ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກວິທະຍາສາດ ຄາດຄະເນ ວ່າ ເຂດແຫ້ງແລ້ງ ຢູ່ ພາກຕາເວັນຕົກ ສຫລ ຈະປຽກຊຸ່ມ ໃນລະດູໜາວ


Scientists Predict Wet Winter in Drought-Stricken US West
please wait

No media source currently available

0:00 0:02:58 0:00

ຊົມວີດີໂອ ລາຍງານນີ້

ຫຼາຍໆພື້ນ​ທີ່ໃນພາກ​ຕາ​ເວັນ​ຕົກຂອງ​ສະຫະລັດ ​ແມ່ນກຳລັງ​
ປະສົບກັບໄພ​ແຫ້ງ​ແລ້ງ ຢ່າງ​ຮຸນ​ແຮງ​ທີ່ສຸດ ​ເຊິ່ງໄດ້​ກໍ່​ໃຫ້​ເກີດ​
ໄຟ​ໄໝ້​ປ່າລາມ​ໄປ​ທົ່ວ ​ແລະ ການ​ຂາດ​ແຄນ​ນ້ຳ ​ແຕ່ບັນດາ​
ນັກວິທະຍາສາດ ທຳນາຍ​ວ່າ ການ​ປ່ຽນ​ແປງ​ດ້ານ​ດິນ​ຟ້າ​ອາກາດ
​ໃນ​ບາງ​ສ່ວນ ຈະ​ບໍ່​ພຽງ​ແຕ່​ສົ່ງ​ຜົນ​ກະທົບ​ຕໍ່​ພາກ​ຕາ​ເວັນ​ຕົກ​ຂອງ​
ອາ​ເມຣິກາ​ເທົ່າ​ນັ້ນ ​ແຕ່ຍັງຈະສົ່ງຜົນກະທົບ ຕໍ່ຫຼາຍພາກ​ສ່ວນ
ຂອງເຂດ​ເອ​ເຊຍ ອອສ​ເຕຣ​ເລຍ ​ແລະ ອາ​ຟຣິການຳ​ດ້ວຍ. ຜູ້​ສື່​
ຂ່າວ​ວີ​ໂອ​ເອ Elizabeth Lee ມີ​ລາຍ​ລະ​ອຽດຈາກ ນະຄອນ
ລອສ ​ແອນ​ເ​ຈີ​ລິສ ​ເຊິ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​
ອັນ​ດັບ​ຕໍ່​ໄປ.

ໃນ​ຂະ​ນະທີ່ ​ໄພ​ແຫ້ງ​ແລ້ງ ຍັງມີ​ຢູ່ຕໍ່ໄປອີກ​ປີ​ນຶ່ງ ໃນ​ພາກ​ໃຕ້​ຂອງ​ລັດຄາລີ​ຟໍ​ເນຍ ຫຼາຍໆ​ຄົນ
​ໄດ້ປ່ຽນ​ແປງ ​ເດີ່ນບ້ານ​ທັງ​ໝົດຫຼື​ບາງ​ສ່ວນ ຂອງ​ພວກ​ເຂົາ​ເຈົ້າ ດ້ວຍການ​ປູກພວກ​ຕົ້ນ​ໄມ້
ທີ່ເປັນ​ພັນ​ຂອງ​ພື້ນ​ເມືອງ.

ທ່ານນາງ Jan Muntz ​ເວົ້າວ່າ “ມັນເຮັດ​ໃຫ້ທຸກໃຈຫຼາຍ ​ແລະ ພວກ​ຕົນ​ໄມ້​ເຫຼົ່ານີ້
ເຕີບ​ໃຫຍ່ຢູ່ນະ​ແຫ່ງ​ນີ້ ໄດ້ປະມານ 80 ຫຼື 90 ປີແລ້ວ.”


