ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ SEARAC ແລະ FIRM ຈັດງານພົບປະຮັບຟັງ ໃນເລື້ອງສຸຂະພາບທາງຈິດ ກັບຊຸມຊົນຊາວລາວ ໃນເມືອງແຟຣສໂນ ລັດຄາລີຟໍເນຍ


ໃບປິວງານຊຸມນຸມພົບປະເພື່ອຮັບຟັງ ກ່ຽວກັບເລື້ອງສຸຂະພາບທາງຈິດ ຈັດຂຶ້ນໂດຍອົງການ SEARAC ແລະ FIRM ສຳລັບຊຸມຊົນຊາວລາວ ໃນເມືອງແຟຣສໂນ ລັດຄາລີຟໍເນຍ.
ໃບປິວງານຊຸມນຸມພົບປະເພື່ອຮັບຟັງ ກ່ຽວກັບເລື້ອງສຸຂະພາບທາງຈິດ ຈັດຂຶ້ນໂດຍອົງການ SEARAC ແລະ FIRM ສຳລັບຊຸມຊົນຊາວລາວ ໃນເມືອງແຟຣສໂນ ລັດຄາລີຟໍເນຍ.

ອົງການສູນກາງຊ່ວຍເຫຼືອສັງຄົມ ແລະບຸກຄົນທົ່ວໄປ ເຂດເອເຊຍຕາເວັນອອກ ສຽງໃຕ້ ທີ່ບໍ່ຫວັງຜົນກຳໄລ ເອີ້ນຫຍໍ້ວ່າ SEARAC ໂດຍມີສຳນັກງານໃຫຍ່ຕັ້ງຢູ່ໃນນະຄອນຫຼວງ ວໍຊິງຕັນຂອງສະຫະລັດ ຊຶ່ງອົງການນີ້ ແລະ ອົງການ Fresno Interdenominational Refugee Ministries ຫຼື FIRM ໄດ້ຮ່ວມກັນຈັດງານທີ່ເອີ້ນວ່າ Listening Session for Laotian Community ໃນວັນທີ 25 ກຸມພາ 2023 ຜ່ານມານີ້ ວີໂເອລາວ ໄດ້ສຳພາດກັບ ຜູ້ຈັດການໂຄງການປະຈຳລັດຄາລີຟໍເນຍ ຂອງອົງການ SEARAC ທ່ານນາງ ຖຸຍ ໂດ ກ່ຽວກັບງານດັ່ງກ່າວ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່ໃນເວັບໄຊຂອງອົງການ SEARAC ກ່າວວ່າ ຕົນເພັ່ງເລັງໃສ່ໃນເລື້ອງຕ່າງໆທີ່ມີຜົນກະທົບໂດຍສະເພາະເຈາະຈົງໃນຄອບຄົວຂອງຊາວອາເມຣິກັນເຊື້ອສາຍເອເຊຍຕາເວັນອອກສຽງໃຕ້ ຫຼືເອີ້ນຫຍໍ້ວ່າ SEAA ທີ່ກ່ຽວຂ້ອງກັບການສຶກສາ ອົບພະຍົບ ສຸຂະພາບແລະໄວຊະລາ. ອົງການນີ້ ລົນນະລົງໃນທັງລະດັບຊາດ ແລະຢູ່ໃນລັດຄາລີຟໍເນຍ ເພື່ອໃຫ້ມີນະໂຍບາຍຕ່າງໆທີ່ຕອບສະໜອງ ແລະເພື່ອຄວາມກ້າວໜ້າ ທີ່ຈະຍົກລະດັບຊີວິດການເປັນຢູ່ໃນຊຸມຊົນຕ່າງໆຂອງພວກເຮົາ. ບົດລາຍງານແລະເຄື່ອງມືຕ່າງໆຂອງພວກເຮົາ ມີເລື້ອງລາວຕ່າງໆທີ່ສຳຄັນໆ ແລະຂໍ້ມູນດ້ານສະຖິຕິກ່ຽວກັບຊຸມຊົນຕ່າງໆຂອງພວກເຮົາ ໃນຫົວຂໍ້ດັ່ງຕໍ່ໄປນີ້: ອົບພະຍົບ ການສຶກສາ ສຸຂະພາບແລະໄວຊະລາ ແລະສະເພາະເຈາະຈົງ ໃນລັດຄາລີຟໍເນຍ.

