ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອເຊຍຕາເວັນອອກສຽງໃຕ້ ຈະທົບທວນ ແຜນການສ້າງໂຮງໄຟຟ້ານີວເຄລຍ


ພວກເປະທ້ວງຕໍ່ຕ້ານນີວເຄລຍທີ່ໃສ່ໜ້າກາກຜີ ພາກັນເດີນຂະບວນຢູ່ໃກ້ໆທໍານຽບປະທານາທິບໍດີ ໃນນະຄອນຫລວງມະນີລາ ປະເທດຟີລິບປີນ, ວັນທີ 15 ມີນາ 2011. REUTERS/Erik de Castro.
ພວກເປະທ້ວງຕໍ່ຕ້ານນີວເຄລຍທີ່ໃສ່ໜ້າກາກຜີ ພາກັນເດີນຂະບວນຢູ່ໃກ້ໆທໍານຽບປະທານາທິບໍດີ ໃນນະຄອນຫລວງມະນີລາ ປະເທດຟີລິບປີນ, ວັນທີ 15 ມີນາ 2011. REUTERS/Erik de Castro.

ເຫດສຸກເສີນດ້ານນີວເຄລຍທີ່ເກີດຂຶ້ນຢູ່ຍີ່ປຸ່ນນັ້ນ ໄດ້ກໍ່ໃຫ້ເກີດມີການອະພິປາຍກັນອີກ​ເທື່ອໃໝ່ ກ່ຽວກັບຄວາມປອດໄພພະລັງງານນີວເຄລຍຢູ່ໃນຂົງ ເຂດເອເຊຍປາຊິຟິກ ທີ່ອາດເປັນ​ເຂດ​ທີ່​ມັກ​ປະສົບ​ກັບໄພພິບັດທໍາມະຊາດ ຫລາຍທີ່ສຸດຂອງໂລກກໍ​ວ່າ​ໄດ້. ຄວາມຈິງແລ້ວ ​ເວລາ​ນີ້ຂົງເຂດເອເຊຍຕາເວັນອອກສຽງໃຕ້ ບໍ່ມີໂຮງໄຟຟ້ານີວເຄລຍ ທີ່ກໍາລັງ​ໃຊ້ການຢູ່ ແຕ່ວ່າ ພວກປະເທດສ່ວນ​ໃຫຍ່ໃນຂົງເຂດ ພາກັນວາງແຜນການ ທີ່ຈະສ້າງໂຮງໄຟຟ້ານີວເຄລຍ ໂດຍບໍ່ຄໍານຶງເຖິງເຫດສຸກເສີນຢູ່​ໃນ​ຍີ່ປຸ່ນ.

ປະເທດອິນໂດເນເຊຍ ມາເລເຊຍ ໄທ ແລະຫວຽດນາມ
ຕ່າງ​ກໍ​ມີແຜນການທີ່ຈະສ້າງໂຮງໄຟຟ້ານີວເຄລຍໃນ​ໄລຍະ
ສິບປີຕໍ່ໜ້ານີ້ ແລະປະເທດອື່ນໆອີກໃນຂົງເຂດເອເຊຍຕາ
ເວັນອອກສຽງໃຕ້ນັ້ນ ກໍຫວັງ​ວ່າຈະປະຕິບັດ​ຕາມ.

ແຕ່ສະພາວະສຸກເສີນດ້ານນີວເຄລຍທີ່ເກີດຂຶ້ນຍ້ອນແຜ່ນ
ດິນໄຫວ ແລະຄື້ນຟອງສຸນາມິທີ່ຍີ່ປຸ່ນໃນບໍ່ເທົ່າໃດມື້ຜ່ານ
ມານີ້ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມປອດ
ໄພຂອງການພັດທະນາກະແສໄຟຟ້າຈາກພະລັງງານນີວ
ເຄລຍ ໂດຍສະເພາະໃນພວກປະເທດທີ່ບໍ່ເຂັ້ມແຂງໃນ
ຫລາຍໆດ້ານ ​ໃນ​ການ​ຕ້ານທານ​ກັບໄພພິບັດທໍາມະຊາດ.
ຂົງເຂດເອເຊຍປາຊິຟິກນັ້ນ ​ແມ່ນປະສົບ​ກັບ​ໄພແຜ່ນດິນ
ໄຫວ ພາຍຸເຂດຮ້ອນ ຝົນມໍ​ລະ​ສຸມ ນໍ້າຖ້ວມ ແລະດິນ ເຈຶ່ອນຖະຫລົ່ມ ໃນທຸກໆປີ.

ລຸນຫລັງເກີດເຫດຫາ​ຍະ​ນະດັ່ງກ່າວໃນຍີ່ປຸ່ນນັ້ນ ບັນດາ
ເຈົ້າໜ້າທີ່ ແລະພວກນັກເຄຶ່ອນໄຫວທັງຫລາຍໃນຂົງເຂດ
ກໍພາກັນຮຽກຮ້ອງໃຫ້ມີການທົບທວນຄວາມຄິດທີ່ຈະສ້າງໂຮງໄຟຟ້າທີ່ໃຊ້ພະລັງງານນີວ ເຄລຍນັ້ນຄືນໃໝ່.

ທ່ານ ຫວັງ ຮູ ດັນ ປະທານກໍາມາທິການພະລັງງານປະລະມະນູຂອງ ຫວຽດນາມ ກ່າວວ່າ ປະເທດຂອງທ່ານກໍກໍາລັງສິ້ງຊອມຕິດຕາມ​ເບິ່ງເຫດການສຸກເສີນດ້ານນີວເຄລຍ​ໃນ​ຍີ່ປຸ່ນຢູ່
ຢ່າງ​ໃກ້ຊິດ ແລະກໍຮູ້​ດິເຖິງຄວາມເປັນຫ່ວງຂອງມະຫາຊົນນັ້ນ ແຕ່ທ່ານກ່າວວ່າ ພວກທ່ານ
ບໍ່ຄາດໝາຍວ່າ ມັນຈະບໍ່ສົ່ງຜົນສະທ້ອນແຕ່ຢ່າງໃດຕໍ່​ແຜນການ​ຈະສ້າງໂຮງໄຟຟ້ານີວເຄລຍ
ຂຶ້ນຢ່າງໜ້ອຍ 8 ແຫ່ງນັັ້ນ.

ທ່ານ ຫວັງ ກ່າວຕື່ມວ່າ ພວກທ່ານຈະນໍາໃຊ້ເທັກໂນໂລຈີ່ນີວເຄລຍສູດໃໝ່ຫລ້າສຸດ ຊຶ່ງ
ທ່ານກ່າວວ່າ ມັນຈະມີຄວາມປອດໄພຫລາຍກວ່າເທັກໂນໂລຈີ່ ສູດເກົ່າ ທີ່ໃຊ້ກັນຢູ່ໂຮງ
ໄຟຟ້າ Fukushima Daiichi ຂອງຍີ່ປຸ່ນນັ້ນ. ທ່ານ ຫວັງ ກ່າວຕໍ່ໄປວ່າ:

“ພວກເຮົາຈະເລືອກເອົາເທັກໂນໂລຈີສູດທີ່ວ່າທັນສະ​ໄໝທີ່ສຸດ ຄືໝາຍຄວາມ
ວ່າພວກເຮົາອາດຈະເລືອກ​ເອົາ​ເທັກ​ໂນ​ໂລ​ຈີ ລຸ້ນສາມ ຫລືສູງ​ກ່ວາສາມ. ມັນ
ຈະ​ຕ້ານທານ​ໄດ້ດີຫລາຍ ເວລາ​ເກີດເຫດແຜ່ນດິນໄຫວ ດັ່ງທີ່ເຮົາເຫັນກັນຢູ່ ໃນຍີ່ຢຸ່ນນັ້ນ.”

ສັດສ່ວນຂອງພະລັງໄຟຟ້ານິວເຄລຍ ທີ່ແຕ່ລະປະເທດຜະລິດອອກໃຊ້ ໃນໂລກ.
ສັດສ່ວນຂອງພະລັງໄຟຟ້ານິວເຄລຍ ທີ່ແຕ່ລະປະເທດຜະລິດອອກໃຊ້ ໃນໂລກ.
ທ່ານຫວັງກ່າວຕື່ມວ່າ ພວກ
ທ່ານວາງແຜນຈະລົງມືສ້າງໂຮງ
ໄຟຟ້ານີວເຄລຍແຫ່ງທໍາອິດ
ຂອງຫວຽດນາມ ໃນອີກສາມ
ປີຂ້າງໜ້າ. ສ່ວນ​ປະ​ເທດໄທນັ້ນ
ກໍມີແຜນການຈະສ້າງໂຮງໄຟຟ້າ
ນີວເຄລຍ​ໃຫ້​ໄດ້ ຫລາຍເຖິງ 5
ແຫ່ງ ພາຍໃນປີ 2025.

ລຸນຫລັງ​ເກີດເຫດສຸກເສີນນີວ
ເຄລຍໃນຍີ່ປຸ່ນ ລັດຖະບານໄທ
ກ່າວວ່າຕົນຈະໃຫ້ການພິຈາລະ
ນາ ແກ່​ເລື້ອງຄວາມເປັນຫ່ວງ
ກ່ຽວກັບຄວາມປອດໄພດ້ານ
ນີວເຄລຍນັ້ນ ຂະນະ​ທີ່​ບັນຫາ
ນີ້ກາຍມາເປັນຈຸດເພັ່ງເລັງຂອງ ມະຫາຊົນຫລາຍເພີ່ມຂຶ້ນ.

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ທ່ານປານິທານ ວັທະນະຢາກອນ ໂຄສົກລັດຖະບານໄທກ່າວວ່າ
ບັນຫາ​ນີ້ຈະບໍ່ຊັກຊ້າຫລືຖ່ວງດຶງການພັດທະນາໂຮງໄຟ ຟ້ານີວເຄລຍຂອງ​ໄທແຕ່ຢ່າງໃດ.
ທ່ານ​ປະ​ນິທານ​ເວົ້າ​ວ່າ

“ຂ້າພະ​ເຈົ້າຄິດ​ວ່າ ຫລາຍໆ​ລັດຖະບານ​ກໍອາດ​ຈະ ຕ້ອງ​ການຂໍ້​ມູນເພີ່ມ​ຕື່ມ​ກ່ຽວ​
ກັບເລື້ອງນີ້ ຈົນ​ກວ່າ​ວ່າ​ພວກ​ເຮົາ​ຈະໄດ້​ຮູ້​ຢ່າງ​ຄັກ​ແນ່​ ກ່ຽວ​ກັບ​ສິ່ງ​ທີ່​ໄດ້ເກີດ​ຂຶ້ນ​
ໃນ​ຍີ່ປຸ່ນ​ນັ້ນ. ດັ່ງ​ນັ້ນ ຂ້າພະ​ເຈົ້າຈຶ່ງຄິດ​ວ່າ “ແມ່ນ​ແລ້ວ ພວກ​ເຮົາ​ຈະ​ດໍາ​ເນີນ​
ການ​ຕໍ່​ໄປ.” ​ແນ່ນອນ​ວ່າ​ ມັນ​ສ້າງ​ຄວາມ​ເປັນ​ຫ່ວງ​ຢູ່​ແດ່ ​ແຕ່​ຄວາມ​ເປັນ​ຫ່ວງ​
ເຫລົ່າ​ນີ້​ບໍ່​ແມ່ນເລຶ່ອງ​ໃໝ່ ຊຶ່ງ​ກໍ​ຫວັງ​ຢ່າງ​ຍິ່ງ​ວ່າ ຄະນະ​ກໍາມະການ​ຂອງ​ພວກ​
ເຮົາ​ທີ່​ກໍາລັງປະ​ຕິ​ບັດ​ງານ​ກ່ຽວ​ກັບບັນຫາ​ນີ້ ຈະ​ສາມາດ​ຊີ້​ແຈງ​ກ່ຽວກັບຮູບ​ການ​
ຂອງ​ບັນຫານີ້​ ​ໃຫ້​ພວກ​ເຮົາຊາບ ຢ່າງ​ຄົບຖ້ວນ​ສົມ​ບູນ.”

ທ່ານ​ໂຄສົກ​ປະ​ນິທານ ກ່າວ​ຕໍ່​ໄປ​ວ່າ ຖ້າ​ຫາກ​ຈະມີ​ການ​ຊັກ​ຊ້າ​ໃດໆ​ໃນ​ແຜນການ​ສ້າງ​ໂຮງ​
ໄຟຟ້າ​ນີວ​ເຄລຍຂອງ​ໄທ​ນັ້ນ ກໍ​ແມ່ນ​ຈະມີ​ສາ​ເຫດ​ມາ​ຈາກຄວາມຫຍຸ້ງ​ຍາກ​ທາງ​ວິ​ຊາ​ການ
ແລະ​ການ​ສຶກສາ​ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້ ບໍ່​ແມ່ນ​ມາຈາກ​ປະຕິກິລິຍາຕໍ່​ເຫດ​ສຸ​ກ​ເສີນ​ນີວ
ເຄລຍ​ ໃນ​ຍີ່ປຸ່ນ​ນັ້ນ ​ແຕ່​ຢ່າງ​ໃດ.

ສ່ວນທ່ານ Carl Thayer ຜູ້​ຊ່ຽວຊານ​ດ້ານ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ທີ່ມະຫາ​
ວິທະຍາ​ໄລ New South Wales ຂອງອອສ​ເຕຣ​ເລຍ ກ່າວ​ວ່າ ເຫດການ​ສຸກ​ເສີນໃນ​ຍີ່
ປຸ່ນ​ນັ້ນ ອາດ​ເຮັດ​ໃຫ້​ມີ​ການ​ທົບ​ທວນຄືນ​ໃໝ່​ກ່ຽວ​ກັບການວາງ​ແຜນດ້ານຄວາມ​ປອດ​ໄພ
ສໍາລັບ​ຄວາມ​ສ່ຽງ​ຕ່າງໆ​ທາງ​ດ້ານ​ນີວ​ເຄລຍ ຢູ່ໃນ​ບາງປະ​ເທດ ​ແຕ່​ທ່ານ​ກ່າວ​ອີກ​ວ່າຄວາມ
ຮຽກຮ້ອງ​ຕ້ອງການດ້ານ​ກະ​ແສ​ໄຟຟ້າ ​ທີ່​ກໍາລັງ​ເຕີບ​ໂຕຂື້ນ​ນັບ​ມື້​ແລະຢ່າງ​ໄວ ໃນ​ຂົງ​ເຂດ​
ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນ ໝາຍ​ເຖິງ​ການ​ມີ​ທາງ​ເລືອກ​ອື່ນ​ໜ້ອຍ​ຫລາຍ ແທນ​ພະລັງ
ງານ​ນີວ​ເຄລຍນັ້ນ. ທ່ານ Thayer ກ່າວ​ວ່າ

“ເຂົາ​ເຈົ້າ​ສາມາດ​ສ້າງເຂຶ່ອນ​ໄຟຟ້າ​ນໍ້າຕົກ ​ສາມາດ​ຜະລິດເຊື້ອ​ໄຟ​ຊີວະ​ພາບ
ສາມາດ​ໃຊ້​ພະລັງງານ​ລົມ​ໄດ້ ​ແຕ່​ເນຶ່ອງຈາກ​ວ່າ ພວກປະ​ເທດເຫລົ່າ​ນັ້ນ​ ມີເສດ​
ຖະກິດ​ທີ່​ເຕີບ​ໃຫຍ່​ຂະຫຍາ​ຍໂຕ​ຂຶ້ນ​ເລື້ອຍໆ ການ​ອຸບປະ​ໂພ​ກບໍລິ​ໂພ​ກຖີບຕົວ​ສູງ​
ຂື້ນ​ນັບມື້ ປະຊາຊົນ​ມີ​ຖານະ​ດີ​ຂຶ້ນ​ແລະ​ພາກັນ​ຊົມ​ໃຊ້​ເຄຶ່ອງອຸປກອນໃນ​ບ້ານ ທີ່​ດີ​
ແລະ​ທັນ​ສ​ະ​ໄໝ​ຫລາຍ​ຂື້ນ​ ທີ່​ໃຊ້​ກະ​ແສ​ໄຟຟ້າ ຊຶ່ງ​ທັງ​ໝົດ​ນັ້ນເປັນສິ່ງ​ທີ່​ພວກ​ປະ​
ເທດ​ເຫລົ່າ​ນີ້ ຕ້ອງ​ໄດ້ຫາ​ທາງ​ຍັບ​ຍັ້ງ​ໄວ້​ລ່ວງ​ໜ້າ ​ເພື່ອບໍ່ໃຫ້ນໍາພາໄປ​ສູ່ຄວາມ​
ຮຽກຮ້ອງ​ຕ້ອງການພະລັງງານ ໃນ​ປະລິມານມະຫາສານນັ້ນ.”

ໂຮງ​ໄຟຟ້າທີ່ ບາ​ຕະອານ ຂອງ​ຟິລິບ​ປິນ ຊຶ່ງ​ສ້າງ​ຂຶ້ນໃນ​ຊຸມ​ປີ 1980 ນັ້ນ ​ແມ່ນເປັນ​ໂຮງ
ໄຟຟ້າ​ນີວ​ເຄລຍ​ແຫ່ງ​ດຽວ​ເທົ່າ​ນັ້ນ​ໃ​ນຂົງ​ເຂດ​ເອ​ເຊ​ຍ ​ແຕ່ຍ້ອນຄວາມ​ເປັນ​ຫ່ວງ​ກັນ​ກ່ຽວ​ກັບ​
ໄພ​ແຜ່ນດິນ​ໄຫວ ​ແລະ​ພູ​ໄຟ​ທີ່ຢູ່ໃກ້​ໆ​ນັ້ນ ໂຮງ​ໄຟຟ້າດັ່ງກ່າວ ກໍ​ເລີຍ​ບໍ່​ໄດ້​ເປີດ​ໃຊ້ຈັກ​ເທື່ອ.
ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ຟິລິບ​ປິນກໍ​ກໍາລັງ​ຄິດຈະ​ນໍາ​ເອົາໂຮງ​ໄຟຟ້າ​ນີ້​ ຄືນ​ມາໃຊ້ຢູ່
ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ພະລັງງານ​ຂອງ​ປະ​ເທດຂອງ​ຕົນ​ນັ້ນ.

XS
SM
MD
LG