ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ສາທາລະນະສຸກ ໃນເຂດເອເຊຍ ພະຍາຍາມຄວບຄຸມ ໄວຣັສ ມື ຕີນ ແລະປາກເປື່ອຍ


ນາຍຄູໄທ ກວດເບິ່ງປາກຂອງນັກຮຽນເພື່ອກວດເບິ່ງພະຍາດມື, ຕີນ ແລະປາກເປື່ອຍ ກ່ອນຈະເຂົ້າຫ້ອງຮຽນແຫ່ງນຶ່ງ ຢູ່ໃນນະຄອນຫລວງບາງກອກ ໃນວັນທີ 25 ກໍລະກົດ, 2012.

ບັນດາ​ນາຍ​ແພດ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກໍາລັງ​ຢູ່​ໃນ​ທ່າກຽມ​ຮັບ​ມືກັບການ ລະບາດ​ຂອງສາຍ​ພັນ​ນຶ່ງ​ຂອງໄວ​ຣັສຊະນິດ​ນຶ່ງ ທີ່​ພາ​ໃຫ້​ເປັນພະຍາດ​ມື ຕີນ ​ແລະ​ປາກ​ເປື່ອຍ ທີ່​​​ໄດ້​ເອົາ​ຊີວິດ​ພວກ​ເດັກນ້ອຍ​ໄປ ຫຼາຍ​ສິບຄົນ​ແລ້ວ​ ໃນ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ໃນໄລ​ຍະ​ບໍ່ ​ເທົ່າ​​ໃດ​ເດືອນ​ຜ່ານ​ມາ​ນີ້. Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ວ່າ ພວກ​ເຈົ້າໜ້າ​ທີ່ການ​ແພດ​ກ່າວ​ວ່າ ລະດັບ​ຂອງ​ການ​ລະບາດຂອງພະຍາດ​ດັ່ງກ່າວ​ນັ້ນ​ຍັງ​ບໍ່​ເຖິງ​ຈຸດ​ສູງສຸດເທື່ອ. ທອງ​ປານມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​.

ລາຍງານ​ກ່ຽວ​ກັບ​ການ​ແຜ່​ລະບາດ​ຂອງເຊື້ອ​ໄວ​ຣັສທີ່​ພາ​ໃຫ້​ເປັນ​ໂຣກ​ມື ຕີນ ​ແລະ​ປາກ​ເປື່ອຍ ຫຼື HFMD ​ໄດ້ໂຜ່​ຂຶ້ນ​ມາ ຢູ່ໃນ​ປະ​ເທດ​ຕ່າງໆ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ ເມື່ອ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ສ່ວນ​ໃຫຍ່​ແມ່ນ​ພວກ​ເດັກ​ນ້ອຍ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ທີ່​ສຸດ.

ປະ​ເທດທີ່​ຖືກ​ກະທົບ​ຮ້າຍ​ແຮງ​ກວ່າ​ໝູ່ ຄື​ຈີນ ທີ່​ມີ​ຜູ້​ເປັນ​ພະຍາດ​ນີ້​ຫລາຍກວ່າ ນຶ່ງ​ລ້ານ​ສອງ​ແສນ​ຄົນ ​ແລະເສຍ​ຊີວິດ 350 ກວ່າ​ຄົນ.

ບັນດາ​ເຈົ້າໜ້າ​ທີ່​ການ​ແພດ​ໃນ​ຍີ່ປຸ່ນ ຮ່ອງກົງ ​ເກົາຫຼີ​ໃຕ້ ມາ​ເລ​ເຊຍ ສິງ​ຄະໂປ ​ໄທ ​ໃຕ້​ຫວັນ ​ແລະ​ຫວຽດນາມ​ ປະ​ເທດ​ເຫລົ່າ​ນີ້​ທັງ​ໝົດ​ ​ຕ່າງ​ກໍ​ໄດ້​ລາຍ​ງານໃຫ້​ຊາບ​ກ່ຽວ​ກັບ​ກໍລະນີ​ຜູ້​ປ່ວຍ​ເປັນ​ໂຣກນີ້ ຊຶ່ງສ່ວນ​ໃຫຍ່​ແມ່ນ​ພວກ​ເດັກນ້ອຍ​ທີ່​ມີ​ອາ​ຍຸ​ຕໍ່າ​ກວ່າ 10 ປີ.

ຢູ່​ຫວຽດນາມນັ້ນ ມີ​ເດັກນ້ອຍ​ເປັນ​ພະຍາດ​ນີ້​ຫລາຍເຖິງ 63,000 ຄົນ ໃນ​ນັ້ນ 30 ຄົນ​ເສ​ຍ
ຊີວິດ ​ໃນ​ຂະນະ​ທີ່​ສິງ​ຄະ​ໂປລາຍ​ງານ​ວ່າ ມີເດັກນ້ອຍ 26,000 ຄົນ ຕິດ​ເຊື້ອ​ໄວຣັສດັ່ງກ່າວ.

ພະຍາດ HFMD ​ເປັນ​ພະຍາດ​ມີ​ຢູ່​ທົ່ວ​ໄປ ​ແລະຕິດ​ຕໍ່​ກັນ​ໄດ້​ງ່າຍໃນ​ກຸ່ມ​ເດັກນ້ອຍ ​ແຕ່​ບັນດາ
​ນັກ​ຄົ້ນຄວ້າກໍ​ຍັງ​ພະຍາຍາມໃຫ້ຮຽນ​ຮູ້​ເຂົ້າ​ໃຈ ວ່າ​ດ້ວຍ​ເຫດໃດ ອັດຕາ​ການ​ຕິດ​ເຊື້ອ​ໃນ​ປີ​ນີ້​
ຈຶ່ງສູງ​ກວ່າ​ທີ່​ຜ່ານ​ມາ.

Dr. Brent Burkholder ​ເປັນຜູ້ຮັກສາ​ການ​ແທນ ​ຜູ້ຕາງໜ້າອົງການ​ອະນາ​ໄມ​ໂລກ​ ປະ​ຈໍາ
​ປະ​ເທດ​ໄທ. ທ່ານ Burkholder ກ່າວ​ວ່າ:

“ພວກ​ເຮົາ​ເຫັນ ​ອັດຕາ​ຄົນ​ຕິດ​ເຊື້ອ​ໄວ​ຣັສນີ້ ​ ສູງ​ກວ່າ​ອັດຕາ​ສະ​ເລ່ຍຂອງ​ປີຜ່ານ​ມາ​
ໜ້ອຍ​ນຶ່ງ ທີ່​ປະ​ເທດ​ໄທ ​ແຕ່​ກໍ​ຍັງ​ພົບ​ເຫັນ​ເຊ່ນ​ກັນວ່າ ​ໃນ​ປະ​ເທ​ດອື່ນໆ​ໃນ​ຂົງ​ເຂດ​ເ
ອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ​ເຊັ່ນ ສິງ​ຄະ​ໂປ ຫວຽດນາມ ​ແລະ​ປະ​ເທດ​ອື່ນໆ ກໍລາຍ
​ງານ​ວ່າ​ ມີອັດຕາ​ຜູ້ ຕິດ​ເຊື້ອ​ພະຍາດ​ນີ້ ສູ​ງກວ່າ​ຜ່ານ​ມາ​ໜ້ອຍ​ນຶ່ງ. ສະ​ນັ້ນ​ ຈຶ່ງຍັງ
​ບໍ່​ແຈ້ງ​ຂາວ​ເທື່ອ​ວ່າ​ ເປັນ​ຫຍັງຈຶ່ງ​ເປັນ​ເຊັ່ນ​ນີ້. ບາງ​ເທື່ອ​ມັນ​ອາດ​ເປັນ​ຍ້ອນ​ມີ​ການ​
ລາຍ​ງານ​ເພີ່ມ​ຂຶ້ນ ​ແລະບາງ​ເທື່ອອາດ​ເປັນ​ຍ້ອນ​ລັກສະນະ​ໝຸນ​ວຽນແຜ່ຜາຍ​ອອກ​ໄປ
ຂອງ​ເຊື້ອ​ໄວຣັສດັ່ງກ່າວ​ນີ້​ ກໍເປັນ​ໄດ້.”

ຄວາມ​ສົນ​ໃຈ​ໄດ້​ເພ່ງ​ເລັງ​ໄປ​ໃສ່​ທີ່​ກໍາປູ​ເຈຍ​ເມື່ອ​ຕົ້ນ​ເດືອນ​ນີ້ ​ເວລາ​ບັນ​ດາ​ເຈົ້າໜ້າ​ທີ່​ລາຍ​
ງານ​ວ່າ​ ມີ​ເດັກນ້ອຍ 60 ຄົນ​ກໍາລັງ​ຈະເສຍ​ຊີວິດ​ຍ້ອນພະຍາດ​ລຶກລັບ​ນີ້. ຕໍ່​ມາ ​ທາງ​ກະ
ຊວງ​ສາທາລະນະ​ສຸກ​ຂອງ​ກໍາປູ​ເຈຍແລະ ​ອົງການ​ອະນາໄມ​ໂລກ ຫຼື WHO ​ໄດ້​ອອກ
​ຖະ​ແຫຼ​ງການ​ຮ່ວມ​ສະ​ບັບນຶ່ງ ​ຢືນຢັນ​ວ່າ ພະຍາດ​ມື ຕີນ ​ແລະ​ປາກ​ເປື່ອຍ ​ໄດ້​ເອົາ​ຊີວິດ​
ເດັກນ້ອຍ​ໄປແລ້ວ 54 ຄົນ.

ບັນດາ​ນາຍ​ແພດ ​ໄດ້​ຖິ້ມ​ໂທດ​ອັດຕາ​ການ​ເສຍ​ຊີວິດ​ທີ່​ສູງ​ຂຶ້ນ​ ບາງ​ລາຍນັ້ນ ໃສ່​ພວກ​ສຸກ
ສາລາ​ ທີ່​ໃຊ້​ຢາ steroid ​ເພື່ອ​ປິ່ນປົວ​ຄົນ​ເຈັບ​ທີ່​ມີອາການ ​ເປັນ​ໄຂ້ ຮາກອອກ ຜືນ​ຄັນ
​ແລະເປັນ​ຕຸ່ມຜຸ​ພອງ. ຢາ steroid ນັ້ນ​ສ້າງ​ຄວາມ​ອ່ອນ​ແອ​ໃຫ້​ແກ່​ລະບົບ​ພູ​ມຕ້ານທານ
ເຊື້ອ​ໄວຣັສໃນ​ຮ່າງກາຍ.

ທ້າວ Dao Xuan T ຈາກແຂວງ Binh Duong ພາກໃຕ້ຂອງ ຫວຽດນາມ ເປັນພະຍາດ, ມື, ຕີນ ແລະປາກເປື່ອຍ (HFMD) ນອນຢູ່ຂ້າງແມ່ລາວ ທີ່ເຝົ້າລາວຈົນນອນຫລັບໄປຢູ່ໂຮງໝໍແຫ່ງ ນຶ່ງຢູ່ແຂວງ Dong Nai, ວັນທີ 24 ສິງຫາ, 2011.
ທ້າວ Dao Xuan T ຈາກແຂວງ Binh Duong ພາກໃຕ້ຂອງ ຫວຽດນາມ ເປັນພະຍາດ, ມື, ຕີນ ແລະປາກເປື່ອຍ (HFMD) ນອນຢູ່ຂ້າງແມ່ລາວ ທີ່ເຝົ້າລາວຈົນນອນຫລັບໄປຢູ່ໂຮງໝໍແຫ່ງ ນຶ່ງຢູ່ແຂວງ Dong Nai, ວັນທີ 24 ສິງຫາ, 2011.

​ແຕ່​ບັນດາ​ນັກ​ຄົ້ນຄວ້າ​ເຊື່ອ​ວ່າ ການ​ປິ່ນປົວ​ທີ່ບໍ່​ດີ ບໍ່​ແມ່ນ​ເປັນ​ພຽງເຫດຜົນ ​ເທົ່າ​ນັ້ນ​ຂອງການ​ເສຍ​ຊີວິດເພີ່ມຂຶ້ນ ຍ້ອນ​ເຊື້ອ​ໄວ​
ຣັສ HFMD. ທ່ານ ວິຕ ສຸວັນ​
ວານິດ​ຊະ​ກິດ ​ເປັນ​ພະນັກງານ​
ຄົ້ນຄວ້າ​ປະ​ຈໍາ​ໂຮງຮຽນສາທາ
ລະນະ​ສຸກ John Hopkins
Bloomberg. ​ທ່ານວິຕ​ເວົ້າ​ວ່າ:

“ໄວ​ຣັສພວກ​ນີ້​ເປັນ​ປະ​ເພດທີ່
​ໝຸນ​ວຽນ​ແຜ່​ຜາຍ​ຫລາຍ​ສົມ
ຄວນ ເປັນ​ເຊື້ອ​ໄວຣັສຊະນິດ
​ຕົ້ນໆ. ພວກ​ເດັກນ້ອຍ​ຈະ​ຕິດ
​ເຊື້ອ​ໄວ​ຣັສນີ້. ​ໃນ​ເວລາ​ສ່ວນ​ໃຫຍ່ແທ້ໆ​ແລ້ວ ມັນ​ຈະ​ມີ​ອາການ​ປ່ວຍ​ທີ່​ບໍ່​ເຈາະ​ຈົງ​ ຄືປ່ວຍ​ເປັນ
​ໄຂ້​ ບາງທີ​ມີ​ອາການທ້ອງ​ຂີ້​ຮາກໜ້ອຍ​ນຶ່ງ ​ມີ​ໄວຣັສໃນ​ລໍາ​ໃສ້ ​ແລະ​ກໍເຊົາໄປ. ​ແຕ່​ປີ​ນີ້ ອາດ
ຕ້ອງ​ໄດ້​ໃຫ້​ຄວາມເອົາ​ໃຈໃຈສ່​ເປັນ​ພິ​ເສດຕໍ່​ເຊື້ອ​ໄວ​ຣັສນີ້ ຍ້ອນ​ວ່າ​ມັນ​ຮ້າຍ​ແຮງ​ຂຶ້ນ ​ແລະ​ໜ້າ
ເປັນ​ຫ່ວງຫຼາຍຂຶ້ນກວ່າ​ເກົ່າ.”

ກະຊວງ​ສາທາລະນະ​ສຸກ​ຂອງ​ໄທ ​ໄດ້​ລາຍ​ງານ​ວ່າ ມີຄົນ​ຕິດ​ເຊື້ອໄວ​ຣັສນີ້ 13,160 ກວ່າ​ລາຍ​
ໃນ​ປີ​ນີ້ ຊຶ່ງ​ເປັນ​ອັດຕາ​ຕິດ​ເຊື້ອ​ທີ່​ສູງ​ທີ່ສຸດ​ໃນ​ໄລຍະຫ້າ​ປີ. ​ໃນຕະຫຼອດ​ປີ 2011 ມີ​ຄົນ​ຕິດ​ເຊື້ອ​
ໄວຣັສນີ້ 18,000 ຄົນແລະເສຍ​ຊີວິດຫົກ​ຄົນ. ທ່ານ​ວິຕກ່າວ​ວ່າ ລະບົບການ​ຕິດຕາມ​ສິ້ງ​ຊອມ
ເບິ່ງທີ່​ດີ​ຂຶ້ນ ແລະ​ຄວາມຕື່ນຕົວຢູ່​ໃນ​ຂົງ​ເຂດ ອາດໄດ້ນໍາ​ໄປສູ່ການລາຍ​ງານ​ຂ່າວ​ໃນ​ອັດຕາ
ທີ່​ເພີ່ມ​ສູງ​ຂຶ້ນນັ້ນ.

​ເມື່ອ​ວັນ​ອັງຄານ​ອາທິດ​ແລ້​ວນີ້ ບັນດາ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ​ໄທ ​ໄດ້​ຢືນຢັນການ​ເສຍ​ຊີວິດ
​ຍ້ອນ​ໄວ​ຣັສ​ HFMD ຄົນ​ທໍາ​ອິດ​ໃນ​ໄທໃນ​ປີ​ນີ້ ຊຶ່ງ​ໄດ້​ແກ່ເດັກນ້ອຍ​ອາຍຸ​ສອງປີ​ເຄິ່ງ. ​ເຈົ້າໜ້າ​ທີ່​
ກ່າວ​ວ່າ ​ໂຮງ​ຮຽນ 60 ​ແຫ່ງ​ທົ່ວ​ປະ​ເທດ​ລາຍ​ງານວ່າ ໄດ້ມີ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສ
ນີ້ ​ແລະ​ໂຮງຮຽນຫຼາຍສິບ​ແຫ່ງ ​ໄດ້ປິດ​ລົງ​ເພື່ອ​ຍັບ​ຍັ້ງ​ການ​ແຜ່​ລາມ​.