ງານພົບປະຮັບຟັງ ສຳລັບປະຊາຄົມຊາວລາວ ໃນເມືອງແຟຣສໂນ ລັດຄາລີຟໍເນຍ, ວັນທີ 25 ກຸມພາ 2023 ແລະບັນດາສະມາຊິກຂອງອົງການ SEARAC ແລະ FIRM.
ງານພົບປະຮັບຟັງ ສຳລັບປະຊາຄົມຊາວລາວ ໃນເມືອງແຟຣສໂນ ລັດຄາລີຟໍເນຍ, ວັນທີ 25 ກຸມພາ 2023 ແລະບັນດາສະມາຊິກຂອງອົງການ SEARAC ແລະ FIRM.

ໃນລາຍງານຂອງວີໂອເອລາວ ເຮົາຈະນຳເອົງເລື້ອງກ່ຽວກັບການລົນນະລົງຂອງອົງການ SEARAC ຕໍ່ສິດໃນການຮັກສາປິ່ນປົວໃຫ້ຫາຍຂາດ ໃນດ້ານສຸຂະ ພາບທາງຈິດຂອງຊາວ SEAA ໃນລັດຄາລີຟໍເນຍ ຊຶ່ງໃນປີ 2019 ອົງການ SEARAC ໄດ້ເກັບກຳເອົາຄຳຕອບຂອງການສຳຫຼວດເກືອບ 250 ສະບັບຈາກຊາວ SEAA ໃນທົ່ວລັດຄາລີຟໍເນຍ ທີ່ໄດ້ໃຫ້ຄວາມເຫັນ ກ່ຽວກັບຄວາມຕ້ອງ ການຂອງພວກເຂົາເຈົ້າ ດ້ານສຸຂະພາບທາງຈິດ, ຄວາມທ້າທາຍຕ່າງໆທີ່ພວກເຂົາເຈົ້າໄດ້ປະເຊີນທາງດ້ານວັດທະນະທຳ ແລະພາສາ ໃນການເຂົ້າຫາການຮັກສາທີ່ເໝາະສົມ ແລະໃນດ້ານວິໄສທັດຂອງພວກເຂົາເຈົ້າສຳລັບລະບົບສຸຂະພາບທາງຈິດ ໃນລັດຄາລີຟໍເນຍ.

ອົງການ SEARAC ສາຂາໃນລັດຄາລີຟໍເນຍ ໄດ້ໃຫ້ການຊ່ວຍເຫຼືອຊາວ SEAA ຢູ່ໃນເມືອງຕ່າງໆຂອງລັດນີ້ ມາຍາວນານໃນຫຼາຍໆດ້ານ ໂດຍລວມມີນະໂຍບາຍບູລິມະສິດຕ່າງໆທີ່ໄດ້ກ່າວມາແລ້ວນັ້ນ ສຳລັບເລື້ອງສຸຂະພາບທາງຈິດ ກໍໄດ້ຮັບການຕອບສະໜອງ ຊຶ່ງອົງການນີ້ ກໍມີໂຄງການກ່ຽວກັບສຸຂະພາບທາງຈິດໃນແຕ່ລະປີ ສຳລັບປີ 2023 SEARAC ໂດຍການຮ່ວມມືກັບອົງການ FIRM ກໍໄດ້ຈັດງານລ້ຽງພົບປະຮັບຟັງສຳລັບຊາວອາເມຣິກັນເຊື້ອສາຍລາວ ໃນເມືອງແຟຣໂນ ເມືອວັນທີ 25 ກຸມພາ ຜ່ານມານີ້ ຊຶ່ງວີໂອເອລາວ ໄດ້ສຳພາດກັບຜູ້ຈັດການປະຈຳລັດຄາລີຟໍເນຍ ຂອງອົງການ SEARAC ທ່ານນາງຖຸຍ ໂດ ຊຶ່ງ ທ່ານນາງອະທິບາຍໃຫ້ຟັງກ່ຽວກັບງານດັ່ງກ່າວວ່າ: (ສຽງເປັນພາສາອັງກິດ)

