ອົງການສະຫະປະຊາຊາດລາຍງານວ່າ ເມືອງ ເມີຊຸກ, ເຊິ່ງແມ່ນເມືອງນ້ອຍ ທີ່ຕັ້ງຢູ່ໃນ
ແຫຼ່ງນ້ຳກາງທະເລຊາຍ ຢູ່ພາກຕາເວັນຕົກສຽງໃຕ້ຂອງປະເທດ ລີເບຍ ໄດ້ປະສົບກັບ
ການສູນເສຍຂອງຊີວິດພົນລະເຮືອນຄັ້ງໃຫຍ່ທີ່ສຸດ ນັບຕັ້ງແຕ່ສົງຄາມກາງເມືອງໄດ້
ເລີ້ມຂຶ້ນໃນປີ 2011 ເປັນຕົ້ນມາ ລຸນຫຼັງການໂຄ່ນລົ້ມຜູ້ນຳຜະເດັດການ ລີເບຍ ທ່ານ
ມວມມາ ກາດາຟີ. ລີຊາ ສໄລນ ມີລາຍງານສຳລັບວີໂອເອ ຈາກນະຄອນ ເຈນີວາ, ເຊິ່ງ
ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ຄວາມຮຸນແຮງທີ່ກຳລັງເພີ່ມຂຶ້ນມີລາຍງານວ່າ ໄດ້ສັງຫານພົນລະເຮືອນຢ່າງໜ້ອຍ 90
ຄົນ ແລະ ບາດເຈັບຫຼາຍກວ່າ 200 ຄົນໃນເມືອງ ເມີຊຸກ, ເຊິ່ງເປັນເມືອງນ້ອຍທີ່ຕັ້ງຢູ່ໃນ
ແຫຼ່ງນ້ຳ ກາງທະເລຊາຍໃນເດືອນນີ້. ອົງການປະສານງານດ້ານມະນຸດສະທຳຂອງສະ
ຫະປະຊາຊາດຫຼື OCHA ລາຍງານວ່າ ການໂຈມຕີທາງອາກາດໂດຍເຮືອບິນ ແລະ
ເຮືອບິນບໍ່ມີຄົນຂັບ, ການໂຈມຕີດ້ວຍຈະຫຼວດຢ່າງບໍ່ເລືອກໜ້າ ແລະ ການຖິ້ມລະເບີດ,
ພ້ອມກັບການຕໍ່ສູ້ພາກພື້ນດິນ ໄດ້ເຮັດໃຫ້ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບເພີ່ມຂຶ້ນ
ສຳລັບທຸກຝ່າຍທີ່ຕໍ່ສູ້ກັນ.
ນອກຈາກນັ້ນ, ອົງການຍົກຍ້າຍຖິ່ນຖານ ຂອງສະຫະປະຊາຊາດໄດ້ລາຍງານວ່າ ປະ
ຊາຊົນເກືອບ 9,500 ຄົນບໍ່ມີທີ່ຢູ່ອາໄສພາຍໃນເຂດເທດສະບານເມືອງ. ໂຄສົກອົງການ
OCHA ທ່ານ ເຈັນສ໌ ເລີກ (Jens Laerke) ໄດ້ກ່າວຕໍ່ວີໂອເອວ່າ ປະຊາຊົນໄດ້ພາກັນ
ຫຼົບໜີ ຈາກບໍລິເວນນຶ່ງຫາອີກບ່ອນນຶ່ງ ເພື່ອອອກຈາກທາງຂອງການໂຈມຕີທາງອາກາດ
ແລະ ໂດຣນ.
ທ່ານ ເລີກ ໄດ້ກ່າວວ່າ “ແນ່ນອນ, ເຂົາເຈົ້າຢ້ານຫຼາຍ ຖ້າເຂົາເຈົ້າເຄື່ອນຍ້າຍ, ເຂົາເຈົ້າ
ຈະຖືກເຂົ້າໃຈວ່າເປັນພັກພວກຂອງຝ່າຍໃດຝ່າຍນຶ່ງ ແລະ ອາດຕົກເປັນເປົ້າໝາຍ.
ຍ້ອນແນວນັ້ນການຮຽກຮ້ອງຂອງພວກເຮົາ ຈຶ່ງແມ່ນໃຫ້ຜູ້ທີ່ທຳການຕໍ່ສູ້ກັນ ອະນຸຍາດ
ໃຫ້ປະຊາຊົນໜີອອກໄປ ຖ້າເຂົາເຈົ້າຢາກໄປ ສະນັ້ນເຂົາເຈົ້າຈຶ່ງສາມາດໄປຫາບ່ອນທີ່
ເຂົາເຈົ້າ ສາມາດໄດ້ຮັບການຊ່ວຍເຫຼືອ ແລະ ແນ່ນອນໄວ້ຊີວິດຂອງພວກພົນລະເຮືອນ
ແລະ ຫຼີກເວັ້ນໂຄງລ່າງພື້ນຖານ.”