Eric John-Abo ຜູ້​ຊ່ຽວຊານ​ດ້ານ​ສາທາລະນະ​ສຸກ ປະ​ຈໍາ​ສູນ​ກາງ ຕຽມ​ພ້ອມ​ຮັບມື​ກັບໄພພິບັດເອ​ເຊຍ ທີ່​ປະ​ເທດ​ໄທ ກ່າວ​ວ່າ ລະບົບ​ສາທາລະນະ​ ສຸກ​ຂອງ​ໄທນັ້ນ ມີ​ການ​ຈັດ​ຕັ້ງຕຽມພ້ອມໄວ້​ເປັນ​ຢ່າງ​ດີ​ ເພື່ອ​ຮັບ​ມື​ກັບເຫດ ສຸກເສີນ​ດ້ານ​ສຸຂະ​ພາບ​ແບບ​ນີ້ ລຸນຫຼັງຈາກ​ການ​ແຜ່​ລະບາດ​ຂອງ​ເຊື້ອໄວ ຣັສ ​ໄຂ້ຫວັດ​ນົກ ​ແລະ​ພະຍາດ​ຂົ່ມຂູ່​ອື່ນໆ ​ໃນ​ໄລ​ຍະບໍ່​ເທົ່າ​ໃດປີຜ່ານມາ. ທ່ານ ອາ​ໂບ ​ເວົ້າ​ວ່າ:

“​ເນຶ່ອງຈາກ​ວ່າ ​ໄທ​ມີ​ປະສົບ​ການ​ກ່ຽວ​ກັນ​ໄຂ້ຫວັດ​ນົກ ​ຫລື ເອວຽນ ຟລູ ​ແລະໄດ້​ມີການ
ວາງ​ແຜນຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງໄຂ້ຫວັດນົກມາ​ແລ້ວ​ໃນ​ອະດີດ ດັ່ງ​ນັ້ນ ​ໄທ​ຈຶ່ງ​ມີ
ໂຄງ​ສ້າງ ກໍ​ຄື​ໂຄງ​ສ້າງດ້ານ​ສາທາລະນະ​ສຸກ ຕຽມ​ພ້ອມ​ໄວ້​ແລ້ວ. ລະ​ບົບການ​ສິ້ງ​ຊອມ​ຕິດ
ຕາມ​ເບິ່ງ​ກໍ​ມີພ້ອມ ​ແລະກະທໍາ​ກັນ​ມາ​ຕະຫຼອດ​ ສະ​ນັ້ນ ​ເຂົາ​ເຈົ້າ​ກໍຈະ​ສາມາດ​ກວດ​ເຫັນ
ຜູ້​ຕິດ​ເຊື້ອຢູ່​ໃນ​ທົ່ວ​ປະ​ເທດ​ໄດ້​ຢ່າງ​ງ່າຍດາຍ ​ແລະ​ລະບົບ​ການ​ຄຸ້ມ​ຄອງສາທາລະນະ​ສຸກ​
ກໍ​ມີ​ພ້ອມ​ເຊັ່ນກັນ.”

ບັນດາ​ເຈົ້າໜ້າ​ທີ່​ການ​ແພດ ຄາດ​ວ່າ​ເຊື້ອ​ໄວ​ຣັສນີ້ ຍັງ​ຄົງ​ຈະ​ຄຸກ​ຄາມ​ຢູ່​ຕໍ່​ໄປ ອີກ​ຢ່າງ​ໜ້ອຍ
ຫຼາຍ​ອາທິດ ກ່ອນ​ການ​ແຜ່​ລະບາດ​ຢູ່​ທົ່ວ​ຂົງ​ເຂດຈະຫລຸດ​ຕໍ່າ​ລົງ​ໄປ.

XS
SM
MD
LG