ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຫາ ຜູ້ທີ່ຫາຍສາບສູນ ເລີ້ມຄືນອີກ ຫຼັງຈາກເຮືອນຳທ່ຽວ ຫຼົ້ມນອກຝັ່ງ ເກາະພູເກັດ


ພວກພະນັກງານກູ້ໄພ ຫາມສົບຂອງຜູ້ເຄາະຮ້າຍ ຄົນນຶ່ງ ຫຼັງຈາກເຮືອຫລົ້ມ ຢູ່ນອກຝັ່ງ ຂອງເກາະພູເກັດ ສະຖານທີ່ທ່ອງທ່ຽວຂອງໄທ, ວັນທີ 6 ກໍລະກົດ 2018.
ພວກພະນັກງານກູ້ໄພ ຫາມສົບຂອງຜູ້ເຄາະຮ້າຍ ຄົນນຶ່ງ ຫຼັງຈາກເຮືອຫລົ້ມ ຢູ່ນອກຝັ່ງ ຂອງເກາະພູເກັດ ສະຖານທີ່ທ່ອງທ່ຽວຂອງໄທ, ວັນທີ 6 ກໍລະກົດ 2018.

ຈຳນວນຂອງຜູ້ທີ່ເສຍຊີວິດ ຍ້ອນເຮືອຫລົ້ມຢູ່ເກາະພູເກັດຂອງໄທ ໄດ້ເພີ້ມຂຶ້ນ ເປັນ 38
ຄົນແລ້ວ ຫລັງຈາກໄດ້ມີການຄົ້ນພົບຕື່ມອີກ 5 ສົບ ໃນວັນເສົາມື້ນີ້.

ພວກມະນຸດກົບ ໄດ້ບັນລະຍາຍເຖິງພາບ ທີ່ໜ້າໂສກເສົ້າເສຍໃຈ ຈາກຊາກເຮືອດັ່ງກ່າວ
ກ່ຽວກັບສົບພວກເດັກນ້ອຍ ທີ່ໄດ້ຖືກພົບເຫັນ ຢູ່ໃນອ້ອມແຂນ ຂອງຜູ້ເປັນແມ່ຂອງພວກ
ເຂົາເຈົ້າ.

“ມັນເປັນສິ່ງທີ່ບໍ່ໜ້າເບິ່ງແທ້ໆເລີຍ” ນັກດຳນ້ຳ ຟີລິບ ອັງເທຣມົງ (Philip Entremont)
ໄດ້ກ່າວ ໃນວັນເສົາມື້ນີ້ ກ່ອນທີ່ຈະກັບຄືນໄປຊອກຫາຕື່ມອີກ, ລາວກ່າວອີກວ່າ “ແຕ່ສິ່ງ
ທີ່ຈະຕ້ອງເຮັດ ທີ່ດີທີ່ສຸດ...ກໍແມ່ນຕ້ອງນຳເອົາສົບ ຂອງພວກເຂົາ ຂຶ້ນມາໃຫ້ແກ່ຄອບ
ຄົວຂອງເຂົາເຈົ້າ.”

ເຮືອທີ່ບັນທຸກຜູ້ຄົນທັງໝົດ 105 ຄົນ ຮວມທັງພວກນັກທ່ອງທ່ຽວ 93 ຄົນແລະລູກເຮືອ
11 ຄົນ ພ້ອມທັງຜູ້ນຳທ່ຽວຄົນນຶ່ງ ໄດ້ປະສົບອຸບັດຕິເຫດຫຼົ້ມ ເວລາປະທະກັບຄື້ນຟອງ
ທີ່ສູງ 5 ແມັດ ໃນຕອນແລງວັນພະຫັດວານນີ້ ຢູ່ນອກແຄມຝັ່ງທະເລ ໃນພາກໃຕ້ຂອງ
ປະເທດໄທ. ມີຢ່າງໜ້ອຍ 12 ຄົນກຳລັງໄດ້ຮັບການພະຍາບານຕົວຢູ່ທີ່ໂຮງໝໍ.

ກັບຕັນຂອງເຮືອຟີນິກ ທ່ານສົມຈິງ ບຸນທຳ ກ່າວວ່າ ມີຂີ້ເຫຍື້ອໄດ້ແລ່ນເຂົ້າໄປອັດຈັກ
ດູດນ້ຳອອກຈາກເຮືອ ລຸນຫລັງທີ່ຟອງຫົວທຳອິດ ແລ່ນເຂົ້າຕຳເຮືອ ແລະລະບົບດູດນ້ຳ
ແມ່ນບໍ່ໄວພໍ ທີ່ຈະດູດນ້ຳອອກຈາກເຮືອໃຫ້ຄົງຕົວຢູ່ໄດ້. ຫລັງຈາກນັ້ນ ກໍມີຟອງໃຫຍ່
ຫຼາຍຫົວແລ່ນເຂົ້າປະທະຢ່າງໄວ ເຮືອຈຶ່ງໄດ້ເລີ້ມງ່ຽງໄປຂ້າງນຶ່ງ ຫລັງຈາກນັ້ນກໍປີ້ນ
ຂວ້ຳ ແລະຫລົ້ມລົງ.

ມີເຮືອລຳທີ 2 ໄດ້ຫລົ້ມຢູ່ນອກແຄມຝັ່ງທະເລຂອງພູເກັດ ໃນຕອນເຊົ້າວັນພະຫັດວານນີ້.
ເຈົ້າໜ້າທີ່ກ່າວວ່າ ທັງໝົດ 42 ຄົນທີ່ຢູ່ໃນເຮືອລຳດັ່ງກ່າວ ຊຶ່ງເປັນນັກທ່ອງທ່ຽວຈີນ
ແລະຢູໂຣບ ໄດ້ຖືກຊ່ອຍຊີວິດໄວ້ໄດ້.

ສະພາບອາກາດປັ່ນປ່ວນຮ້າຍແຮງຢູ່ໃນເຂດດັ່ງກ່າວ ແມ່ນຄາດກັນວ່າ ຈະດຳເນີນຕໍ່ໄປ
ຈົນຮອດ ວັນອັງຄານອາທິດໜ້າ ແລະຜູ້ວ່າຣາຊະການຈັງຫວັດພູເກັດ ທ່ານນໍຣະພັດ
ພລົດທອງ ກ່າວວ່າ ເຈົ້າໜ້າທີ່ຈັງຫວັດພູເກັດ ໄດ້ປະກາດເຕືອນແຈ້ງ ໃຫ້ປະຊາຊົນຮູ້
ກ່ຽວກັບລົມພາຍຸນີ້ແລ້ວ.

ພິເກັດ ເປັນສະຖານທີ່ທ່ອງທ່ຽວ ທີ່ນິຍົມຊົມຊອບ ໃນບັນດານັກທ່ອງທ່ຽວ ຊາວຕ່າງ
ປະເທດ. ຄາດກັນວ່າ ນັກທ່ອງທ່ຽວ 35 ລ້້ານຄົນ ຈະເດີນທາງເຂົ້າມາຢ້ຽມຢາມ
ປະເທດໄທ ໃນປີນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG