເພື່ອໃຫ້ການ​ສະໜັບສະໜຸນ​ຕໍ່
​ສິດ​ເສລີພາບຂັ້ນ​ພື້ນຖານ ທີ່ພວກປະ​ທ້ວງ​ ຢູ່ຈະ​ຕຸ​ລັດ
ທຽນ​ອັນ​ເໝີ​ນ ໄດ້​ຮຽກ
ຮ້ອງ​ນັ້ນ.”


ນອກນັ້ນ ວໍ​ຊີງ​ຕັນ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ປັກ​ກິ່ງ ປ່ອຍ​ພວກ​ທີ່​ຕຳ​ນິຕິ​ຕຽນ​ລັດ​ທະ​ບານ​ຫຼາຍ​
ສິບ​ຄົນ ທີ່ຖືກຄຸມຂັງ ຫຼື​ບໍ່​ກໍຖືກ​ກັກບໍລິ​ເວນ​ ກ່ອນ​ໜ້າ​ວັນ​ຄົບຮອບ​ທີ່​ວ່າ​ນີ້.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ ໄດ້ກ່າວປ້ອງ​ກັນກ່ຽວກັບການຄຸມຂັງດັ່ງ
ກ່າວໃນ ວັນ​ອັງຄານ​ວານ​ນີ້​ ໂດຍເວົ້າວ່າ ຈີນພຽງ​ແຕ່ລົງ​ໂທດ “ພວກ​ທີ່​ເຮັດ​ຜິດ​ກົດ
ໝາຍ​ບ້ານ​ເມືອງ”
​ເທົ່າ​ນັ້ນ ບໍ່ແມ່ນ “ພວກ​ຄັດຄ້ານລັດຖະບານ.”
CHINA TIANANMEN VOSOT
please wait
Embed

No media source currently available

0:00 0:02:01 0:00
XS
SM
MD
LG