ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກວິທະຍາສາດ ສ້າງເຄື່ອງຈັກ ຊ່ອຍຫາຍໃຈ ລຸ້ນທຳມະດາ ສຳລັບ ພວກຄົນປ່ວຍຟື້ນຕົວ ຈາກໄວຣັສໂຄວິດ-19


Scientists Create Simple Respirator for Partially Recovered Coronavirus Patients
please wait

No media source currently available

0:00 0:01:35 0:00

ເຊີນຊົມວີດີໂອ ກ່ຽວກັບລາຍງານນີ້

ບັນດາບໍລິສັດ ແລະສະຖານທີ່ຄົ້ນຄວ້າທັງຫຼາຍໃນທົ່ວໂລກ ພາກັນເຂົ້າຮ່ວມໃນຄວາມ
ພະຍາຍາມ ທີ່ຈະຜາບແພ້ໄວຣັສໂຄໂຣນາ. ໃນຂະນະທີ່ມີການຂາດແຄນເຄື່ອງຈັກຊ່ອຍ
ຫາຍໃຈຢູ່ໃນຫຼາຍໆປະເທດຢູ່ນັ້ນ ມະຫາວິທະຍາໄລແຫ່ງນຶ່ງຂອງເຢຍຣະມັນກຳລັງ
ພັດທະນາ ອຸປະກອນຂັ້ນພື້ນຖານ ທີ່ບໍ່ພິຖີພິຖັນ ເພື່ອຊ່ອຍພວກຄົນເຈັບປ່ວຍຈາກ
ໄວຣັສໂຄວິດ-19 ຜູ້ທີ່ໄກ້ຈະຫາຍປ່ວຍຂະ ນະທີ່ຟື້ນຕົວຢູ່ ໂດຍຈະອຳນວຍໃຫ້ນຳເອົາ
ເຄື່ອງຈັກຊ່ອຍຫາຍໃຈລຸ້ນທັນສະໄໝກວ່າທັງຫຼາຍ ໄປຊ່ອຍຊີວິດພວກຄົນທີ່ກຳລັງຢູ່
ໃນຂັ້ນອັນຕະລາຍ. ອາຣາສ ອາຣາບາຊາດີ ນັກຂ່າວຂອງວີໂອເອ ສົ່ງລາຍງານມາ ຊຶ່ງ
ໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດານັກວິທະຍາສາດ ຢູ່ທີ່ມະຫາວິທະຍາໄລ ຟີລິປສ໌ ໃນເມືອງມາຣເບີກ ໄດ້ພັດທະນາ
ເຄື່ອງຈັກຊ່ອຍຫາຍໃຈລຸ້ນທຳມະດາໆ.

ນັກສຶກສາປະລິນຍາເອກ ນາງ ຄາໂຣລິນ ຊຳເມີ ແມ່ຍິງຊາວເຢຍຣະມັນ ຢູ່ພະແນກຟີຊິກ
ທີ່ມະຫາວິທະຍາໄລ ຟີລິປສ໌ທີ່ເມືອງມາຣເບີກ ກ່າວວ່າ “ພວກເຮົາໄດ້ດຳເນີນການທົດລອງ
ມາຫຼາຍຄັ້ງແລ້ວ ທີ່ສະແດງໃຫ້ເຫັນວ່າ ອຸປະກອນນີ້ແມ່ນພ້ອມແລ້ວ ທີ່ຈະນຳລົງສູ່ຕະຫຼາດ
ແຕ່ພວກເຮົາຍັງບໍ່ໄດ້ຮັບການອະນຸມັດເທື່ອ. ແລະພວກເຮົາຮຽກຮ້ອງໄປເຖິງບັນດານັກ
ການເມືອງ ເພື່ອວ່າ ພວກເຮົາຈະໄດ້ຮັບການອະນຸມັດ ແລະອຸປະກອນຂອງພວກເຮົາກໍ
ສາມາດ ນຳໄປວາງຂາຍໄດ້ ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະຈະໄປຮອດໂຮງໝໍທັງຫຼາຍ.”

ອັນນີ້ເປັນນຶ່ງໃນສອງລຸ້້ນ. ມັນນຳໃຊ້ວິທີການປ້ຳດ້ວຍມືທີ່ໄດ້ຖືກດັດແປງໃຫ້ເປັນລະບົບ
ອັດໂຕໂນມັດ ໂດຍມີຄຸນລັກສະນະເພີ້ມຫຼາຍແນວ. ບັນດານັກຄົ້ນຄວ້າ ກ່າວວ່າ ການ
ອອກແບບແນວນີ້ ໃຫ້ຜົນປະໂຫຍດແກ່ພວກຄົນປ່ວຍຢູ່ແລ້ວ ຜູ້ທີ່ໄດ້ຜ່ານຜ່າອາການທີ່
ຮ້າຍແຮງສຸດຂອງໄວຣັສໂຄໂຣນາສາຍພັນໃໝ່.