ພວກ​ຕົ້ນ​ໄມ້​ສ່ວນ​ຫຼາຍຢູ່​ໃນບໍລິ​ເ​ວນ​ນະຄອນລອສ ​ແອນ​ເ​ຈີ​ລິສ ບໍ່​ແມ່ນ ພັນພື້ນ​ເມືອງ ​
ແລະ ​ຕ້ອງການ​ນ້ຳຢ່າງຫຼວງຫຼາຍ. ມູນ​ນິທິ Theodore Payne ໂດຍຜ່ານສວນກ້າ
ຕົ້ນໄມ້ຂອງຕົນ ໄດ້ພະຍາຍາມ ສົ່ງເສີມ ແລະໃຫ້ການອົບຮົມແກ່ຄົນທົ່ວໄປ ຮູ້ຈັກກ່ຽວ
ກັບພວກຕົ້ນໄມ້ພື້ນເມືອງ ຂອງລັດກາລີຟໍເນຍ ມາໄດ້ ຫຼາຍທົດສະວັດແລ້ວ. ເມື່ອຫຼາຍ
ປີຜ່ານມານີ້ ມີຜູ້ຄົນຈຳນວນຫລວງຫຼາຍ ໄດ້ຫັນມາສົນໃຈເພີ້ມຂຶ້ນ.

ທ່ານນາງ Kitty Connolly ຈາກມູນນິທິ Theodore Payne ເວົ້າວ່າ “ທ່ານຈະໃຊ້ນ້ຳ
ໜ້ອຍລົງ ສະນັ້ນ ໃນສວນຕົ້ນ​ໄມ້ພື້ນເມືອງ ລັດກາລີຟໍເນຍ ກໍຂຶ້ນຢູ່ກັບ ວິທີການ
ປູກນັ້ນ ທ່ານຈະປະຢັດນ້ຳໄດ້ ເຖິງ 50 ຫາ 80 ເປີເຊັນ ເມື່ອທຽບກັບ ສວນຕົ້ນ​
ໄມ້ທົ່ວ​ໄປ.”


ທ່ານ Bill Patzert ນັກພະຍາກອນອາກາດ ກ່າວວ່າ ການຂາດແຄນ ນ້ຳ ອາດຈະບໍ່ເປັນ
ບັນຫາ ໃນລະດູໜາວທີ່ຈະມາເຖິງນີ້.

ທ່ານ Patzert ເວົ້າວ່າ “ອັນນີ້ເບິ່ງຄືວ່າ ຍັງມີຄວາມຫວັງຫຼາຍທີ່ສຸດ ສຳຫລັບ ເງິນ
ມັດຈຳ ຂອງການບັນເທົາທຸກ​ໄພແຫ້ງແລ້ງ ໃນເຂດຕາ ເວັນຕົກຂອງອາເມຣິກາ.
ພວກເຮົາມີຄວາມຫວັງຫຼາຍ ສຳຫລັບ ປາກົດການ El Nino ນີ້.”

ປາກົດການ El Nino ແມ່ນໝາຍເຖິງ ສະພາບຂອງນ້ຳທະເລໃນເຂດ ມະຫາສະມຸດ
ປາຊີຟິກ ທີ່ອຸ່ນກວ່າທຳມະດາ ຢູ່ທີ່ເສັ້ນສູນສູດຂອງໂລກ. ບັນດານັກວິທະຍາສາດ ຄາດ
ໝາຍວ່າ ຈະມີປາກົດການ El Nino ຂະນາດໃຫຍ່ ທີ່ຈະເກີດຂຶ້ນໃນທ້າຍປີນີ້ ແລະ ຈະ
ເລີຍເຂົ້າໄປໃສ່ປີໜ້າ. ໃນການຄາດຄະເນນີ້ ​ໄລຍະຕົ້ນໆຂອງປີໜ້າ ພາກສ່ວນທີ່ເປັນ
ສີຂຽວນັ້ນ ສະ​ແດງ​ໃຫ້​ເຫັນ​ເຖິງຂົງ​ເຂດ​ບ່ອນ​ທີ່​ປຽກຊຸ່ມ ​ໃນຍາມ​ລະດູ​ໜາວ ​ແມ່ນ​ມັກ​ຈະ
ເກີດ​ຂຶ້ນຫຼາຍກວ່າ​ປົກກະຕິ.

ແຕ່ຜົນ​ກະທົບ​ຂອງ​ປາກົດການ El Nino ນັ້ນ ​ແມ່ນໄດ້ກວມເອົາ ບໍ່ພຽງແຕ່ສະຫະລັດ
ເທົ່ານັ້ນ.

ທ່ານ Patzert ​ເວົ້າວ່າ “ບາງເຂດ ຊຶ່ງຕາມ​ທຳ​ມະ​ດາແລ້ວ ມີ​ສະພາບ ທີ່​ແຫ້ງ ​ເຊັ່ນ​
ຢູ່ພາກ​ຕາ​ເວັນ​ຕົກ​ຂອງ​ອາ​ເມຣິກາ ປະ​ເທດ​ເປຣູ ​ແລະ ​ເອກົວ​ດໍ ​ແມ່ນຈະມີຝົນ​ຕົກ​
ໜັກ. ຢູ່​ທີ່​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ອິນ​ໂດ​ເນ​ເຊຍ ​ແລະ ຟີ​ລິບ​ປິນ ​ແລະ ພາກ​
ເໜືອ​ຂອງ​ອອສ​ເຕຣ​ເລຍ ພວກເຂົາໄດ້ປະ​ສົບ​ກັບ​ໄພ​ແຫ້ງ​ແລ້ງ​ ຢ່າງ​ໜັກໜ່ວງ.
​ແມ່ນ​ກະ​ທັງ ຢູ່​ໃນ​ອາ​ຟຣິກາ​ໃຕ້ ພວກເຂົາ​ໄດ້​ປະສົບ​ກັບ​ໄພ​ແຫ້ງ​ແລ້ງ ​ແລະ ດັ່ງ
ນັ້ນ ຈຶ່ງບໍ່​ມີ​ທະວີບ​ໃດ​ນຶ່ງ ທີ່​ບໍ່​ໄດ້​ຮູ້ສຶກ​ເຖິງຮ່ອງຮອຍ ຂອງ​ປາກົດການ El Nino
ອັນ​ໃຫຍ່​ນີ້.”

​ໃນ​ຂະນະ​ທີ່ ປາກົດການ El Nino ​ແກ່ຍາວ​ອອກ​ໄປ ​ປະມານ ປີ​ນຶ່ງ ຮູບແບບ​ຂອງ​ສະພາບ
​ອາກາດ ​ອີກ​ອັນ​ນຶ່ງ​ທີ່​ກຳລັງ​ກໍ່​ໂຕ​ຂຶ້ນຢູ່​ນັ້ນ ອາດ​ແກ່ຍາວ​ດົນໄປກວ່ານີ້.

​ໃນ​ການ​ສຳພາດ​ຜ່ານ​ທາງ Skype ນັກວິທະຍາສາດ ຈາກອົງການຄຸ້ມ ຄອງມະຫາ​ສະມຸດ
​ແລະ ບັນຍາກາດ​ແຫ່ງ​ຊາດ ສະຫະລັດ ທ່ານ Nate Mantua ກ່າວ​ວ່າ ອັນ​ນັ້ນມັນແມ່ນ
ປາກົດການສະພາບ​ອາກາດ​ ທີ່​ເກີດ​ຂຶ້ນ​ໂດຍ​ສະ​ເພາະ​ ໃນ​ມະຫາ​ສະມຸດ​ປາຊີ​ຟິກຕອນ​ເໜືອ
ເອີ້ນ​ວ່າ Pacific Decadal Oscillation ຫຼື PDO. ມັນ​ມັກ​ຈະ​ສະ​ແດງ​ຮູບ​ແບບ ຂອງ​
ອຸນຫະພູມ​ຂອງ​ນ້ຳທະ​ເລ​ທີ່​ອຸ່ນຂຶ້ນ ຫຼື ​ເຢັນ​ລົງ ທີ່​ຈະ​ແກ່ ຍາວ​ອອກ​ໄປ​ເປັນ​ເວລາ​ຫຼາຍປີ
ຫຼື ຫຼາຍທົດ​ສະ​ວັດ.