ເມືອງ ເມີຊຸກ ໄດ້ປະສົບໄພຂອງການຕໍ່ສູ້ທີ່ຂົມຂື່ນ ແລະ ຮ້າຍແຮງຍິ່ງຂຶ້ນ ລະຫວ່າງສອງ
ກຸ່ມການເມືອງຕິດອາວຸດທີ່ສຳຄັນໃນ ລີເບຍ. ກອງກຳລັງທີ່ເອີ້ນຕົນເອງວ່າ ກອງທັບ
ແຫ່ງຊາດ ລີເບຍ ນຳໜ້າໂດຍນາຍພົນທໍລະຍົດ ທ່ານ ຄາລີຟາ ຮັຟຕາ ໄດ້ເຮັດໃຫ້ການ
ຕໍ່ສູ້ຮຸນແຮງຂຶ້ນໃນລະດັບທີ່ສູງກວ່າເກົ່າ ເມື່ອທ່ານ ຮັຟຕາ ໄດ້ເຄື່ອນໄຫວ ເພື່ອຍຶດເອົາ
ນະຄອນຫຼວງ ຕຣີໂປລີ ໃນເດືອນເມສາທີ່ຜ່ານມາ. ນັ້ນແມ່ນບ່ອນທີ່ລັດຖະບານ ໃນປັດ
ຈຸບັນ ເຊິ່ງຖືກຮັບຮູ້ ໂດຍອົງການສະຫະປະຊາຊາດວ່າ ເປັນລັດຖະບານທີ່ຖືກຕ້ອງຕາມ
ກົດໝາຍຂອງ ລີເບຍ ຕັ້ງຢູ່.
ທ່ານ ເລີກ ກ່າວວ່າ ເມືອງ ເມີຊຸກ, ເຊິ່ງແມ່ນເມືອງທີ່ມີປະຊາຊົນບໍ່ເຖິງ 13,000 ຄົນນັ້ນ,
ແມ່ນກຳລັງປະເຊີນກັບວິກິດການດ້ານມະນຸດສະທຳ. ທ່ານໄດ້ກ່າວວ່າ ປະຊາຊົນມີຄ
ວາມຕ້ອງການອຸປະກອນການແພດ, ອາຫານ, ນ້ຳ, ສຸຂາພິບານ, ຕູບຜ້າ, ຜ້າຫົ່ມ ແລະ
ອຸປະກອນສຸຂະອະນາໄມ ຢ່າງຮຸນແຮງ.
ແນວໃດກໍຕາມ, ທ່ານກ່າວວ່າ ອົງການຊ່ວຍເຫຼືອທັງຫຼາຍມີຄວາມຈຳກັດໃນການເຂົ້າຫາ
ຄົນທີ່ບໍ່ມີບ່ອນຢູ່ອາໄສໃນເມືອງນັ້ນ. ທ່ານກ່າວວ່າການຕໍ່ສູ້ທີ່ດຳເນີນຢູ່, ພ້ອມກັບຖະໜົນ
ຫົນທາງທີ່ໄດ້ຮັບຄວາມເສຍຫາຍ ແລະ ການກີດກັ້ນຖະໜົນ, ໄດ້ເຮັດໃຫ້ມັນເກືອບວ່າ
ເປັນໄປບໍ່ໄດ້ທີ່ຈະຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງຢູ່ໃນນັ້ນ.
ທ່ານກ່າວວ່າ ມັນງ່າຍກວ່າທີ່ຈະເຂົ້າຫາຄົນຜູ້ທີ່ໄດ້ເຂົ້າໄປລີ້ໄພຢູ່ໃນສູນສອງສາມແຫ່ງ
ສຳລັບຄົນທີ່ບໍ່ມີບ່ອນຢູ່ອາໄສໃນເຂດນອກຂອງເມືອງດັ່ງກ່າວນັ້ນ. ອົງການຊ່ວຍເຫຼືອ
ຕ່າງໆຂອງ ສະຫະປະຊາຊາດ ໄດ້ຂໍຮ້ອງຕໍ່ພັກຝ່າຍທີ່ເຮັດ ສົງຄາມກັນ ສຳລັບການເຂົ້າ
ຫາຜູ້ເຄາະຮ້າຍທຸກຄົນຂອງໄພພິບັດດ້ານມະນຸດສະທຳ ທີ່ສ້າງຂຶ້ນໂດຍມະນຸດນີ້ຢ່າງບໍ່
ມີຂໍ້ຈຳກັດ.