“ນຶ່ງໃນໂຄງການຂອງພວກເຮົາແມ່ນເປັນເຈົ້າພາບຈັດງານໃນວັນເສົາ ທີ 25 ກັນຍາ ງານນັ້ນຈະເປັນການຊຸມນຸມກັນສຳລັບປະຊາຄົມຊາວລາວ ໂດຍຜ່ານອົງການ FIRM ຊຶ່ງພວກເຂົາເປັນອົງການກຸ່ມນິກາຍສາສະໜາຊາວອົບພະຍົບຂອງເມືອງແຟຣສໂນ ອົງການ FIRM ນີ້ ເປັນອົງການຈັດຕັ້ງທີ່ດີເລີດ ຊຶ່ງເຮັດວຽກກັບຊຸມຊົນຊາວເອເຊຍຕາເວັນອອກສຽງໃຕ້ ແລະກຸ່ມຊາວອົບພະຍົບຕ່າງໆ. ສຳລັບກິດຈະກຳນີ້ ພວກເຮົາຢາກມີການລົມກັນເພື່ອຮັບຟັງສຳລັບຜູ້ໃຫຍ່ ໂດຍສະເພາະພວກຜູ້ໃຫຍ່ຄົນລາວ ເພື່ອຮັບຟັງເລື້ອງກ່ຽວກັບປະສົບການຂອງພວກເຂົາເຈົ້າໃນການຊອກຫາລະບົບສຸຂະພາບຈິດ ໃນແຟຣສໂນ ແລະການບໍລິການໃນທ້ອງຖິ່ນ ແລະອົງການຕ່າງໆ ພຽງແຕ່ຢາກເບິ່ງວ່າ ປະສົບການຂອງພວກເຂົາ ແລະການຕອບສະໜອງ ເປັນແນວໃດ ແລະການສະໜັບສະໜຸນປະເພດໃດ ຢູ່ທີ່ນັ້ນ.”

ທ່ານນາງຖຸຍ ກ່າວອີກວ່າ “ການຕີຄວາມໝາຍສຳລັບສຸຂະພາບຈິດ ມັນສາມາດເປັນເລື້ອງມົນທິນ ຄືວ່າ ເປັນໂອກາດສຳລັບພວກເຮົາ ຄື SEARAC ແລະ CPEHN ມັນໝາຍເຖິງ California Pan Ethnic Health Network ເພື່ອໃຫ້ພວກເຮົາເຮັດວຽກຮ່ວມກັບ FIRM ແລະເພື່ອສະແດງໃຫ້ເຂົາເຈົ້າເຫັນ ວິທີທາງຫາແຫຼ່ງບໍລິການຕ່າງໆ ພ້ອມດ້ວຍການປູກຈິດສຳນຶກ ແລະການສຶກສາ ທີ່ວ່າພວກເຮົາເຮັດວຽກກັບຄູ່ຮ່ວມງານຂອງພວກເຮົາ ຊຶ່ງອັນນັ້ນເປັນງານນຶ່ງ ແລະເຮົາຈະມີການ ສະແດງບາງຢ່າງທາງດ້ານວັດທະນະທຳຕ່າງໆ ຜູ້ກ່າວຄຳປາໄສແລະພວກເຮົາ ຫວັງວ່າ ຈະມີສະມາຊິກຈາກສະພາ ທ່ານຮົວຄີນ ອາຣາມບູລາ (Joaquin Arambula) ມາຢ້ຽມຢາມ ສະນັ້ນຂ້ອຍຮູ້ສຶກຕື່ນເຕັ້ນທີ່ຈະມີໂອກາດນີ້.”

ວີໂອເອລາວ ຖາມທ່ານນາງວ່າ ມີຈັກຄົນແລ້ວ ທີ່ໄດ້ລົງທະບຽນຈະມາຮ່ວມໃນງານນີ້? ທ່ານນາງຕອບ (ເປັນພາສາອັງກິດ) ວ່າ:

“ອົງການ FIRM ໄດ້ຮັບຜິດຊອບກ່ຽວກັບເລື້ອງນັ້ນ ແລະຈາກລາຍງານທີ່ເຂົາໄດ້ໃຫ້ຂ້ອຍເບິ່ງຄັ້ງຫຼ້າສຸດ ມີຄົນລົງທະບຽນເກີນກວ່າ 50 ຄົນແລ້ວ ຜູ້ທີ່ປະສານງານໃນການບັນທຶກລົງທະບຽນນັ້ນ ພວກເຂົາຈະລົງທະບຽນໃຫ້ຜູ້ທີ່ເຂົ້າມາ ຫຼືໂທມາລົງທະບຽນກໍໄດ້.”

ເລື້ອງສຸຂະພາບທາງຈິດເປັນເລື້ອງທີ່ຄົນສ່ວນໃຫຍ່ໂດຍສະເພາະ ຊາວ SEAA ບໍ່ຄ່ອຍຢາກຈະເປີດເຜີຍໃຫ້ຄົນອື່ນຟັງ ດັ່ງນັ້ນວີໂອເອລາວ ຈຶ່ງຖາມທ່ານນາງຖຸຍ ວ່າ ມີວິທີແນວໃດທີ່ຈະເຮັດໃຫ້ຄົນລາວເວົ້າເລື້ອງທີ່ລະອຽດອ່ຽນໃຫ້ຟັງ? ທ່ານນາງຕອບວ່າ: (ສຽງເປັນພາສາອັງກິດ)

“ເຮົາເນັ້ນໜັກໃສ່ດ້ານວັດທະນະທຳ ພຽງໃຫ້ເໝາະສົມດ້ານວັດທະນະທຳ ແລະໃຫ້ຮອບຮູ້ ງານນີ້ເປັນເຈົ້າພາບຈັດໂດຍ FIRM ພະນັກງານຂອງເຂົາເຈົ້າເວົ້າໄດ້ສອງພາສາ ສະນັ້ນເຂົາເຈົ້າກໍໄດ້ຈັດງານພົບປະຮັບຟັງຢູ່ສະຖານທີ່ຂອງພວກເຂົາເຈົ້າມາກ່ອນແລ້ວ ດັ່ງນັ້ນພວກສະມາຊິກໃນຊຸມຊົນລາວ ທີ່ຈະມາຮ່ວມກໍມີຄວາມເຊື່ອໝັ້ນມາກ່ອນແລ້ວ ເຂົາເຈົ້າເຂົ້າໃຈວ່າ ຈະມີຄວາມນັບຖືຢູ່ໃນພື້ນທີ່ແຫ່ງນີ້ ສະນັ້ນພວກເຮົາກໍໄດ້ເຮັດວຽກຢ່າງຫ້າວຫັນໃນຫຼາຍເດືອນຜ່ານມາເພື່ອຄິດຄົ້ນຄຳຖາມໃຫ້ມັນບໍ່ແຕະຕ້ອງຈິດໃຈ ແລະສະແດງໃຫ້ເຫັນວ່າ ມີຄວາມເຂົ້າໃຈນຳກັນວ່າ ອັນນີ້ບໍ່ແມ່ນສິ່ງງ່າຍທີ່ຈະເວົ້າກ່ຽວກັບມັນ ແລະພວກເຮົາວາງແຜນທີ່ຈະຈັດເປັນກຸ່ມນ້ອຍໆ ເພື່ອສາມາດໃຫ້ມີຄວາມເປັນສ່ວນຕົວຫຼາຍຂຶ້ນ.”

ງານພົບປະຮັບຟັງ ຫຼື Listening Session ກໍໄດ້ສຳເລັດເສັດສິ້ນໄປແລ້ວ ຊຶ່ງປັດຈຸບັນນີ້ ອົງການ SEARAC ແລະ FIRM ກຳລັງສະຫລຸບຜົນການຈັດງານດັ່ງກ່າວ ແລະວີໂອເອລາວຈະນຳເອົາລາຍງານຜົນທີ່ອອກມາ ແລະຄຳເຫັນຕ່າງໆ ຂອງຊາວອາເມຣິກັນເຊື້ອສາຍລາວ ມາສະເໜີທ່ານອີກ.

XS
SM
MD
LG