ທ່ານ Mantua ​ເວົ້າວ່າ “​ແບບ​ຄວາມ​ອົບ​ອຸ່ນ ຂອງ PDO ສົ່ງ​ເສີມ​ໃຫ້​ມີ​ຝົນຕົກ​ຫຼາຍ
ເກີນ​ປົກກະຕິ ​ໃນ​ຕອນໃຕ້ຂອງ​ລັດຄາລີ​ຟໍ​ເນຍ ​ແລະ ​ໃນ​ທົ່ວ​ບໍລິ​ເວນ ພາກ​ຕາ​ເວັນ​
ຕົກ​ສຽງ​ໃຕ້ຂອງ​ສະຫະລັດ ​ແລະ ພາກ​ເໜືອ​ຂອງເມັ​ກຊິ​ໂກ ສະນັ້ນ ມັນ​ຈະ​ເອື້ອ​
ອຳນວຍໃຫ້ ມີການ​ຜ່ອນຄາຍ ສະ ພາບ​ທີ່​ແຫ້ງ​ແລ້ງ​ເຫຼົ່ານີ້ ໃນເຂດພາກ​ຕາ​ເວັນ​
ຕົກ​ສຽງ​ໃຕ້.”

ສະພາບ​ອາກາດ ​ແມ່ນບໍ່​ສາມາດຄາດ​ຄະ​ເນໄດ້. ​ແລະ ​ໃນ​ປາກົດການ​ El Ninos ໃຫຍ່​
ສອງ​ຄັ້ງທີ່​ຜ່ານ​ມາ ​ໄດ້​ເກີດ​ການ​ຫັນປ່ຽນ ໄປ​ເປັນ​ສະ ພາບທີ່​ເຢັນ​ຢ່າງ​ວ່ອງ​ໄວ ແລະ ການ​
ປ່ຽນ​ແປງ​ໃນ​ຮູບ​ແບບ​ຂອງ PDO. ສະນັ້ນ ສິ່ງ​ໜຶ່ງ ທີ່​ອາດເປັນ​ໄປ​ໄດ້ ກໍ​ຄື ທາງ​ພາກ​ຕາ​ເວັນ
​ຕົກ​ສຽງ​ໃຕ້​ຂອງສະຫະລັດ ອາດ​ຈະ​ໄດ້​ຮັບ​ຝົນຕົກ​ພຽງ​ປີດຽວ.

ຊາວ​ສວນເຫຼົານີ້ ກ່າວ​ວ່າ ບໍ່ວ່າຈະມີຝົນຕົກຫຼືໄພ​ແຫ້ງ​ແລ້ງກໍຕາມ ​ເດີ່ນ​ບ້ານ​ຂອງ​ພວກ​ເຂົາ​
ເຈົ້ານັ້ນ ໄດ້​ຖືກ​ກະກຽມ​ໄວ້​ແລ້ວ ດ້ວຍ​ການ​ປູກຕົ້ນ​ໄມ້​ພື້ນ​ເມືອງ​ຂອງ​ລັດ​ຄາ​ລີ​ຟໍ​ເນຍທີ່​ປັບ​
ຕົວໄດ້ ​ເພື່ອ​ຮັບ​ມື​ກັບ​ສະພາບ​ໃດ​ ກໍ​ຕາມ ຂອງ​ທຳ​ມະ​ຊາດ ທີ່ຈະເກີດຂຶ້ນ ຕໍ່​ພວກ​ເຂົາ​ເຈົ້າ.

XS
SM
MD
LG