ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ຄົ້ນ​ຫາ​ຜູ້​ຫາຍ​ສາບ​ສູນ​ຍັງ​ດຳ​ເນີນ​ຕໍ່​ໄປ ຫຼັງ​ຈາກ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ໃນ ອິນ​ໂດ​ເນ​ເຊຍ


ນັກ​ກູ້​ໄພ​ຄົ້ນ​ຫາ​ຜູ້​ເຄາະ​ຮ້າຍ​ໃນ​ເຫດ​ດິນ​ເຈື່ອນ​ທີ່​ເກີດ​ຈາກ​ແຜ່ນ​ດິນ​ໄຫວ​ໃນ​ເມືອງ ຈ​ຽນ​ເຈີ, ເກາະ​ຈາ​ວາ, ອິນ​ໂດ​ເນ​ເຊຍ, 23 ພະ​ຈິກ 2022.
ນັກ​ກູ້​ໄພ​ຄົ້ນ​ຫາ​ຜູ້​ເຄາະ​ຮ້າຍ​ໃນ​ເຫດ​ດິນ​ເຈື່ອນ​ທີ່​ເກີດ​ຈາກ​ແຜ່ນ​ດິນ​ໄຫວ​ໃນ​ເມືອງ ຈ​ຽນ​ເຈີ, ເກາະ​ຈາ​ວາ, ອິນ​ໂດ​ເນ​ເຊຍ, 23 ພະ​ຈິກ 2022.

ເຈົ້າ​ໜ້າ​ທີ່ກວດ​ຄົ້ນ ແລະ ກູ້​ໄພ​ໃນ​ ອິນ​ໂດ​ເນ​ເຊຍ ໄດ້​ເຮັດ​ວຽກ​ໃນ​ວັນ​ພຸດມື້ນີ້​ເພື່ອ​ຊອກ​ຫາ​ຄົນ​ຜູ້​ທີ່​ຍັງ​ຫາຍ​ສາບ​ສູນ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວແຮງ 5.6 ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ຈຽນ​ເຈີ ໃນ​ເກາະ​ຈາ​ວາ​ຕາ​ເວັນ​ຕົກ​ເມື່ອ​ຕອນ​ບ່າຍ​ວັນ​ຈັນ​ທີ່​ຜ່ານ​ມາ.

ຫົວ​ໜ້າ​ອົງ​ການຄຸ້ມ​ຄອງ​ໄພ​ພິ​ບັດ​ທ່ານ ຊູ​ຮາ​ຣຽນ​ໂຕ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ແລງວັນ​ອັງ​ຄານ​ວານນີ້​ວ່າ 151 ຄົນ​ຍັງ​ຫາຍ​ສາບ​ສູນ, ແລະ ວ່າ​ບັນ​ດາ​ນັກ​ກວດ​ຄົ້ນ​ຈະ​ກວດ​ທຸກ​ຊິ້ນ​ສ່ວນ​ຂອງ​ຊາກ​ຫັກ​ພັງ​ຈາກ​ຕຶກ​ທີ່​ຖືກ​ທຳ​ລາຍ​ເພື່ອ​ຊອກ​ຫາ​ເຂົາ​ເຈົ້າ.

ເຫດ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 268 ຄົນ ແລະ ບາດ​ເຈັບຫຼາຍກວ່າ 1000 ຄົນ. ປະ​ຊາ​ຊົນຫຼາຍກວ່າ 58,000 ຄົນ​ບໍ່​ມີ​ບ່ອນ​ຢູ່ອ​າ​ໄສ ແລະ ເຮືອນ 22,000 ຫຼັງ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ຜູ້​ທີ່​ເສຍ​ຊີ​ວິດຫຼາຍ​ຄົນ​ແມ່ນ​ເດັກ​ນ້ອຍ ຜູ້​ທີ່​ຢູ່​ໃນ​ໂຮງ​ຮຽນເວ​ລາແຜ່ນ​ດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ໃນ​ແຂວງ ​ທີ່​ມີ​ປະ​ຊາ​ກອນ​ໜາ​ແໜ້ນ​ທີ່​ສຸດ​ຂອງ ອິນ​ໂດ​ເນ​ເຊຍ.

ນາງ ອາ​ຢູ ຣາ​ຮາ​ຢູ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ເວ​ລາ​ແຜ່ນ​ດິນ​ໄຫວ​ໄດ້​ເກີດ​ຂຶ້ນ, ລູກ​ຂອງ​ຂ້ອຍ​ນາງ ເນີ ອາ​ລິ​ກາ ແມ່ນ​ຍັງ​ຢູ່​ໂຮງ​ຮຽນ. ໝູ່​ຂອງ​ລາວ​ໄດ້​ບອກ​ຂ້ອຍ​ວ່າ​ລາວ​ແມ່ນ​ຄົນ​ສຸດ​ທ້າຍ​ທີ່​ໄດ້​ອອກ​ມາ​ຈາກ​ຫ້ອງ​ຮຽນ​ໃນ​ສ​ະ​ພາບ​ທີ່​ຕື່ນ​ຕົກ​ໃຈ. ລາວ​ໄດ້​ລົ້ມ​ລົງ​ໃຕ້​ຊາກ​ຫັກ​ພັງ​ຂອງ​ຕຶກ. ຂ້ອຍ​ໄດ້​ພະ​ຍາ​ຍາມ​ຊອກ​ຫາ​ລາວ​ຕັ້ງ​ແຕ່​ບ່າຍ​ສອງ​ໂມງ, ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ໄດ້​ເກີດ​ຂຶ້ນ. ຂ້ອຍ​ຊອກ​ລາວ​ເຫັນ​ຕອນ 6 ໂມງ​ແລງ ຢູ່​ຈຸດ​ເຫດ​ສຸກ​ເສີນ​ຕໍ່​ໜ້າ​ໂຮງ​ໝໍ​ແຫ່ງນີ້.”

ນາງ ເນີ ອາ​ລິ​ກາ ອາ​ຍຸ 7 ປີ​ແມ່ນ​ນັກ​ຮຽນ​ປໍ​ນຶ່ງ ຢູ່​ໂຮງ​ຮຽນ​ປະ​ຖົມ ເບັນ​ຈອດ ໃນ​ເມືອງ ຈຽນ​ເຈີ. ຫົວ ແລະ ຕາ​ຂອງ​ລາວ​ໄດ້​ຮັບ​ບ​າດ​ເຈັບ​ຢ່າງ​ແຮງ.

ຢູ່​ຈຸດ​ເຫດ​ສຸກ​ເສີນແຫ່ງດຽວ​ກັນ​ໃນ​ບ່ອນ​ຈອດ​ລົດ​ຂອງ​ໂມງ​ໝໍ ຈຽນ​ເຈີ, ວີ​ໂອ​ເອ​ກໍ​ໄດ້​ພົບ​ກັບ​ທ້າວ ເດ​ເດ.

ທ້າວ ເດ​ເດ ໄດ້​ກ່າວ​ວ່າ “ເມຍ​ ແລະ ລູກ​ຂອງ​ຂ້ອຍ​ແມ່ນ​ຢູ່​ບ້ານ​ເວ​ລາ​ທີ່​ມັນ​ໄດ້​ສັ່ນ, ພັ​ງ​ລົງ ແລະ ກອງ​ຢູ່​ເທິງ​ດິນ. ລູກ​ສາວຫຼ້າ​ຂອງ​ຂ້ອຍ ນາງ ຊາ​ລ​ມາ​ຕູ ຊາອາ​ດາ, ອາ​ຍຸ 4 ປີ, ແມ່ນ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ແຮງ. ແຂນ​ຂອງ​ລາວ​ໄດ້​ຫັກ ແລະ ມີ​ເລືອດ​ຢູ່​ຫົວ​ຂອງ​ລາວ.”

ພັນ​ລະ​ຍາ​ຂອງ​ທ້າວ ເດ​ເດ ແລະ ລູກ​ຊາຍ​ກົກ​ຂອງ​ລາວ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ, ແຕ່​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຢູ່​ໃນ​ເດີ່ນ​ເປີດ​ຢູ່​ບ່ອນ​ຈອດ​ລົດ​ຂອງ​ໂຮງ​ໝໍ ຈຽນ​ເຈີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG