ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຫາ ຖ້ຽວບິນ MH370 ຂອງມາເລເຊຍ ໄດ້ຈຳກັດ ຂອບເຂດລົງແລ້ວ (ສະໄລດ໌/ວີດີໂອ)


ເຮືອບິນກອງທັບເຮືອສະຫະລັດ P-8 Poseidon ບິນຈາກເດີ່ນເຮືອບິນ ເມືອງ Perth ກັບຄືນໄປສົມທົບ ກັບທີມຊອກຫາຖ້ຽວບິນ 370 ຂອງສາຍການບິນມາເລເຊຍ ທີ່ຫາຍໄປນັ້ນ. ວັນທີ 10 ເມສາ 2014
ເຮືອບິນກອງທັບເຮືອສະຫະລັດ P-8 Poseidon ບິນຈາກເດີ່ນເຮືອບິນ ເມືອງ Perth ກັບຄືນໄປສົມທົບ ກັບທີມຊອກຫາຖ້ຽວບິນ 370 ຂອງສາຍການບິນມາເລເຊຍ ທີ່ຫາຍໄປນັ້ນ. ວັນທີ 10 ເມສາ 2014
ການ​ຊອກ​ຫາ​ເຮືອບິນ​ສາຍ​ການບິນ​ມາ​ເລ​ເຊຍທີ່​ຫາຍ
​ສາບ​ສູນ​ໄປ​ນັ້ນໄດ້​ຈຳກັດຂອບເຂດ​ລົງ​ຕື່ມ​ອີກ​ໃນ​ວັນ
​ພະຫັດ​ມື້​ນີ້ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່ ຊອກ​ຫາ​ສັນ
ຍານເພີ້ມ​ຕື່ມ​ທີ່​ພວກ​ເຂົາ​ເຈົ້າ​ຄຶດ​ວ່າມາ​ຈາກເຄື່ອງ​ບັນ
ທຶກ​ຂໍ້ມູນ​ຖ້ຽວ​ບິນ ​ຂອງ​ເຮືອບິ​ນລຳ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍ ກ່າວ​ວ່າ ການ​ຊອກ​
ຄົ້ນ​ໃນ​ເຂດ​ສອກຫຼີກ​ຫ່າງ​ໄກ​ໃນ​ພາກ​ໃຕ້​ຂອງ​ມະຫາ​
ສະມຸດອິນ​ເດຍບັດ​ນີ້​ແມ່ນ​ກວມ​ເນື້ອ ທີ່ 57 ພັນ​ກິ​ໂລ
​ແມັດ​ມົນທົນ ຊຶ່ງ​ເປັນ​ບໍລິ​ເວນ​ເນື້ອ​ທີ່​ ນ້ອຍ​ທີ່​ສຸດ ​ໃນ
ຊ່ວງ​ເວລາ​ນຶ່ງເດືອນກວ່າໆທີ່​ທຳ​ການ​ຊອກ​ຄົ້ນ​ຫາ​ເຮືອ
Boeing 777 ລຳ​ນີ້.

ທ່ານ Angus Houston ຫົວໜ້າ​ທີ​ມຊອກ​ຄົ້ນ​ຫາ ​ໃນວັນ​ພຸດ​ວານ​ນີ້ ​ໄດ້​ສະ​ແດງ
​ຄວາມ​ຫວັງ​ວ່າ ​ໃນ​ອີກ​ບໍ່​ດົນ​ກໍ​ຈະ​ພົບ​ເຫັນ​ເຮືອບິນ​ລຳ​ນີ້ຫຼັງ ຈາກ​ພວກ​ເຈົ້າ​ໜ້າ​ທີ່​
ໄດ້​ຍິນ​ສັນຍານ​ອີກ​ສອງ​ຄັ້ງ ທີ່​ສອດ​ຄ້ອງ​ກັບ​ສຽງ ​ເຄື່ອງບັນທຶກ​ຂໍ້ມູນ​ຂອງ​ເຮືອບິນ​
ອາຍ​ພົ່ນ​ລຳ​ນີ້.

ທ່ານ Houston ກ່າວ​ວ່າ” ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ດີ​ ໃນ​ປັດຈຸບັນ​ນີ້
ວ່າ ພວກ​ເຮົາ​ຈະ​ພົບ​ເຫັນ​ເຮືອບິນ​ລຳ​ນີ້ ​ໃນ​ເວລາ​ອີກ​ບໍ່​ດົນ.”


​ເວລາ​ກຳລັງ​ຈະ​ໝົດ​ໄປ​ ສຳລັບ​ພວກ​ເຈົ້າ​ໜ້າ​ທີ່ ​ຈະ​ພົບ​ເຫັນ​ບ່ອນ​ທີ່​ມາ​ຂອງ
​ພວກ​ສັນຍານ​ຕ່າງໆ​ເຫຼົ່າ​ນີ້ ​ໃນ​ເມືອ​ວ່າໝໍ້​ໄຟ​ຂອງເຄື່ອງ​ບອກບ່ອນ ຢູ່​ເຄື່ອງ
ບັນທຶກ​ຂໍ້ມູນຈະ​ໝົດ​ໄປ ​ເພາະວ່າ​ໝໍ້​ໄຟ​ທີ່​ວ່າ​ນີ ກຳນົດ​ຈະ​ໝົດ​ ​ຫຼັງ​ຈາກປະ
ມານ 30 ມື້.

​ເຮືອບິນອາຍ​ພົ່ນ​ສາຍ​ການບິນ​ມາ​ເລ​ເຊຍ ຊຶ່ງ​ບັນຈຸ​ຄົນ​ໂດຍສານ​ພ້ອມ​ທັງ​ຈຸ​ບິນ
239 ຄົນ ​ໄດ້​ຫາຍ​ສາບ​ສູນ​ໄປ​ໃນ​ວັນ​ທີ 8 ມີນາ​ຜ່ານ​ມາ​ນີ້ ​ໃນ​ຂະນະ​ທີ່​ບິນ​ຈາກ​
ນະຄອນ​ກົວ​ລາ​ລຳ​ເປີ ມຸ້ງ​ໜ້າ​ໄປ​ຍັງ​ນະຄອນຫຼວງ​ປັກ​ກິ່ງ.
Maryland Company's Technology Is Instrumental in Plane Search
please wait

No media source currently available

0:00 0:02:26 0:00

ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ ​ເຊື່ອ​ວ່າ ​ເຮືອ​ບິ​ນລຳ​ນີ້​ປ່ຽນ​ທາງ​ບິນ ​ໂດຍ​ເຈດ​ຕະນາ​
ແລະ​ໄດ້ຕົກລົງ​ໃສ່​ທະ​ເລ ​ແຕ່​ບໍ່​ໄດ້​ພົບ​ເຫັນ​ຊາກ​ຫັກ​ພັງ​ໃດໆ ຊຶ່ງ​ເຮັດ​ໃຫ້​ຜູ້​ຄົນ​ຫຼາຍ
​ຄົນ​ມີ​ຄວາມ​ສົງ​ໄສ.

​ໃນ​ນະຄອນຫຼວງ​ຂອງ​ມາ​ເລ​ເຊຍ​ໃນ​ວັນ​ພະຫັດ​ມື້ນີ້ ທ່ານ Wee Boon Seow ຊຶ່ງເປັນພະນັກງານຂາຍ ກ່າວ​ວ່າ ມັນ​ເປັນ​ເລື້ອງ​ຍາກ​ທີ່​ຈະຄິ​ດ​ໄປ​ໃນ​ແງ່​ດີ ທີ່​ວ່າ​
ພວກ​ທີ​ມຊອກ​ຄົ້ນ​ຫາ ກຳລັງ​ໃກ້ຈະພົບ​ເຮືອບິນ​ລຳ​ນີ້ແລ້ວ.
XS
SM
MD
LG