ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ປະ​ຊຸມ​ສຸດຍອດ COVID-19 ໂລກ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ພຶດ​ສ​ະ​ພາ


ປະ​ທ​າ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ລິນ​ດາ ທອມ​ມາ​ສ ກ​ຣີນ​ຟິ​ລ​ດ໌ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ COVID-19 ທາງ​ໄກ ​​ອັນ​ເປັນສ່ວນ​ນຶ່ງ​ຂອງ​ສະ​ມັດ​ຊາ​ໃຫຍ່​ ສ​ະ​ຫະ​ປະ​ຊາ​ຊາດ ຈາກ​ທຳ​ນຽບ​ຂາວ. 22 ກັນ​ຍາ, 2021.
ປະ​ທ​າ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ລິນ​ດາ ທອມ​ມາ​ສ ກ​ຣີນ​ຟິ​ລ​ດ໌ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ COVID-19 ທາງ​ໄກ ​​ອັນ​ເປັນສ່ວນ​ນຶ່ງ​ຂອງ​ສະ​ມັດ​ຊາ​ໃຫຍ່​ ສ​ະ​ຫະ​ປະ​ຊາ​ຊາດ ຈາກ​ທຳ​ນຽບ​ຂາວ. 22 ກັນ​ຍາ, 2021.

ທຳ​ນຽບ​ຂາວ​ໄດ້​ປະ​ກາດ​ວ່າສະ​ຫະ​ລັດ ຈະ​ເປັນ​ຄູ່​ຮ່ວມ​ຈັດ​ກອງ​ປະ​ຊຸມ​ສຸດຍອດCOVID-19 ໂລກ​ຄັ້ງ​ທີ​ສອງ​ ຜ່ານ​ທາງ​ໄກ​ໃນ​ວັນ​ທີ 12 ພຶດ​ສະ​ພານີ້​ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ ​ເພື່ອ​ສິ້ນ​ສຸດ​ໂຣກ​ລະ​ບາດ ​ໃນ​ທົ່ວ​ໂລກ ແລະ ກຽມ​ພ້ອມ​ສຳ​ລັບ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ໃນ​ອະ​ນາ​ຄົດ.

ທຳ​ນຽບ​ຂາວ​ໄດ້​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ຮ່ວມ​ວ່າ “ການ​ເກີດ​ຂຶ້ນ ແລະ ການ​ແຜ່​ລາມ​ຂອງ​ໄວ​ຣັ​ສ​ສາຍ​ພັນ​ໃໝ່ ຄື​ໂອ​ໄມ​ຄ​ຣອນ, ໄດ້​ຂ​ະ​ຫຍາຍ​ຄວາມ​ຕ້ອງ​ການ​ສຳ​ລັບ​ແຜນ​ຍຸດ​ທະ​ສາດ​ທີ່​ແນ​ເປົ້າ​ໃສ່​ການ​ຄວບ​ຄຸມ COVID-19 ໃນ​ທົ່ວ​ໂລກ.”

ສະ​ຫະ​ລັດ ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ກັບ​ປະ​ເທດ ເບລີ​ສ, ປະ​ທານ​ຂອງ​ປະ​ຊາ​ຄົມ​ເຂດ​ທະ​ເລ​ຄາ​ຣີ​ບຽນ, ຫຼື CARICOM, ເຢຍ​ຣະ​ມັນ, ເຊິ່ງ​ແມ່ນ​ປະ​ທານ​ຂອງ​ກຸ່ມ​ 7 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ນຳ​ໜ້າ ຫຼື G-7 ໃນ​ປັດ​ຈຸ​ບັນ​ນີ້, ອິນ​ໂດ​ເນ​ເຊຍ, ເຊິ່ງ​ປັດ​ຈຸ​ບັນ​ເປັນ​ປະ​ທານ​ຂອງ 20 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ ຫຼື G-20 ແລະ ປະ​ເທດ ເຊ​ເນ​ກາ​ລ ໃນ​ຖາ​ນະ​ເປັນ​ປະ​ທານ​ຂອງ​ສະ​ຫະ​ພາບ ອາ​ຟ​ຣິ​ກາ.

ຂ່າວ​ທີ່​ວ່າ​ນັ້ນ​ໄດ້​ມີ​ຂຶ້ນ​ທ່າມ​ກາງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ກັບ​ຄືນ​ມາ​ຂອງ​ໂຣກ​ລະ​ບາດຫຼັງ​ຈາກກ​າ​ນ​ວາງ​ຂໍ້​ຫ້າມ COVID-19 ຕ່າງໆ​ໃນ​ຈີນເມື່ອບໍ່​ດົນ​ມານີ້, ແລະ ການ​ເພີ່ມ​ຂຶ້ນ​ຂອງ​ສາຍ​ພັນ​ໃໝ່​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ BA.2 ໃນ​ສະ​ຫະ​ລັດ, ເຊິ່ງ​ນະ​ຄອນ ຟິ​ລາ​ແດ​ລ​ເຟຍ, ລັດເພັນ​ຊິ​ລ​ເວ​ເນຍ ໄດ້​ກັບ​ມາ​ບັງ​ຄັບ​ໃຊ້​ຄຳ​ສັ່ງ​ໃສ່​ໜ້າ​ກາກ​ຢູ່​ສະ​ຖານ​ທີ່​ໃນ​ຮົ່ມ​ຄືນ, ເຮັດ​ໃຫ້​ມັນ​ເປັນ​ເມືອງ​ໃຫຍ່​ຂອງ​ອາ​ເມ​ຣິ​ກາ​ແຫ່ງ​ທຳ​ອິດ​ທີ່​ໄດ້​ເຮັດ​ແນວ​ນັ້ນ.

5 ປະ​ເທດ​ດັ່ງ​ກ່າວ​ໄດ້​ເວົ້າ​ໃນ​ຖະ​ແຫຼງ​ການ​ນັ້ນ​ວ່າ "ກອງ​ປະ​ຊຸມ​ສຸດຍອດ​ທີ່​ວ່າ​ນັ້ນ​ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ພວກ​ເຮົາ​ເປັນ​ສອງ​ເທົ່າ​ເພື່ອ​ສິ້ນ​ສຸດ​ໄລ​ຍະ​ທີ່​ຫຍຸ້ງ​ຍາກ​ຂອ​ງ​ໂຣກ​ລະ​ບາດ COVID-19 ແລະ ກະ​ກຽມ​ສຳ​ລັບ​ໄພ​ຂົ່ມ​ຂູ່​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ອະ​ນາ​ຄົດ."

ເຂົາ​ເຈົ້າ​ໄດ້​ກ່າວ​ການ​ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ບັນ​ຫາ​ທີ່​ນຳ​ໜ້າ​ໂດຍ​ທ້ອງ​ຖິ່ນ​ທີ່​ລວມ​ມີ "ການ​ສັກ​ຢາ​ໃສ່ແຂນ, ການ​ສົ່ງ​ອຸ​ປະ​ກອນກວດ​ໂຣກແລະ ປິ່ນ​ປົວ, ໂດຍ​ສະ​ເພາະ​ສຳ​ລັບ​ປະ​ຊາ​ກອນ​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ສຸດ ແລະ ຂະ
​ຫຍາຍ ແລະ ປົກ​ປ້ອງ​ສຸ​ຂະ​ພາບ ​ຂອງ​ກຳ​ລັງ​ແຮງ​ງານ."

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ, ຜູ້​ທີ່​ໄດ້​ຮຽກ​ຮ້ອງ​ການ​ຮ່ວມ​ມື​ຈາກ​ສາ​ກົນ​ເພື່ອ​ສິ້ນ​ສຸດ​ໂຣກ​ລະ​ບາດ​ດັ່ງ​ກ່າວ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ COVID-19 ໂລກ​ຄັ້ງ​ທຳ​ອິດ​ ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ. ສາຍ​ພັນ​ແດ​ລ​ຕ້າ ແລະ ໂອ​ໄມ​ຄ​ຣອນ ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ກໍ​ໄດ້​ແຜ່​ລາມບໍ່​ດົນຫຼັງ​ຈາກ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG