ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ SEARAC ແລະ FIRM ຈັດງານພົບປະເພື່ອຟັງຄວາມເຫັນ ຂອງປະຊາຄົມຊາວລາວ ກ່ຽວກັບເລື້ອງສຸຂະພາບທາງຈິດ ຢ່າງສຳເລັດຜົນ


ຊາວລາວອາເມຣິກັນ ເຂົ້າຮ່ວມໃນງານລ້ຽງພົບປະເພື່ອຮັບຟັງຄວາມເຫັນ ກ່ຽວກັບເລື້ອງສຸຂະພາບທາງຈິດ ທີ່ຈັດຂຶ້ນໂດຍ ອົງການທີ່ບໍ່ຫວັງຜົນກຳໄລ SEARAC ແລະ FIRM.
ຊາວລາວອາເມຣິກັນ ເຂົ້າຮ່ວມໃນງານລ້ຽງພົບປະເພື່ອຮັບຟັງຄວາມເຫັນ ກ່ຽວກັບເລື້ອງສຸຂະພາບທາງຈິດ ທີ່ຈັດຂຶ້ນໂດຍ ອົງການທີ່ບໍ່ຫວັງຜົນກຳໄລ SEARAC ແລະ FIRM.

ອົງການສູນກາງຊ່ວຍເຫຼືອສັງຄົມແລະບຸກຄົນທົ່ວໄປ ເຂດເອເຊຍຕາເວັນອອກສຽງໃຕ້ ທີ່ບໍ່ຫວັງຜົນກຳໄລ ເອີ້ນຫຍໍ້ວ່າ SEARAC ໂດຍມີສຳນັກງານໃຫຍ່ຕັ້ງຢູ່ໃນນະຄອນຫຼວງ ວໍຊິງຕັນຂອງສະຫະລັດ ແລະລັດຄາລີຟໍເນຍ ຊຶ່ງອົງການນີ້ ພ້ອມກັບ ອົງການ Fresno Interdenominational Refugee Ministries ຫຼື FIRM ໄດ້ຈັດງານທີ່ເອີ້ນວ່າ Listening Session for Laotian Community ໃນວັນທີ 25 ກຸມພາ 2023 ຜ່ານມານີ້ ເປັນຜົນສຳເລັດເກີນຄວາມຄາດໝາຍ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ກັບເຈົ້າໜ້າທີ່ຂອງທັງອົງການດັ່ງກ່າວ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ດັ່ງທີ່ວີໂອເອ ໄດ້ລາຍງານໄປເມື່ອສອງອາທິດແລ້ວນີ້ ກ່ຽວກັບງານພົບປະເພື່ອຮັບຟັງຄວາມເຫັນຂອງປະຊາຄົມຊາວລາວ ໃນເມືອງແຟຣສໂນ ກ່ຽວກັບເລື້ອງສຸຂະພາບທາງຈິດ ຊຶ່ງຜູ້ອຳນວຍການຄຸ້ມຄອງປະຈຳລັດຄາລີຟໍເນຍ ຂອງອົງການ SEARAC ທ່ານນາງຖຸຍ ໂດ ກໍໄດ້ໃຫ້ສຳພາດກັບວີໂອເອລາວ ກ່ຽວກັບການເປີດງານວ່າ “ໃນເບື້ອງຕົ້ນໄດ້ມີການສະແດງຟ້ອນຕາມວັດທະນະທຳຂອງຊາວລາວ ຊຶ່ງຫຼັງຈາກການສະແດງເສັດສິ້ນແລ້ວ ວຽກງານການສົນທະນາເພື່ອຮັບຟັງຄວາມເຫັນຂອງບັນດາຊາວລາວ ອາເມຣິກັນ ທີ່ມາຮ່ວມໃນງານ ກໍໄດ້ດຳເນີນໄປ ຊຶ່ງທ່ານນາງຖຸຍ ຕີລາຄາຂອງງານດັ່ງກ່າວ ໃນມື້ນັ້ນ ໃຫ້ຟັງເປັນພາສາອັງກິດວ່າ:

“ມັນປະສົບຜົນສຳເລັດ ມັນເປັນໄປໄດ້ດີຫຼາຍ ແລະຂ້າພະເຈົ້າຮູ້ວ່າ ເມື່ອເຮົາໄດ້ພົບກັນຄັ້ງທຳອິດ ມັນແມ່ນກ່ອນໜ້າງານລ້ຽງ ແລະພວກເຮົາຄາດການໄວ້ວ່າ ປະມານ 50 ຄົນ ແລະຜົນທີ່ອອກມາມີ 85 ຄົນ ທີ່ໄດ້ມາຮ່ວມ” ຂ້າພະເຈົ້າຖາມທ່ານນາງວ່າ ແລ້ວເຈົ້າແບ່ງພວກເຂົາເຈົ້າແນວໃດ ທ່ານນາງຕອບວ່າ “ພວກເຮົາແຍກເຂົາເຈົ້າອອກເປັນກຸ່ມນ້ອຍແຕ່ລະປະເພດ ທີ່ວ່າ ກຸ່ມຄົນທີ່ເວົ້າພາສາລາວ ເທົ່ານັ້ນ ກຸ່ມເວົ້າລາວແລະອັງກິດ ແລະຕໍ່ຈາກນັ້ນ ກຸ່ມເວົ້າແຕ່ອັງກິດເທົ່ານັ້ນ ສະນັ້ນແລ້ວ ໃນແຕ່ລະກຸ່ມຈະມີຜູ້ອຳນວຍຄວາມສະດວກປະສານງານ ພ້ອມກັບຜູ້ບັນທຶກ ທີ່ວ່າມີຄວາມເມາະສົມສຳລັບໃນແຕ່ລະປະເພດດັ່ງກ່າວນັ້ນ.”

ງານພົບປະຮັບຟັງ ສຳລັບປະຊາຄົມຊາວລາວ ໃນເມືອງແຟຣສໂນ ລັດຄາລີຟໍເນຍ, ວັນທີ 25 ກຸມພາ 2023 ແລະບັນດາສະມາຊິກຂອງອົງການ SEARAC ແລະ FIRM, ທນ ຖຸຍ ໂດ (ຜູ້ທີສາມຈາກຊ້າຍ) ແລະທນ ວິກກີ ຄຳພາ (ຜູ້ທີນຶ່ງຈາກຊ້າຍ). (Photo courtesy of Allen Keo)
ງານພົບປະຮັບຟັງ ສຳລັບປະຊາຄົມຊາວລາວ ໃນເມືອງແຟຣສໂນ ລັດຄາລີຟໍເນຍ, ວັນທີ 25 ກຸມພາ 2023 ແລະບັນດາສະມາຊິກຂອງອົງການ SEARAC ແລະ FIRM, ທນ ຖຸຍ ໂດ (ຜູ້ທີສາມຈາກຊ້າຍ) ແລະທນ ວິກກີ ຄຳພາ (ຜູ້ທີນຶ່ງຈາກຊ້າຍ). (Photo courtesy of Allen Keo)

ບັນດາຊາວລາວ ທີ່ມາຮ່ວມໃນງານລ້ຽງພົບປະເພື່ອຮັບຟັງຄວາມເຫັນກ່ຽວກັບເລື້ອງສຸຂະພາບທາງຈິດ ສ່ວນໃຫຍ່ແມ່ນຜູ້ສູງອາຍຸໃນເຂດເມືອງແຟຣສໂນ ທີ່ລວມມີຫຼາຍຊົນເຜົ່າຂອງລາວ ທີ່ລວມທັງລາວລຸ່ມ ແລະລາວສູງ ຊຶ່ງທ່ານນາງຖຸຍ ໄດ້ອະທິບາຍລັກຊະນະຂອງພວກຜູ້ເຂົ້າຮ່ວມໃຫ້ຟັງວ່າ:

“ອາຍຸໂດຍສະເລ່ຍແລ້ວ ແມ່ນລະຫວ່າງປະມານ 55 ປີ ຫາ 70 ປີ ມີຈຳນວນໃນລະດັບທີ່ດີ ແລະມີແມ່ຍິງຫຼາຍກວ່າຜູ້ຊາຍ.”

ຂ້າພະເຈົ້າຖາມທ່ານນາງຕໍ່ໄປວ່າ ມີຄວາມຫຍຸ້ງຍາກແນວໃດບໍ່ ຊຶ່ງທ່ານນາງກ່າວວ່າ “ມີຢູ່” ແລະອະທິບາຍວ່າ:

“ມີຄວາມທ້າທາຍຫຼາຍຢ່າງແຕ່ພວກເຮົາກໍສາມາດຜ່ານຜ່າມັນໄປໄດ້ ນຶ່ງໃນນັ້ນກໍແມ່ນສະພາບອາກາດ ພວກເຮົາໄດ້ຄາດການໄວ້ວ່າ ໃຫ້ຈັດປະເພດກຸ່ມຈຸດສຸມ ທີ່ແບ່ງອອກຢູ່ພາຍໃນ ແລະພາຍນອກ ແຕ່ເນື່ອງຈາກຝົນຕົກ ພວກເຮົາຈຶ່ງຕ້ອງໃຫ້ໝົດທຸກຄົນຢູ່ພາຍໃນ ສະນັ້ນແລ້ວ ພວກເຮົາກໍໄດ້ຫັນປ່ຽນວິທີ ແລ້ວແຍກກຸ່ມຕ່າງໆອອກ ເພື່ອວ່າ ພວກເຂົາຈະບໍ່ເວົ້າສຽງດັງທັບກັນ ແຕ່ມັນກໍຍັງມີການສົນທະນາກັນຢ່າງຄຶກຄັກ ແລະຄວາມທ້າທາຍອີກອັນນຶ່ງ ກໍແມ່ນວ່າ ພວກເຮົາ ໃນເບື້ອງຕົ້ນ ກໍມີຄວາມເປັນຫ່ວງໃນດ້ານການສະໜັບສະໜຸນ ເມື່ອມີຈຳນວນຫຼາຍຂຶ້ນເຖິງສາມສິບຄົນຕື່ມອີກ ທີ່ຈະຊ່ອຍໃນການອຳນວຍຄວາມສະດວກ ແຕ່ກໍມີພະນັກງານຂອງອົງການ FIRM ຫຼາຍຄົນຢູ່ ທີ່ໄດ້ເຂົ້າມາຊ່ອຍ.”

ທ່ານນາງໄດ້ບອກວີໂອເອລາວ ໃນເມື່ອກ່ອນກ່ຽວກັບຄຳຖາມທີ່ໄດ້ຄົ້ນຄວ້າເພື່ອມາຖາມຜູ້ເຂົ້າຮ່ວມນັ້ນ ຊຶ່ງທ່ານນາງໄດ້ອະທິບາຍໃຫ້ຟັງວ່າ:

“ມີປະມານສີ່ຄຳຖາມ ແລະຄຳຖາມກ່ຽວກັບປະຊາກອນ ພວກຄຳຖາມນີ້ໄດ້ຖືກແບ່ງອອກເປັນປະເພດຍ່ອຍ ເພື່ອໃຫ້ເຂົ້າໃຈໄດ້ງ່າຍຂຶ້ນ ແລະຕີຄວາມໝາຍໃຫ້ນາຍພາສາທີ່ຈະແປໄດ້ງ່າຍຂຶ້ນ ແລະຄຳຖາມກໍແມ່ນວ່າ ສະມາຊິກຂອງປະຊາຄົມມີທັດສະນະເລື້ອງສຸຂະພາບທາງຈິດ ແນວໃດ? ຊຶ່ງພວກເຮົາໄດ້ແປຄຳຖາມນີ້ ຈາກທີ່ວ່າ ສຸຂະພາບທາງຈິດແມ່ນຫຍັງ? ໃຫ້ເປັນພາສາທີ່ເປັນກາງຫຼາຍຂຶ້ນ ທີ່ຜູ້ເຂົ້າຮ່ວມຊາວລາວ ສາມາດເຂົ້າໃຈໄດ້ເຖິງການຊ່ອຍເຫຼືອທາງດ້ານຈິດໃຈ ຫຼື ການຊ່ອຍເຫຼືອປະເພດໃດໆກ່ຽວກັບຄວາມຮູ້ສຶກ ເຊັ່ນວ່າ ຄວາມຮູ້ສຶກຊຶມເສົ້າ ຫຼື ຄວາມວິຕົກກັງວົນ.”

ທ່ານນາງກ່າວຕື່ມວ່າ ທ່ານນາງໄດ້ພົບປະກັບບັນດາຜູ້ອຳນວຍຄວາມສະດວກແລະຜູ້ບັນທຶກ ນຶ່ງມື້ກ່ອນວັນງານລ້ຽງ ເພື່ອອະທິບາຍກ່ຽວກັບ 4 ຄຳຖາມດັ່ງກ່າວນັ້ນ ແລະໄດ້ໄຈ້ແຍກແຕ່ລະຄຳຖາມ ເພື່ອເບິ່ງວ່າ ຄວາມຕ້ອງການຂອງພວກເຂົາແມ່ນຫຍັງ, ມີໂຄງການຫຍັງໃນປັດຈຸບັນທີ່ຈະຊ່ອຍເຫຼືອພວກເຂົາເຈົ້າໄດ້ ແລະສິ່ງຕ່າງໆ ຫຼືຄືວ່າ ຄວາມຜູກພັນໃນຊີວິດຂອງພວກຜູ້ເຂົ້າຮ່ວມ ທີ່ຊ່ອຍເຮັດໃຫ້ຫລຸດຜົນຈາກຄວາມທ້າທາຍທາງຈິດໃຈຂອງເຂົາເຈົ້າໄດ້.

ຊາວລາວອາເມຣິກັນ ເຂົ້າຮ່ວມໃນງານລ້ຽງພົບປະເພື່ອຮັບຟັງຄວາມເຫັນ ກ່ຽວກັບເລື້ອງສຸຂະພາບທາງຈິດ ທີ່ຈັດຂຶ້ນໂດຍ ອົງການທີ່ບໍ່ຫວັງຜົນກຳໄລ SEARAC ແລະ FIRM.
ຊາວລາວອາເມຣິກັນ ເຂົ້າຮ່ວມໃນງານລ້ຽງພົບປະເພື່ອຮັບຟັງຄວາມເຫັນ ກ່ຽວກັບເລື້ອງສຸຂະພາບທາງຈິດ ທີ່ຈັດຂຶ້ນໂດຍ ອົງການທີ່ບໍ່ຫວັງຜົນກຳໄລ SEARAC ແລະ FIRM.

ສ່ວນທ່ານນາງວິກກີ ຄຳພາ ຈາກອົງການ FIRM ເປັນຜູ້ນຶ່ງທີ່ມີຫຼາຍໜ້າທີ່ຮັບຜິດຊອບໃນງານ ທີ່ລວມມີການປະສານງານລະຫວ່າງບັນດາຜູ້ເຂົ້າຮ່ວມໃນງານ ແລະເຈົ້າໜ້າທີ່ຂອງອົງການ SEARAC ພ້ອມທັງຄະນະນັກສະແດງວັດທະນະທຳລາວ ແລະເລື້ອງອາຫານການກິນ ນອກຈາກນັ້ນ ທ່ານນາງຍັງເປັນຜູ້ດຳເນີນລາຍການ ແລະຜູ້ອຳນວຍຄວາມສະດວກແກ່ຜູ້ເຂົ້າຮ່ວມນຳດ້ວຍ. ທ່ານນາງໄດ້ໃຫ້ສຳພາດຜ່ານໂທລະສັບກັບວີໂອເອລາວ ວ່າ “ພວກຜູ້ເຖົ້າທີ່ໄດ້ມາຮ່ວມໃນງານ ດີອົກດີໃຈຫຼາຍ ແລະໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບເລື້ອງສຸຂະພາບທາງຈິດ ແລະວິທີຮັກສາ ແລະສະຖານທີ່ບໍລິການຮັກສາບັນຫາທາງຈິດ ແລະພວກເພິ່ນຢາກໃຫ້ມີງານລ້ຽງແບບນີ້ຕື່ມອີກ.”

XS
SM
MD
LG