ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຫາ ເຮືອບິນ ມາເລເຊຍ ທີ່ຫາຍສາບສູນໄປ ເລີ້ມ ຄືນອີກ (ວີດີໂອ)


ກຳປັ່ນ Ocean Shield ຂອງກອງທັບເຮືອ ອອສເຕຣເລຍ
ກຳປັ່ນ Ocean Shield ຂອງກອງທັບເຮືອ ອອສເຕຣເລຍ
ກຳປັ່ນ Ocean Shield ຂອງກອງທັບເຮືອອອສເຕຣເລຍໄດ້
ອອກເດີນທາງຈາກເມືອງ Perth ຊຶ່ງເປັນເມືອງທ່າໃນພາກຕາ
ເວັນຕົກຂອງປະເທດ ໃນວັນເສົາມື້ນີ້ ເພື່ອເລີ້ມ ການປະຕິບັດ
ງານຄືນໃໝ່ ໃນການຊອກຄົ້ນຫາ ໃຕ້ພື້ນທະເລ ເຮືອບິນໂດຍ ສານອາຍພົ່ນມາເລເຊຍທີ່ຫາຍສາບສູນໄປເມື່ອວັນທີ 8 ມີນາ
ຜ່ານ ໃນຂະນະທີ່ພວມບິນແຕ່ນະຄອນກົວລາລຳເປີໄປຫານະ
ຄອນຫຼວງປັກກິ່ງ.

ກຳປັ່ນລຳນີ້ ບັນທຸກຍານຊອກຫາໃຕ້ນ້ຳຂອງກອງທັບເຮືອສະ
ຫະລັດ ທີ່ໄດ້ກວດກາຢ່າງລະອຽດ ເບິ່ງບໍລິເວນສ່ວນໃຫຍ່ ທີ່
ສອກຫລີກຫ່າງໄກຂອງພື້ນມະຫາສະມຸດອິນເດຍ ບ່ອນທີ່ເຊື່ອ
ກັນວ່າ ເຮຶຶອບິນຂອງມາເລເຊຍໄດ້ຕົກລົງນັ້ນ.

ການຊອກຄົ້ນຫາຖ້ຽວບິນ MH370 ທາງອາກາດໄດ້ຖືກຍົກເລີກໃນເດືອນແລ້ວນີ້ ຫລັງຈາກ ບໍ່ໄດ້ພົບເຫັນຮ່ອງຮອຍໃດໆຂອງຊາກຫັກພັງເຮືອບິນ ລ່ອງລອຍຢູ່ຕາມໜ້າມະຫາສະມຸດ.

ລັດຖະບານມາເລເຊຍເຊື່ອວ່າ ມີບຸກຄົນໃດບຸກຄົນນຶ່ງ ທີ່ມີຄວາມຮອບຮູ້ກ່ຽວກັບເລື່ອງເຮືອ ບິນ ໄດ້ປ່ຽນເສັ້ນທາງບິນຂອງເຮືອບິນດັ່ງກ່າວ ແຕ່ຄະນະສືບສວນຍັງບໍ່ສາມາດພົບເຫັນຫຼັກ ຖານທີ່ສຳຄັນໃດໆກ່ຽວກັບເລື່ອງນີ້.
MALAYSIA PLANE SOTVO
please wait
Embed

No media source currently available

0:00 0:00:29 0:00
XS
SM
MD
LG