ນາງ ຊຳເມີ ເວົ້າວ່າ “ຄົນປ່ວຍຜູ້ທີ່ໄດ້ຮັບຜົນກະທົບໜັກ ບໍ່ຄວນໃຫ້ໃຊ້ລຸ້ນຂອງພວກເຮົາ.
ລາວຄວນໃຊ້ເຄື່ອງຈັກຊ່ອຍຫາຍໃຈລຸ້ນທີ່ໃຊ້ຢູ່ໃນໂຮງໝໍກ່ອນ. ເປົ້າໝາຍກໍເພື່ອຜ່ອນ
ເບົາລະບົບສາທາລະນະສຸກ. ຕໍ່ຈາກນັ້ນ ເຄື່ອງຈັກຊ່ອຍຫາຍໃຈ ລຸ້ນທັນສະໄໝໃນໂຮງ
ໝໍອີກເຄື່ອງນຶ່ງ ກໍອາດນຳເອົາໄປຕິດຕັ້ງໃຫ້ຜູ້ປ່ວຍໜັກຄົນໃໝ່ໄດ້.”

ສ່ວນອີກລຸ້ນນຶ່ງ ບັນດານັກວິທະຍາສາດ ໄດ້ພັດທະນາເຄື່ອງທີ່ມີຢູ່ແລ້ວ ໃນເຮືອນຊານ
ທົ່ວໄປ ຊຶ່ງເປັນເຄື່ອງຮັກສາການຢຸດຫາຍໃຈໃນລະຫວ່າງນອນຫລັບ. ພວກນັກພັດທະນາ
ໄດ້ເພີ້ມອຸປະກອນໃສ່ເຄື່ອງດັ່ງກ່າວຕື່ມ ເພື່ອເຮັດໃຫ້ມັນເປັນເຄື່ອງຈັກຊ່ອຍຫາຍໃຈ.

ນາງຊຳເມີ ອະທິບາຍວ່າ “ມັນທຳງານໄດ້ ດ້ວຍການສົ່ງແຮງກົດດັນໃນທໍ່ອາ ກາດຂອງ
ບຸກຄົນຜູ້ທີ່ໃຊ້ມັນ ດັ່ງນັ້ນ ລາວຈຶ່ງຫາຍໃຈໄດ້ງ່າຍ ແລະຫາຍໃຈເຂົ້າແລະອອກ ໂດຍ
ປາສະຈາກບັນຫາ. ພວກເຮົາພຽງສ້າງອຸປະກອນເສີມເທົ່ານັ້ນ.”

ນາງຊຳເມີ ໃຫ້ຂໍ້ສັງເກດວ່າ ອຸປະກອນກົດດັນທໍ່ອາກາດຕໍ່ເນື່ອງ ຫຼື ເອີ້ນຫຍໍ້ວ່າ CPAP
ແມ່ນໄດ້ນຳໃຊ້ຢ່າງຫຼວງຫຼາຍໂດຍທົ່ວໄປ ຢູ່ໃນພວກປະເທດທີ່ຮັ່ງມີ. ເຄື່ອງປ້ຳດ້ວຍມື
ລຸ້ນທຳມະດາ ອາດຈະສະໜອງສາຍຊູຊີບແກ່ຄົນປ່ວຍ ໃນປະ ເທດທີ່ລ້ຳລວຍແລະ
ທຸກຈົນ ເທົ່າໆກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Businesses and research facilities have joined a global effort to defeat the coronavirus. With respirators in short supply in many countries, a German university is developing rudimentary, no-frills devices to aid COVID-19 sufferers who are on the path to recovery, freeing fancier models for those whose lives are still in danger. VOA’s Arash Arabasadi reports.

Scientists at the Philipps University of Marburg have developed a simplified respirator. PhD student, Caroline Sommer.

(Caroline Sommer, PhD Student, Physics Dept., Philipps, University of Marburg, WOMAN, GERMAN)

“We have carried out tests that show that this device is ready to go on the market but we don't have approval yet. And we appeal to politicians so we can get approval and our device can go on the market as soon as possible and get to hospitals.¨

This is one of two models. It uses an automated modified handpump with extra features. Researchers say the design benefits patients already over the worst symptoms of the novel coronavirus.

(Caroline Sommer, PhD Student, Physics Dept., Philipps, University of Marburg, WOMAN, GERMAN)

"A patient who is badly affected should not be connected directly to our model. He should be connected to a professional respirator first. The goal being to relieve the health system. Then the professional ventilator would be free again and an acute patient could be connected to that one again"

The other model scientists developed already exists in many households as a treatment for sleep apnea. Developers added hardware to make it a respirator.

(Caroline Sommer, PhD Student, Physics Dept., Philipps, University of Marburg, WOMAN, GERMAN)

“It works by applying positive airway pressure on the person who uses it, so he breaths easily and inhales and exhales without problem. All we did was build an accessory.”

Sommer notes CPAP ((continuous positive airway pressure)) devices are more common in wealthier countries. The simple handpump model could provide a lifeline in rich and poor countries alike.

XS
SM
MD
LG